logo

ລາວ ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົ​ມ​ມະ​ເລິກ​ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ X

2026/3/23 | 11:16:45
(VOVWORLD) -  ໃນຂອບເຂດວາລະໄຂ, ກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດຊຸດທີ X ຂອງລາວໄດ້ເລືອກເອົາທ່ານ ໄຊສົມພອນ ພົວວິຫານ, ອະດີດປະທານສະພາແຫ່ງຊາດຊຸດທີ IX ເປັນປະທານສະພາແຫ່ງຊາດຊຸດທີ X, ທ່ານ ສອນໄຊ ສີພັນດອນ ອະດີດນາຍົກລັດຖະມົນຕີ ຊຸດທີ IX, ເປັນນາຍົກລັດຖະມົນຕີຊຸດທີ X.
ທ່ານໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຊຸດທີ IX ຂອງລາວກ່າວຄຳເຫັນໄຂກອງປະຊຸມ (ພາບ: TTXVN )

ຕອນເຊົ້າວັນທີ 23 ມີນາ, ຢູ່ນະຄອນຫຼວງ ວຽງຈັນຂອງລາວ, ສະພາແຫ່ງຊາດສະໄໝທີ X ຂອງ ລາວ ໄດ້ໄຂກອງປະຊຸມຄັ້ງປະຖົມມະເລິກ ພາຍໃຕ້ການເປັນປະທານຂອງ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ. ເຂົ້າຮ່ວມມີການເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມກັບບັນດາການນຳຂັ້ນສູງ ແລະ ອະດີດການນຳຂັ້ນສູງພັກ, ລັດ ລາວ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໃຫ້ຮູ້ວ່າກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດຊຸດທີ X ຂອງລາວສຸມໃສ່ປຶກສາຫາລື ແລະ ເຫັນດີເປັນເອກະພາບຫຼາຍບັນຫາສຳຄັນພື້ນຖານຂອງປະເທດລວມມີ: ຮັບຟັງບົດລາຍງານຂອງຄະນະກຳມະການເລືອກຕັ້ງສະພາແຫ່ງຊາດ ກ່ຽວກັບໝາກຜົນຂອງການເລືອກຕັ້ງ ແລະ ຢັ້ງຢືນຖານະຕຳແໜ່ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ V… ໃນຂອບເຂດວາລະໄຂ, ກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດຊຸດທີ X ຂອງລາວໄດ້ເລືອກເອົາທ່ານ ໄຊສົມພອນ ພົວວິຫານ, ອະດີດປະທານສະພາແຫ່ງຊາດຊຸດທີ IX ເປັນປະທານສະພາແຫ່ງຊາດຊຸດທີ X, ທ່ານ ສອນໄຊ ສີພັນດອນ ອະດີດນາຍົກລັດຖະມົນຕີ ຊຸດທີ IX, ເປັນນາຍົກລັດຖະມົນຕີຊຸດທີ X

TAG
VOV/VOVworld/ຫວຽດ​ນາມ/ລາ​ວ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ