logo

ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຮຽກ​ຮ້ອງ ໂຮມ​ພາກ​ໃຕ້ ລີ​ບັງ​ ເຂົ້າ

2026/3/24 | 07:47:53
(VOVWORLD) - ທ່ານ Bezalel Smotrich ລັດຖະມົນຕີການເງິນ ອິດສະຣາແອັນ ຖະແຫຼງວ່າ ອິດສະຣາແອັນ ຄວນເປີດກວ້າງຊາຍແດນ ກັບ ລີບັງ ຮອດແມ່ນ້ຳ Litani ຢູ່ເຂດພາກໃຕ້ຂອງປະເທດນີ້.
ຂົວຂ້າມແມ່ນ້ຳ Litani  ຢູ່ພາກໃຕ້ ລີບັງ ຖືກມ້າງເພທຳລາຍໃນວັນທີ 13 ມີນາ (ພາບ: REUTERS)

ເມື່ອກ່າວຄຳເຫັນໃນລາຍການກະຈາຍສຽງຂອງ ອິດສະຣາແອັນ ໃນວັນທີ 23 ມີນາ, ທ່ານ Bezalel Smotrich ລັດຖະມົນຕີການເງິນ ອິດສະຣາແອັນ ຖະແຫຼງວ່າ ອິດສະຣາແອັນ ຄວນເປີດກວ້າງຊາຍແດນ ກັບ ລີບັງ ຮອດແມ່ນ້ຳ Litani ຢູ່ເຂດພາກໃຕ້ຂອງປະເທດນີ້. ທ່ານ Bezalel Smotrich ກໍຮຽກຮ້ອງ ອິດສະຣາແອັນ ໂຮມຜືນແຜ່ນດິນເຊິ່ງປະເທດນີ້ພວມຄວບຄຸມຢູ່ເຂດ ກາຊາ, ບ່ອນທີ່  ອິດສະຣາແອັນ ພວມຄວບຄຸມປະມານ 53% ເນື້ອທີ່ທັງໝົດ. ຄຳເຫັນຂອງທ່ານລັດຖະມົນຕີການເງິນ ອິດສະຣາແອັນ ແມ່ນຄຳປາໄສຈະແຈ້ງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງເຈົ້າໜ້າທີ່ຂັ້ນສູງ ອິດສະຣາແອັນ ກ່ຽວກັບການ ຢຶດຄອງຜືນແຜ່ນດິນຂອງ ລີບັງ, ໃນການປະທະກັນ ທີ່ ອິດສະຣາແອັນ ຖືວ່າ ເລັ່ງໃສ່ກຳລັງ ເຮັກໂບລາ.

ໃນຕົວຈິງ, ບັນດາເຫດບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃນວັນທີ 23 ມີນາ ໄດ້ເລັ່ງໃສ່ສອງເຂດຂ້າມແມ່ນ້ຳ Litani, ໃນຂະນະທີ່ບາງຂົ້ວຂ້າມແມ່ນ້ຳນີ້ຖືກມ້າງເພທຳລາຍໃນໄລຍະມໍ່ໆມານີ້. ອິດສະຣາແອັນ ກໍດຳເນີນການບຸກໂຈມຕີເລັ່ງໃສ່ນະຄອນຫຼວງ Beirut ດ້ວຍຄຳຖະແຫຼງ ເລັ່ງໃສ່ບັນດາສະມາຊິກຂອງກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ (IRGC)ຢູ່ທີ່ນີ້.

ມິງໂງ - ນັກຂ່າວ VOV ປະຈໍາ ອີຢິບ

TAG
VOV/VOVworld/ໂຮມ​ພາກ​ໃຕ້ ລີ​ບັງ​/ອິດ​ສະ​ຣາ​ແອັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ