logo

ວິຊິງຕັນ, ກີແອັບ ປຶກສາຫາລືການຟື້ນຟູວິວັດການເຈລະຈາກ່ຽວກັບບັນຫາ ຢູແກຼນ

2026/3/22 | 09:43:22
(VOVWORLD) - ການພົບປະລະຫວ່າງ 2 ຄະນະຜູ້ແທນຂອງ ອາເມລິກາ ແລະ ຢູແກຼນ ໄດ້ຈັດຂຶ້ນໃນບັນຍາກາດ “ມີລັກສະນະສ້າງສັນ”
ອາເມລິກາ ແລະ ຢູແກຼນ ໄດ້ພົບປະກັນເພື່ອປຶກສາຫາລືວິທີຟື້ນຟູວິວັດທະນາການເຈລະຈາ, ແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກວ່າ 4 ປີຜ່ານມາຢູ່ ຢູແກຼນ
(ພາບປະກອບ: REUTERS/Nina Liashonok)

ໃນລະຫວ່າງວັນທີ 21 – 22 ມີນາ, ບັນດາຄະນະເຈລະຈາຂອງ ອາເມລິກາ ແລະ ຢູແກຼນ ໄດ້ພົບປະກັນຢູ່ລັດ Florida ເພື່ອປຶກສາຫາລືວິທີຟື້ນຟູວິວັດທະນາການເຈລະຈາ, ແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກວ່າ 4 ປີຜ່ານມາຢູ່ ຢູແກຼນ. ກ່ອນໜ້ານັ້ນ, ຕໍ່ໜ້າບັນດາຄວາມມານະພະຍາຍາມຂອງ ວໍຊິງຕັນ ນຳໜ້າເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ຖືກ “ຢຸດຕິ” ນັບແຕ່ເມື່ອ ອາເມລິກາ ແລະ ອິດສະຣາແອັນ ປຸກລະດົມບັ້ນບຸກໂຕມຕີ ອີຣານ ນັບແຕ່ທ້າຍເດືອນ ກຸມພາ.

ໃນສື່ສັງຄົມ X, ທ່ານ Steve Witkoff, ທູດພິເສດຂອງ ອາເມລິກາ ຢືນຢັນວ່າ ການພົບປະລະຫວ່າງ 2 ຄະນະຜູ້ແທນຂອງ ອາເມລິກາ ແລະ ຢູແກຼນ ໄດ້ຈັດຂຶ້ນໃນບັນຍາກາດ “ມີລັກສະນະສ້າງສັນ” ດ້ວຍ “ບັນດາເນື້ອໃນປຶກສາຫາລືສຸມໃສ່ການຮັດແຄບ ແລະ ແກ້ໄຂບັນດາບັນຫາທີ່ຍັງເຫຼືອ ເພື່ອຫຍັບເຂົ້າມາໃກ້ກັບຂ້ໍຕົກລົງສັນຕິພາບຢ່າງຮອບດ້ານ”.

TAG
VOV/VOVworld/ປຸກ​ລະ​ດົມ​/​ບຸກ​ໂຕມ​ຕີ/ຫຍັບ​ເຂົ້າ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ