logo

ລາວ ​ຕີ​ລາ​ຄາ​ສູງ​ບັນ​ດາ​ຂີດ​ໝາຍ​ພົ້ນ​ເດັ່ນ​ຂອງ ຫວຽດ​ນາມ ພາຍຫຼັງ 40ປີ ແຫ່ງ​ການ​ປ່ຽນ​ແປງ​ໃໝ່

2025/12/23 | 06:25:48
(VOVWORLD) - ພາຍຫຼັງ 40 ປີແຫ່ງການປະຕິບັດການປ່ຽນແປງໃໝ່, ຫວຽດນາມ ໄດ້ຢຶດໝັ້ນເສັ້ນທາງສັງຄົມນິຍົມ, ວາງແນວທາງພັດທະນາທີ່ຖືກຕ້ອງ, ບັນລຸໄດ້ຫຼາຍຜົນງານພົ້ນເດັ່ນກ່ຽວກັບເສດຖະກິດ - ສັງຄົມ ແລະ ຍົກສູງຖານະບົດບາດບົນເວທີສາກົນຢ່າງບໍ່ຢຸດຢັ້ງ.
ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີລາວ ໃຫ້ການສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ ໃນວັນທີ 22 ທັນວາ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີລາວ, ໄດ້ສະແດງຄວາມເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ຄຸນນະທາດ, ພຸມປັນຍາ ແລະ ຄວາມຢຶດໝັ້ນຂອງພັກກອມມູນິດ ຫວຽດນາມ ໃນຕະຫຼອດໄລຍະນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາເທື່ອລະກ້າວ.

ຕາມທ່ານສົມສະຫວາດ ແລ້ວ, ໜຶ່ງໃນບັນດາຜົນສຳເລັດອັນພົ້ນເດັ່ນຂອງ ຫວຽດນາມ ໃນ 40ປີແຫ່ງການປ່ຽນແປງໃໝ່ ນັ້ນແມ່ນການສ້າງແນວທາງພັດທະນາເສດຖະກິດທີ່ເໝາະສົມ, ປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງການປ່ຽນແປງໃໝ່ຈິນຕະນາການເສດຖະກິດກັບການຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ. ພ້ອມດຽວກັນນັ້ນ, ຫວຽດນາມ ໄດ້ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ມີໄຫວພິບ, ສອດຄ່ອງກັບສະພາບການພາກພື້ນ ແລະ ໂລກ. ຍ້ອນບັນດານະໂຍບາຍທີ່ຖືກຕ້ອງນັ້ນ ໄດ້ຊ່ວຍໃຫ້ ຫວຽດນາມ ລະດົມກຳລັງແຮງສັງລວມນັບທັງຢູ່ພາຍໃນປະເທດ ແລະ ສາກົນ, ຍາດແຍ່ງແຫຼ່ງກຳລັງຢ່າງສຸດຂີດໃຫ້ແກ່ການພັດທະນາ.

ທ່ານອະດີດຮອງນາຍົກລັດຖະມົນຕີ ລາວ ກໍໄດ້ເນັ້ນໜັກເປັນພິເສດເຖິງຄວາມໝາຍຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຢ່າງຮອບດ້ານ ແລະ ຍຸດທະສາດລະຫວ່າງສອງປະເທດ ຫວຽດນາມ - ລາວອີກດ້ວຍ./.

TAG
VOV/VOVworld/40 ປີ​ແຫ່ງ​ການ​ປະ​ຕິ​ບັດ​​ການ​ປ່ຽນ​ແປງ​ໃໝ່/ຄວາມຢຶດໝັ້ນຂອງພັກກອມມູນິດ ຫວຽດນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ