logo

ລັດ​ເຊຍ ປະ​ກາດ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຈີນ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin

2026/3/24 | 08:58:46
(VOVWORLD) -  ວັນທີ 23 ມີນາ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ທ່ານ Vladimir Putin ປະທານາທິບໍດີລັດເຊຍ ຈະໄປຢ້ຽມຢາມ ຈີນ ໃນໄລຍະຈະມາເຖິງ. 
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ພົບປະກັນຢູ່ ປັກກິ່ງ ເມື່ອເດືອນ 2/2022 (ພາບ: Sputnik/Aleksey Druzhinin/Kremlin via Reuters)

ເມື່ອກ່າວຄຳເຫັນຢູ່ນອກກອງປະຊຸມ “ລັດເຊຍ ແລະ ອິນເດຍ - ມຸ່ງໄປເຖິງໂຄງການດຳເນີນງານສອງຝ່າຍໃໝ່”, ທ່ານ Andrey Rudenko  ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າແຜນການຢ້ຽມຢາມໃກ້ຈະຮຽບຮ້ອຍແລ້ວ ແລະ ຂໍ້ມູນລາຍລະອຽດຈະໄດ້ປະກາດໃນຕໍ່ໜ້ານີ້.

ຕາມທ່ານຮອງລັດຖະມົນຕີ Andrey Rudenko  ແລ້ວ, ວິກິດການຢູ່ ອີຣານ ອາດຈະແມ່ນໜຶ່ງໃນບັນດາເນື້ອໃນຫຼັກຂອງການແລກປ່ຽນຄັ້ງຈະມາເຖິງ, ໃນສະພາບການປະລິມານນ້ຳມັນນຳເຂົ້າຫຼາຍພໍສົມຄວນຂອງຈີນ ໄປຜ່ານຊ່ອງແຄບທະເລ Hormuz ພວມຖືກຜົນກະທົບຈາກສະພາບຄວາມເຄັ່ງຕຶງ.

ກ່ຽວຂ້ອງເຖິງບັນຫາຢູແກຼນ, ຝ່າຍ ລັດເຊຍ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະດຳເນີນການເຈລະຈາ ຖ້າຫາກວ່າ ຢູແກຼນ ມີເຈດຕະນາຢາກເຂົ້າຮ່ວມ, ແຕ່ປັດຈຸບັນ ຍັງບໍ່ທັນມີວັນເວລາລະອຽດສຳລັບການພົບປະເຫຼົ່ານີ້ເທື່ອ.

TAG
VOV/VOVworld/ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ​ຢ້ຽມ​ຢາມ ຈີນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ