logo

ລາວ ອວຍ​ພອນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄົບ​ຮອບ 96 ປີ

2026/2/4 | 08:59:23
(VOVWORLD) -     ໃນລະຫວ່າງວັນທີ 02 – 03 ກຸມພາ, ມີຫຼາຍຄະນະພັກ, ກະຊວງ, ຂະແໜງການ, ສຳນັກງານອົງການຂອງລາວ ໄດ້ເຂົ້າໄປຍັງສະຖານທູດ ຫວຽດນາມ ປະຈຳ ລາວ ອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 96 ປີ (03/02/1930 – 03/02/2026) ແລະ ບຸນປີໃໝ່ປະຈຳຊາດປີມະເມຍ 2026.
ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ (ເບື້ອງຂວາມື) ຕ້ອນຮັບທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ມາອວຍພອນ (ພາບ:  VOV)

ບັນດາຜູ້ແທນຂອງລາວ ສະແດງຄວາມຊົມເຊີຍມາຍັງ ຫວຽດນາມ ທີ່ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ພ້ອມດຽວກັນນັ້ນ, ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນແບບພິເສດຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ສ້າງພື້ນຖານ, ການນຳ ແລະ ປະຊາຊົນລຸ້ນຕ່າງໆຂອງສອງປະເທດໄດ້ມີການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

        ສ່ວນທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ; ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮຽງບ່າຮຽງໄຫຼ່ເພື່ອພ້ອມກັນສ້າງສາ ແລະ ພັດທະນາປະເທດຊາດ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນມິງເຕີມ ຢັ້ງຢືນວ່າ ສະຖານທູດ ຫວຽດນາມ ປະຈຳ ລາວ ຈະພ້ອມກັບບັນດາກະຊວງ, ຂະແໜງການຂອງລາວ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ ໃຫ້      ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດຢ່າງແທ້ຈິງ.

TAG
VOV/VOVworld/ກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ/ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄົບ​ຮອບ 96 ປີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ