logo

ລາຍການ​ສະ​ແດງ​ຊຸດ​ເສື້ອ​ຍາວ​ລວມ​ໝູ່​ຢູ່​ທ້ອງ​ຖະ​ໜົນ​ໃນ​ວັນ​ທີ 8 ມີ​ນາ ຢູ່​ນະ​ຄອນ ໂຮ່​ຈີ​ມິນ

2026/3/8 | 11:34:44
(VOVWORLD) - ມີສະມາຊິກສະຫະພັນແມ່ຍິງ ແລະ ປະຊາຊົນກວ່າ 58.000 ຄົນໄດ້ເຂົ້າຮ່ວມລາຍການສະແດງຊຸດເສື້ອຍາວລວມໝູ່ຢູ່ 36 ສະຖານທີ່ໃນບໍລິເວນນະຄອນ ໂຮ່ຈີມິນ. 
ບັນຍາກາດຂອງເຫດການ

ການເຄື່ອນໄຫວດັ່ງກ່າວໄດ້ດຳເນີນໃນວັນທີ 8 ມີນາ ແລະ ແມ່ນໜຶ່ງໃນບັນດາເຫດການສະເຫຼີມສະຫຼອງວັນແມ່ຍິງສາກົນ. ເຫດການໄດ້ສ້າງບັນຍາກາດຟົດຟື້ນມ່ວນຊື່ນໃນໂອກາດວັນແມ່ຍິງສາກົນ ແລະ ປະກອບສ່ວນເຊີດຊູຄວາມງາມທີ່ມີສະເໜ່ຂອງແມ່ຍິງ ຫວຽດນາມ ໃນຊຸດເສື້ອຍາວທີ່ເປັນມູນເຊື້ອ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມອບໃບຍ້ງອຍໍໃຫ້ແກ່ກົມກອງໝູ່ຄະນະໂຄສະນາສຶກສາສະຫະພັນແມ່ຍິງ ນະຄອນ ໂຮ່ຈີມິນ ແລະ 10 ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດງານໃນໄລຍະ 2019 – 2023, ປະກອບສ່ວນເຂົ້າໃນພາລະກິດສ້າງລັດທິສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ.


TAG
VOV/VOVworld/ວັນ​ແມ່​ຍິງ​ສາ​ກົນ/ຊຸດ​ເສື້ອ​ຍາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ