logo

ລາວ ຢືນຢັນບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນປະກອບສ່ວນເຂົ້າເສັ້ນທາງ 50 ປີແຫ່ງການພັດທະນາ

2025/12/1 | 09:17:23
(VOVWORLD) - ລາວ ກໍ່ສືບຕໍ່ຍົກລະດັບພື້ນຖານໂຄງລ່າງຕາມວິໄສທັດການພັດທະນາ. ຈາກປະເທດບໍ່ມີທະເລ, ລາວ ໄພວມກາຍເປັນປະເທດເຊື່ອມຕໍ່ຜ່ານທາງບົກ, ທາງນ້ຳ ແລະ ທາງການບິ່ນເທື່ອລະກ້າວ.
ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ກ່າວຄຳເຫັນທີ່ການພົບປະ
(ພາບ: TTXVN)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ສປປ.ລາວ (02 ທັນວາ 1975 – 02 ທັນວາ 2025), ຕອນເຊົ້າວັນທີ 30 ພະຈິກ, ຢູ່ທຳນຽບປະທານປະເທດ, ທີ່ນະຄອນຫຼວງ ວຽງຈັນ, ພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ລາວ ໄດ້ຈັດງານພົບປະກັບບັນດາຜູ້ຕາງໜ້າອົງການສາກົນ ແລະ ອົງການທູຕານຸທູດຕ່າງປະເທດປະຈຳ ລາວ. ທ່ານ ຫງວຽນມິນເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ພ້ອມກັບພັນລະຍາເຂົ້າຮ່ວມເຫດການ.

ກ່າວຄຳເຫັນທີ່ການພົບປະ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ສະພາບການພາກພື້ນ ແລະ ໂລກມີການຜັນແປຫຼາຍຢ່າງ, ຍາດທີ່ຈະຄາດຄະເນໄດ້ລ່ວງໜ້າ, ສົ່ງຜົນສະທ້ອນເຖິງຫຼາຍປະເທດ, ໃນນັ້ນມີ ລາວ. ຕໍ່ໜ້າສະພາບການນັ້ນ, ລັດຖະບານ ລາວ ໄດ້ສຸມໃສ່ແກ້ໄຂບັນດາບັນຫາຂອງປະເທດຊາດຢ່າງມີປະສິດທິຜົນ. ສິ່ງທີ່ໜ້າສົນໃຈ, ລາວ ໄດ້ກາຍເປັນຄູ່ສົນທະນາຂອງອົງການຮ່ວມມື ຊຽງໄຫ່ ແລະ ເຊັນສົນທິສັນຍາສະຫະປະຊາຊາດກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດ (ສົນທິສັນຍາ ຮ່າໂນ້ຍ) ທີ່ພິທີເປີດເຊັນຢູ່ ຮ່າໂນ້ຍ ໃນເດືອນ ຕຸລາ 2025 ຜ່ານມາ. ພ້ອມກັນນັ້ນ, ລາວ ກໍ່ສືບຕໍ່ຍົກລະດັບພື້ນຖານໂຄງລ່າງຕາມວິໄສທັດການພັດທະນາ. ຈາກປະເທດບໍ່ມີທະເລ, ລາວ ໄພວມກາຍເປັນປະເທດເຊື່ອມຕໍ່ຜ່ານທາງບົກ, ທາງນ້ຳ ແລະ ທາງການບິ່ນເທື່ອລະກ້າວ. ການນຳ ລາວ ຢືນຢັນວ່າ, ຜົນງານທີ່ບັນລຸໄດ້ນັ້ນ ໄດ້ມີການປະກອບສ່ວນສຳຄັນຂອງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນໃນຕະຫຼອດໄລຍະທີ່ຜ່ານມາ.

TAG
VOV/VOVworld/​ລະ​ດັບ​/ພື້ນ​ຖານ/​ໂຄງ​ລ່າງ​/​ວິ​ໄສ​ທັດ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ