logo

ລາຍ​ການ​ທ່ຽວຊົມສັດ​ຕອນ​ກາງ​ຄືນ​ທີ່​ແປກ​ໃໝ່​ຢູ່​ສວນສັດ ຖາວ​ເກີ່ມ​ວຽນ ໄຊ​ງ່ອນ

2025/3/29 | 00:27:00
(VOVWORLD) - ຍາມຕາເວັນຕົກດິນ” ແມ່ນຊື່ລາຍການທ່ອງທ່ຽວໃໝ່ຂອງສວນສັດ ຖາວເກີ່ມວຽນ ໄຊງ່ອນລິດຕະພັນດັ່ງກ່າວພວມດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວ ແລະ ປະຊາຊົນ ເປັນຈຳນວນຫຼາຍດ້ວຍຄວາມາດຖະໜາຢາກຊອກຮູ້ຄົ້ນຫາພາທ່ຽວສວນສັດໃນຍາມກາງຄືນ.
ໂຕ ໝີແມວ ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວ (ພາບ: VOV)

10 ໂມງປາຍຕອນກາງຄືນ, ພາຍຫຼັງສິ້ນສຸດລາຍການທ່ອງທ່ຽວຕອນກາງຄືນຢູ່ສວນສັດ, ຍັງມີເດັກນ້ອຍຫຼາຍຄຄົນຂີ່ລົດເຂົ້າບໍລິເວນສວນສັດ ຖາວເກີ່ມວຽນ ເພື່ອຈົດຊື່ເຂົ້າຮ່ວມລາຍການ “ຍາມຕາເວັນຕົກດິນ”, ເຊິ່ງຊີ້ໃຫ້ເຫັນຄວາມດູດດື່ມເປັນພິເສດຂອງລາຍການຢ້ຽມຊົມ, ທັດສະນະສຶກສາຊີວິດຕອນກາງຄືນຂອງສັດປ່າປະເພດຕ່າງໆສຳລັບປະຊາຊົນຫຼາຍຄົນຢູ່ ໄຊງ່ອນ. ສຳລັບເອື້ອຍ ບຸ່ຍທິຖຸຍ, ຢູ່ເມືອງ ເຕິນບິ່ງ ແລ້ວ, ການຢ້ຽມຊົມລາຍການດັ່ງກ່າວພ້ອມກັບລູກສາວເປັນການລົງຕົວຈິງທີ່ຈັບອົກຈັບໃຈ.

ພາຍຫຼັງຊອກຮູ້ໃນເຟດບຸກຂອງ ຖາວເກີມວຽນ, ຂ້າພະເຈົ້າໄດ້ຕົກລົງພາລູກໄປທ່ຽວຊົມ ເພາະແນ່ນອນວ່າຈະມີຄວາມຮູ້ສຶກຕ່າງກັບຕອນກາງເວັນ. ແຂກທ່ອງທ່ຽວໄດ້ຊຶມຊັບເຂົ້ຊີວິດຫາກິນຍາມກາງຄືນຂອງສັດປ່າ, ກໍຢາກຢ້ານໜ້ອຍໜຶ່ງ ແຕ່ຈັບອົກຈັບໃຈຫຼາຍ, ເຮົາກໍມີຄວາມເຂົ້າໃຈກ່ຽວກັບບັນດາຄຸນລັກສະນະພິເສດອື່ນຂອງສັດຫາກິນເອງ ແລະ ສັດກິນຫຍ້າຍາມກາງຄືນ”.

ແຂກທ່ອງທ່ຽວຈຳນວນຫຼາຍເຂົ້າຮ່ວມລາຍການທ່ອງທ່ຽວ(ພາບ: VOV)
“ຍ່າງຄ່ອຍ, ເວົ້າຄ່ອຍ” - ແມ່ນຄຳເຕືອນຂອງຜູ້ນຳທ່ຽວກ່ອນຈະເຂົ້າຮ່ວມລາຍການ ຍິ່ງເຮັດໃຫ້ນັກທ່ອງທ່ຽວຮູ້ມີຄວາມກະຕືລືລົ້ນຢາກຊອກຮູ້. ຄວາມຮູ້ສຶກເມື່ອທຸກຄົນຕ້ອງມິດງຽບ, ເປີດຫູເປີດຕາ, ຮັບຟັງແຕ່ລະບາດກ້າວ, ລົມຫາຍໃຈຂອງສັດແມ່ນຮູ້ສຶກຕື່ນເຕັ້ນທີ່ສຸດ. ແຂກທ່ອງທ່ຽວໄດ້ຕິດຕາມບັນດາປະເພດສັດລ່າເຍື່ອຄື ເສືອ, ເສືອດາວ, ໝາໄນ... ໃນວິວັດທະນາການຊອກຫາອາຫານ, ກໍຄືເຫັນປະຈັກຕາບັນດາປະເພດສັດກິນຫຍ້າ, ນົກນ້ຳ... ມີການເຄື່ອນໄຫວຢ່າງແຂງແຮງທີ່ສຸດໃນຍາມກາງຄືນ.

  ນ້ອງມີຄວາມປະທັບໃຈກັບໂຕໝາ ເພາະວ່າມັນເປັນສັດປ່າ ແລະ ມີສຽງຫົວທີ່ເຮັດໃຫ້ເຮົາຮູ້ສຶກຢ້ານ. ນ້ອງາກເຫັນໂຕໝີແມ ແລະ ໂຕເສືອຂາວ ເພາະວ່າມັນມີເລື່ອງລາວທີ່ຈັບໃຈ ສະນັ້ນນ້ອງຢາກຊອກຮູ້ຕື່ມອີກ.

ມີສັດຫຼາຍປະເພດນອນຕອນກາງເວັນ, ສ່ວນຕອນກາງຄືນພັດຕື່ນ ແລະ ເຄື່ອນໄຫວຢ່າງແຮງກວ່າ, ໄປເລາະໄປລ່ອງ. ນ້ອງມັກທີ່ສຸດແມ່ນໂຕເສືອ ເພາະວ່າມັນງາມ ແລະ ເປັນສັດຮ້າຍ. ລາຍການທ່ອງທ່ຽວນີ້ນ້ອງເຫັນວ່າຄັກ ແລະ ຈັບໃຈຫຼາຍ”.

ບັນດາຜູ້ນຳທ່ຽວລ້ວນແຕ່ເປັນພະນັກງານຜູ້ມີຄວາມຊຳນານ ແລະ ມີປະສົບການຫຼາຍຂອງ ສວນສັດ ຖາວເກີ່ມວຽນ, ໃນຕະຫຼອດລາຍການຍັງໄດ້ແນະນຳໃຫ້ແຂກທ່ອງທ່ຽວມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວິຖີຊີວິດ ແລະ ປະຕິກິລິຍາຂອງສັດແຕ່ລະປະເພດ, ພ້ອມດ້ວຍບັນດາເລື່ອງລາວກ່ຽວກັບທີ່ມາຂອງຊື່ເອີ້ນ, ຊື່ຫຼີ້ນຂອງແຕ່ລະໂຕເມື່ອໄດ້ຮັບລ້ຽງ ແລະ ການເບິ່ງແຍງຢູ່ທີ່ນີ້ເປັນຄືແນວໃດ. ຮວ່າງຖຸ່ຍຢວຽນ, ຍິງສາວ ອາຍຸ 22 ປີ ຈາກ ຮ່າໂນ້ຍ ເຂົ້າໄປນະຄອນ ໂຮ່ຈີມີນ ເພື່ອເຂົ້າຮ່ວມລາຍການທ່ອງທ່ຽວຕອນກາງຄືນ ສວນສັດ ຖາວເກີ່ມວຽນ ນີ້ ໄດ້ແບ່ງປັນວ່າ:

ໂດຍໄດ້ເຂົ້າຮ່ວມລາຍການທ່ອງທ່ຽວຍາມກາງຄືນຢູ່ສວນສັດ ຖາວເກີ່ມວຽນ ນ້ອງເຫັນວ່າມ່ວນ ແລະ ຈັບໃຈພໍສົມຄວນ, ໄດ້ຮັບຟັງການແນະນໍກ່ຽວກັບວິຖີຊີວິດ, ຄວາມຊິນເຄີຍຂອງສັດແຕ່ລະປະເພດ ເຊິ່ງກ່ອນໜ້ານັ້ນນ້ອງຍັງບໍ່ທັນມີໂອກາດໄດ້ເຫັນປະຈັກຕາ. ນ້ອງມັກໝີແມວ ແລະ ຄອບຄົວຂອງມັນເປັນຕາແພງຫຼາຍ”.

ປັດຈຸບັນ, ລາຍການທ່ຽວຊົມຕອນກາງຄືນຢູ່ສວນສັດ ຖາວເກີ່ມວຽນ ພຽງແຕ່ໄດ້ຈັດຂຶ້ນໃນຕອນຄ່ຳວັນເສົາຂອງທຸກອາທິດເທົ່ານັ້ນ. ທ່ານ ຫງວຽນແທັງຍືດ, ຮອງຜູ້ອຳນວຍການສວນສັດ ຖາມເກີ່ມວຽນ, ໃຫ້ຮູ້ວ່າ: ຖາວເກີ່ມວຽນ ປັດຈຸບັນແມ່ນສະມາຊິກຂອງສະຫະສະມາຄົມ ສວນສັດໂລກ, ອາຊີຕາເວັນອອກສ່ຽງໃຕ້ ແລະ ຫວຽດນາມ, ໂດຍມີມາດຖານກ່ຽວກັບສະພາບຮ່າງກາຍ ແລະ ຈິດໃຈຂອງສັດ, ແນໃສ່ນຳມາເຊິ່ງເງື່ອນໄຂດີທີ່ສຸດກ່ຽວກັບສຸຂະພາບທາງກາຍ ແລະ ຈິດໃຫ້ແກ່ສັດ. ດັ່ງນັ້ນ, ເມື່ອສ້າງລາຍການທ່ອງທ່ຽວນີ້ກໍ່ຕ້ອງອີງໃສ່ບັນດາມາດຖານນີ້ ແລະ ມາດຖານອື່ນໆຂອງຂະແໜງສັດລ້ຽງ, ກະສິກຳ ແລະ ປ່າໄມ້; ສຸມໃສ່ຂົງເຂດສັດເຄື່ອນໄຫວຕອນກາງຄືນ, ຮັບປະກັນກ່ຽວກັບດ້ານສຽງ, ແສງ, ການກະທົບຕອບ ເພື່ອບໍ່ສົ່ງຜົນກະທົບຕໍ່ບັນດາສັດປະເພດຕ່າງໆ. ທ່ານ ຫງວຽນແທັງຍືດ ແບ່ງປັນວ່າ:

ເລື່ອງເປີດກວ້າງລາຍການທ່ອງທ່ຽວເພື່ອໃຫ້ແຂກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບການເຄື່ອນໄຫວອື່ນຂອງ ຖາວເກີ່ມວຽນ ກໍເປັນການດີ, ແຕ່ການຈັດຕາມລະດັບໃດ ກໍຕ້ອງອີງໃສ່ມາດຖານກ່ຽວກັບສະພາບຮ່າງກາຍ ແລະ ຈິດໃຈຂອງສັດ, ໝາຍຄວາມວ່າ ຕ້ອງເຮັດແນວໃດໃຫ້ສັດແຕ່ລະປະເພດຢູ່ທີ່ນີ້, ທັງສັດເຄື່ອນໄຫວຕອນກາງຄືນ ແລະ ຕອນກາງເວັນມີເວລາພັກຜ່ອນ, ຮັບປະກັນບັນດາການເຄື່ອນໄຫວຊິນເຄີຍ ແລະ ບໍ່ສົ່ງຜົນກະທົບຕໍ່ລາຍການຂອງຕົນ, ສະນັ້ນ ປັດຈຸບັນພວກຂ້າພະເຈົ້າກໍພວມພິຈາລະນາຢ່າງລະມັດລະວັງ”.

   ເມື່ອເຄື່ອນຍ້າຍອອກຈາກບັນຍາກາດທີ່ຄຶກຄື້ນເນື່ອງນັນ, ເພື່ອເຂົ້າຮ່ວມລາຍການ “ຍາມຕາເວັນຕົກດິນ" ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວໃນບັນຍາກາດທີ່ມິດງຽບ, ຮັບຟັງສຽງຂອງທຳມະຊາດ ແລະ ສຳຜັດກັບຄວາມງາມແບບລຶກລັບມະຫັດສະຈັນຂອງຕອນກາງຄືນ, ອັນໄດ້ນຳມາເຊິ່ງຄວາມສະຫວາດສະເຫວີຍທີ່ໜ້າຈັບໃຈ./.

TAG
VOV/VOVworld/ສວນ​ສັດ ຖາວ​ເກີ່ມ​ວຽນ/ໝີ​ແມວ/ເສືອ​ດາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ