logo

ວັດ​ທະ​ນະ​ທຳ​ຄອບ​ຄົວ - ຊັບສົມ​ບັດ​ອັນ​ລ້ຳ​ຄ່າ​ໃນ​ການດຳລົງຊີ​ວິດ​ຍຸກ​ທັນ​ສະ​ໄໝ

2025/6/28 | 16:59:00
(VOVWORLD) -  ເມື່ອຊີວິດຍຸກທັນສະໄໝມີຄວາມຟ້າວຟັ່ງວ່ອງໄວຄືໃນປັດຈຸບັນ ຈະມີບັນດາຄຸນຄ່າໃໝ່ປະກົດຂຶ້ນຢ່າງລຽນຕິດ, ວັດທະນະທຳຄອບຄົວແມ່ນສິ່ງທີ່ລ້ຳຄ່າ, ເຊິ່ງໄດ້ຮັບການຖະໜຸຖະໜອມ ແລະ ສືບທອດແຕ່ຄົນລຸ້ນນີ້ສູ່ຄົນລຸ້ນອື່ນ, ຍື່ນຍົງຕາມການເວລາ. ວັດທະນະທຳຄອບຄົວປະກົດມີໃນແບບແຜນການດຳລົງຊີວິດຂອງຄອບຄົວ, ໃນແຕ່ລະການກະທຳ, ແຕ່ລະຄຳວາຈາທີ່ລຽບງ່າຍໃນວັນໆນັ້ນເອງ ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ການພັດທະນາຂອງແຕ່ລະຄົນ ແລະ ທັງສັງຄົມ.

ຄອບຄົວບໍ່ພຽງແຕ່ແມ່ນບ່ອນກຳເນີດ ແລະ ເຕີບໃຫຍ່ຂອງຄົນເຮົາ, ຫາກຍັງເປັນ “ໂຮງຮຽນແຫ່ງທຳອິດ” ທີ່ສ້າງ ບຸກຄະລິກກະພາບ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງຄົນເຮົາ. ໃນຄອບຄົວຊາວ ຫວຽດນາມ, ວັດທະນະທຳຄອບຄົວກໍ່ແມ່ນສິ່ງທີ່ເບິ່ງຄືວ່າເລັກນ້ອຍ, ເຊັ່ນ: ລູກຫຼານມີຄວາມກະຕັນຍູ, ມີຄວາມເຄົາລົບນັບຖືຕໍ່ປູ່ຍ່າຕາຍາຍ, ພໍ່ແມ່; ຜົວເມຍຊື່ສັດຕໍ່ກັນ; ອ້າຍນ້ອງສາມັກຄີ, ປອງດອງ, ເຄົາລົບນັບຖືຜູ້ໃຫຍ່, ແບ່ງປັນກັບຜູ້ມີອາອຍຸຕ່ຳກວ່າ… ໄດ້ ແລະ ພວມໄດ້ຮັບການອະນຸລັກຮັກສາແຕ່ໃດມາ.

ການສຶກສາ ບໍ່ພຽງແຕ່ໃນການຮຽນເທົ່ານັ້ນ ຫາກຍັງຕ້ອງສຶກສາໃຫ້ລູກຫຼານທັງກ່ຽວກັບກິດຕິຄຸນມະນຸດ, ຮູ້ມາລະຍາດການປະພຶດຄືດັ່ງທີ່ປູ່ຍ່າຕາຍາຍເຮົາໄດ້ບອກສອນສືບທອດກັນມາ. ນັບແຕ່ບັນດາການປະພຶດເລັກໆນ້ອຍໆ, ເຊັ່ນ: ການໄປມາລາຄອບ”.

“ເຮົາເປັນຄົນລຸ້ນໜຸ່ມ, ຕ້ອງຮູ້ເຄົາລົບນັບຖືຜູ້ໃຫຍ່, ພໍ່ແມ່. ເຮົາກໍ່ຕ້ອງສອນສິ່ງນີ້ໃຫ້ລູກເຮົາແຕ່ຄາວຍັງນ້ອຍ. ຖ້າເຮັດໄດ້ຄືແນວນັ້ນ, ຕາມການເວລາລູກກໍຈະສ້າງເປັນຄວາມຊິນເຄີຍ ແລະ ການເປັນແບບທີ່ດີໃນການທັກທາຍລາຄອບ”.

ພາຍຫຼັງເລີກວຽກ, ສອງຜົວຍາດເວລາຫຼີ້ນນຳລູກ ເພື່ອສ້າງຄວາມຜູກພັນ (ພາບ: VOV)

ວັດທະນະທຳຄອບຄົວແມ່ນສີສັນທີ່ມີຄວາມເປັນເອກະລັກສະເພາະ, ແມ່ນມໍລະດົກດ້ານຈິດໃຈ ເຊິ່ງຄົນລຸ້ນກ່ອນໄດ້ປະໄວ້ໃຫ້ລຸ້ນຫຼັງ ແລະ ປະກອບສ່ວນສຳຄັນເຂົ້າໃນການຜູກພັນສະມາຊິກແຕ່ລະຄົນໃນຄອບຄົວ, ຫຼໍ່ລ້ຽງຈິດໃຈຂອງຄົນເຮົາແຕ່ຄາວຍັງນ້ອຍ.

ຄາບເຂົ້າຂອງຄອບຄົວ ແມ່ນສັນຍາລັກຢ່າງະແຈ້ງທີ່ສຸດໃຫ້ແກ່ວັດທະນະທຳຄອບຄົວ ຫວຽດນາມ. ບໍ່ພຽງແຕ່ເປັນການກິນເຂົ້າເທົ່ານັ້ນ, ຄາບເຂົ້າຂອງຄອບຄົວຍັງແມ່ນໂອກາດເພື່ອໃຫ້ບັນດາສະມາຊິກໃນຄອບຄົວໄດ້ເຕົ້າໂຮມຢູ່ອ້ອມຂ້າງກັນ, ແມ່ນສາຍໃຍນາມມະທຳເຊື່ອມຕໍ່ຄວາມຮັກແພງ ແລະ ການແບ່ງປັນ. ນີ້ແມ່ນຈຸດເວລາຮັກສາບັນດາຄວາມຊົງຈຳ, ບັນດາເລື່ອງລາວໃນຊີວິດປະຈຳວັນ ແລະ ກໍແມ່ນເວລາທີ່ບັນດາຄຸນຄ່າວັດທະນະທຳຄອບຄົວທີ່ໄດ້ຮັບການສືບທອດໃນແບບທີ່ເປັນທຳມະຊາດທີ່ສຸດ. ສຳລັບຫຼາຍຄົນແລ້ວ, ຄາບເຂົ້າຄອບຄົວຍັງເປັນຈຸດເວລາເພື່ອ “ເຕີມພະລັງງານ” ພາຍຫຼັງມື້ເຮັດວຽກທີ່ິອິດເມື່ອຍອີກດ້ວຍ.

“ສຳລັບຂ້າພະເຈົ້າແລ້ວ, ຄຳວ່າ ຄອບຄົວ ແມ່ນສິ່ງທີ່ສັກສິດ ເຊິ່ງແຕ່ລະເທື່ອທີ່ເວົ້າເຖິງຄອບຄົວ, ຂ້າພະເຈົ້າລ້ວນແຕ່ຮູ້ສຶກອົບອຸ່ນ. ແຕ່ລະມື້, ພາຍຫຼັງການເຮັດວຽກທີ່ເຄັ່ງຕຶງ, ໄດ້ເມືອເຮືອນ, ກິນເຂົ້າພ້ອມກັບພໍ່ແມ່, ເມຍ ແລະ ລູກ ແມ່ນສິ່ງທີ່ສຸດຍອດທີ່ສຸດ”

ສິ່ງທຳອິດທີ່ຂ້າພະເຈົ້າໄດ້ສຶກສາໃຫ້ລູກ ນັ້ນແມ່ນ ຕ້ອງສອນກ່ຽວກັບຄອບຄົວ. ຄອບຄົວຂອງຂ້າພະເຈົ້າ, ຕາມປົກກະຕິແລ້ວ, ເມື່ອໄດ້ເຮັດວຽກມາໝົດມື້, ສິ່ງທຳອິດທີ່ຊ່ວຍຜູກພັນກັນນັ້ນແມ່ນ ພາເຂົ້າແລງຂອງຄອບຄົວ. ນີ້ແມ່ນຈຸດເວລາທີ່ພໍ່ແມ່ລູກເຕົ້າ ພ້ອມກັນແບ່ງປັນນຳກັນກ່ຽວກັບວຽກງານທີ່ໄດ້ເຮັດໃນມື້ນັ້ນ”.

ໃນຊີວິດຍຸກທັນສະໄໝປັດຈຸບັນ, ວັດທະນະທຳຄອບຄົວບາງເທື່ອຍັງເປັນຄວາມຊີນເຄີຍນ້ອຍໆ ເຊິ່ງບັນດາສະມາຊິກໃນຄອບຄົວໄດ້ພ້ອມກັນເຂົ້າຮ່ວມ ແລະ ຮັກສາມາໂດຍຕະຫຼອດ, ເຊັ່ນ: ພ້ອມກັນອ່ານປຶ້ມໃນວັນທ້າຍອາທິດ, ເບິ່ງໜັງນຳກັນ, ໄປຫຼີ້ນໄປທ່ຽວນຳກັນ ຫຼື ພ້ອມກັນເຮັດສວນ, ເຮັດອະນາໄມເຮືອນຊານ… ອັນໄດ້ສ້າງບັນຍາກາດທີ່ມ່ວນຊື່ນ, ຜູກພັນທຸກຄົນເຂົ້າກັນ. 

ແຕ່ງກິນນຳກັນ, ເຮັວວຽກເຮືອນນຳກັນກໍແມ່ນວິທີໜຶ່ງເພື່ອຜູກພັນຄວາມຮັກແພງ (ພາບ: VOV)

ວັດທະນະທຳຄອບຄົວຂອງຄົນ ຫວຽດ ເບິ່ງຄືວ່າໄດ້ຝັງເລິກເຂົ້າຈິດສຳນຶກຂອງແຕ່ລະຄົນ. ດັ່ງນັ້ນ, ເຖິງວ່າຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ແຕ່ລາວ ຫວຽດນາມ ອາໄສຢູ່ຕ່າງປະເທດຍັງຄົງພະຍາຍາມຖະໜຸຖະໜອມຮັກສາຈຸດວັດທະນະທຳທີ່ເປັນມູນເຊື້ອ, ຫັນບັນດາຮີດຄອງປະເພນີ, ແບບແຜນຊີວິດກາຍເປັນສາຍໃບນາມມະທຳຜູກພັນຄົນລຸ້ນນີ້ກັບລຸ້ນອື່ນ. ເຂົາເຈົ້າສອນໃຫ້ລູກເວົ້າພາສາ ຫວຽດ, ເລົ່ານິທານ, ເລື່ອງລາວກ່ຽວກັບປູ່ຍ່າ ຫຼື ພ້ອມກັນກະກຽມພາເຂົ້າໃນຍາມບຸນເຕັດ, ໂອກາດປີໃໝ່ກໍພາກັນຫໍ່ເຂົ້າຕົ້ມ… ເພື່ອຊ່ວຍໃຫ້ລູກຫຼານຂອງຕົນ, ເຖິງວ່າໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ປະເທດເພິ່ນ ແຕ່ກໍຍັງເຂົ້າໃຈກ່ຽວກັບປະເພນີ ແລະ ຖືຈິດໃຈ ຫວຽດນາມ ໃນຕົວ. ເອື້ອຍ ໂງແທັງຮັ່ງ, ຊາວ ຫວຽດນາມ ພວມດໍາລົງຊີວິດຢູ່ ອັງກິດ ແບ່ງປັນວ່າ:

“ພວກຂ້າພະເຈົ້າຍັງພະຍາຍາມຈັດງານພົບປະ, ແລກປ່ຽນລະຫວ່າງບັນດາຄອບຄົວ ພ້ອມກັນແຕ່ງອາຫານຫວຽດ, ສ້າງໂອກາດໃຫ້ລູກລົມກັນດ້ວຍພາສາ ຫວຽດ, ຮ້ອງເພງຫວຽດ… ດັ່ງນັ້ນ, ເມື່ອກັບເມືອ ຫວຽດນາມ, ພວກຫຼານກໍສາມາດທັກທາຍກັບຍາດພີ່ນ້ອງດ້ວຍພາສາ ຫວຽດ ແລະ ກິນອາຫານ ຫວຽດ ໄດ້”.

ເຖິງວ່າຈະຢູ່ໃນຍຸກສະໄໝໃດ, ບໍ່ວ່າຈະຢູ່ໃສ, ເລື່ອງເຄົາລົບ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຄອບຄົວ ແມ່ນວິທີເພື່ອໃຫ້ຊາວ ຫວຽດນາມ ສ້າງຊາຍຄາແຫ່ງຄວາມອົບອຸ່ນໃຫ້ໝັ້ນແກ່ນຍືນຍົງ, ບ່ອນທີ່ສະມາຊິກແຄ່ລະຄົນຍາມໃດກໍຮູ້ສຶກມີຄວາມສະຫງົບສຸກ, ເຕັມໄປດ້ວຍຄວາມຮັກແພງ ແລະ ເປັນແຫຼ່ງກຳລັງເພື່ອບືນຕົວຂຶ້ນ.

 

TAG
VOV/VOVworld/ວັດ​ທະ​ນະ​ທຳ​ຄອບ​ຄົວ/ຄວາມ​ກະ​ຕັນ​ຍູ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ