logo

ລັດ​ເຊຍ ກຽມ​ພ້ອມ​ຫັນ​ປ່ຽນ​ທິດ​ສົ່ງ​ອອກ​ອາຍ​ແກັດ​ໄປ​ຍັງ​ບັນ​ດາ​ປະ​ເທດ “ເປັນ​ມິດ”

2026/3/7 | 08:46:30
(VOVWORLD) -        ວັນທີ 06 ມີນາ, ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Alexander Novak ໃຫ້ຮູ້ວ່າ ລັດເຊຍ ມີຄວາມສາມາດປ່ຽນແທນຕະຫຼາດ ເອີຣົບ ດ້ວຍບັນດາຄູ່ຮ່ວມມືທີ່ເປັນມິດອື່ນ, ກຽມພ້ອມຮັກສາສາຍພົວພັນຮ່ວມມືຍາວນານ ແລະ ມີສະຖຽນລະພາບໃນຂົງເຂດພະລັງງານ.

        ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານຮອງນາຍົກລັດຖະມົນຕີ Alxander Novak ເນັ້ນໜັກວ່າ ຄາດວ່າ ບັນດາບໍລິສັດພະລັງງານຂອງ ລັດເຊຍ ຈະເພີ່ມທະວີແຫຼ່ງສະໜອງໃຫ້ບັນດາຕະຫຼາດໃໝ່ ແລະ ພວມດຳເນີນການເຈະລະຈາກັບຫຼາຍຄູ່ຮ່ວມມື. ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນສະພາບການ ລັດເຊຍ ພິຈາລະນາດັດປັບຍຸດທະສາດສົ່ງອອກພະລັງງານ ພາຍຫຼັງ ສະຫະພາບເອີຣົບ (EU) ຕົກລົງຄ່ອຍໆຫຼຸດຜ່ອນ ແລະ ດຳເນີນການຢຸດຕິການນຳເຂົ້າອາຍແກັດຈາກ ລັດເຊຍ.

        ກ່ອນໜ້ານັ້ນ, ວັນທີ 05 ມີນາ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ການຢຸດຕິການສະໜອງອາຍແກັດໃຫ້ແກ່ ເອີຣົບ ໃນໄວໆນີ້ ອາດຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ລັດເຊຍ, ເມື່ອ ສະຫະພາບເອີຣົບ ພວມຜັນຂະຫຍາຍບັນດາມາດຕະການຈຳກັດສຳລັບເຊື້ອເພີງຈາກ ລັດເຊຍ ເທື່ອລະກ້າວ.

ນັກຂ່າວ VOV ປະຈຳ ລັດເຊຍ ແລະ ອາເມລິກາ


TAG
VOV/VOVworld/​ສົ່ງ​ອອກ​ອາຍ​ແກັດ​/ລັດ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ