logo

ລະ​ດູ​ບານ​ບານ​ໃໝ່​ປີ​ມະ​ເມຍ 2026: ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ຍົກ​ສູງ​ບົດ​ບາດ​ຂອງ​ວົງ​ຄະ​ນະ​ຍາດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ

2026/2/26 | 07:49:00
(VOVWORLD) -  ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ເນັ້ນໜັກວ່າການປະກອບສ່ວນຂອງຊາວຫວຽດນາມຢູ່ອົດສະຕາລີ ກ່ວາ 320.000 ຄົນໃນໄລຍະເວລາກວ່າ 50 ປີຜ່ານມາ ຄືພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ໃນຜົນສຳເລັດຂອງປະເທດອົດສະຕາລີ. 
ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ  (ພາບ: TTXVN)

ຂໍ້ມູນຈາກເວັບໄຊ Sbs.com.au ໃນວັນທີ 25 ກຸມພາ ໃຫ້ຮູ້ວ່າ ຢູ່ງານຕະຫຼາດນັດບຸນເຕັດ 2026 ທີ່ໄດ້ຈັດຂຶ້ນຢູ່ Fairfield Showground ສະຖານທີ່ສາທາລະນະ ຂຶ້ນກັບເຂດ Greater West ຂອງນະຄອນ Sydney, ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ເປັນຄັ້ງທຳອິດໄດ້ເຂົ້າຮ່ວມວັນບຸນ ແລະ ສົ່ງຄຳອວຍພອນປີໃໝ່ ໄປຍັງວົງຄະນະຍາດຊາວຫວຽດນາມ. ທ່ານນາງເນັ້ນໜັກວ່າການປະກອບສ່ວນຂອງຊາວຫວຽດນາມຢູ່ອົດສະຕາລີ ກ່ວາ 320.000 ຄົນໃນໄລຍະເວລາກວ່າ 50 ປີຜ່ານມາ ຄືພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ໃນຜົນສຳເລັດຂອງປະເທດອົດສະຕາລີ. ຕາມທ່ານນາງແລ້ວ, ບັນດາວັນບຸນຄື ບຸນເຕັດ ບໍ່ພຽງແຕ່ຮັກສາວັດທະນະທຳເທົ່ານັ້ນ ຫາກຍັງ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ຄວາມເຂົ້າໃຈ ແລະ ກຳລັງແຮງຂອງສັງຄົມທີ່ມີວັດທະນະທຳຫຼາກຫຼາຍ ຂອງອົດສະຕາລີອີກດ້ວຍ. ຕາມທ່ານນາງ Sam Mostyn ແລ້ວ, ຄວາມຫຼາກຫຼາຍແມ່ນກຳລັງແຮງທີ່ຍິ່ງໃຫຍ່ທີ່ສຸດຂອງ ອົດສະຕາລີ. ດັ່ງນັ້ນ, ທ່ານນາງ ເນັ້ນໜັກເຖິງການແບ່ງປັນວັດທະນະທຳໄດ້ຊ່ວຍໃຫ້ບັນດາຄົນບໍ່ແມ່ນເຊື້ອຊາດຫວຽດ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳ, ຄວາມອົບອຸ່ນ ແລະ ຈິດໃຈວົງຄະນະຍາດຂອງຊາວຫວຽດນາມ.


TAG
VOV/VOVworld/ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ/ຫວຽດ​ນາມ/ອົດ​ສະ​ຕາ​ລີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ