ເຄື່ອງຖວາຍໃນພິທີໄຫວ້ບູຊາຂອງຊາວເຜົ່າເອເດ ແມ່ນຕ້ອງເຫຼົ້າໄຫ |
ຫວຽດນາມ ແມ່ນປະເທດທີ່ອຸດົມສົມບູນກ່ຽວກັບເຂດວັດທະນະທຳ, ຊົນເຜົ່າ, ສາສະໜາ, ຮີດຄອງປະເພນີ ແລະ ວິຖີຊີວິດ. ອາດຈະຈັດແບ່ງເປັນສາມເຂດວັດທະນະທຳໃຫຍ່ຄື ພາກເໜືອດ້ວຍທົ່ງພຽງແມ່ນ້ຳແດງ ແມ່ນສູນກາງອະລິຍະທຳກະສິກຳເຂົ້ານາທາມ, ເກັບຮັກສາຈຸດວັດທະນະທຳໝູ່ບ້ານຕາແສງ, ການເຫຼື້ອມໃສບູຊາພະອໍລະຫັນຜູ້ກໍ່ຕັ້ງໝູ່ບ້ານ, ພິທີກະສິກຳ, ບັນດາປະເພດຂັບລຳທຳເພງພື້ນເມືອງຄື ຂັບກວນເຫາະ, ຂັບກາຈູ, ຂັບແຈ່ວ. ພາກເໜືອກໍ່ແມ່ນເຂດປະສົມປະສານລະຫວ່າງເຜົ່າ ຫວຽດ - ເຜົ່າຈຳ, ເຜົ່າຮວາ ແລະ ຂະແມ ເຊິ່ງແມ່ນແຫ່ງພັດທະນາສະຖາປັດຕະຍະກຳເຜົ່າຈຳ, ດົນຕີໃນລາດຊະວັງ ເຫວ້, ສິລະປະຂັບຕວງ, ພ້ອມກັບບັນດາໝູ່ບ້ານອາຊີບຫັດຖະກຳພາກໃຕ້, ບັນດາງານບຸນປະເພນີທີ່ເປັນເອກະລັກ, ຂັບເດີນກາຕາຍຕື໋… ພ້ອມກັບ 54 ຊົນເຜົ່າອ້າຍນ້ອງ, ແຕ່ລະວົງຄະນາຍາດຊຸມຊົນກໍ່ລ້ວນແຕ່ມີສີສັນສະເພາະກ່ຽວກັບເຄື່ອງນຸ່ງ, ອາຫານການກິນ, ຂັບລຳທຳເພງພື້ນເມືອງ, ເຄື່ອງດົນຕີຕະຫຼອດຮອດງານບຸນ… ທ່ານຮອງສາດສະດາຈານ ປອ ຫງວຽນຢຸຍບັກ ຮອງຜູ້ອຳນວຍການຜູ້ປະຈຳການສະຖາບັນກການເມືອງຫ່ງຊາດ ໂຮຈິມິນ ໃຫ້ຮູ້ວ່າ : (ເທບ)
“ໃນບັນດາຊົນເຜົ່າ ແລະ ບັນດາເຂດແຄວ້ນຢູ່ ຫວຽດນາມ ເຖິງວ່າມີຄວາມແຕກຕ່າງກັນເງື່ອນໄຂທຳມະຊາດ ແລະ ສິ່ງແວດລ້ອມແຫ່ງການດຳລົງຊີວິດກໍ່ຕາມ ແຕ່ກໍ່ພ້ອມກັນມີວິວັດທະນະການປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດອັນດຽວກັນ, ພ້ອມກັນແບ່ງປັນກ່ຽວກັບການຫັນປ່ຽນສະພາບການ, ບັນດາຄວາມຫຍຸ້ງຍາກສິ່ງທ້າທາຍ ແລະ ນັບທັງຜົນງານທາງດ້ານເສດຖະກິດສັງຄົມ. ກໍ່ຍ້ອນຄວາມຜູກພັນລະຫວ່າງເງື່ອນໄຂທຳມະຊາດ, ປະຫວັດສາດ ແລະ ສັງຄົມນັ້ນ ກໍ່ໄດ້ສ້າງເປັນພື້ນຖານວັດທະນະທຳ ຫວຽດນາມ ເປັນເອກະພາບໃນຄວາມຫາກຫຼາຍສີສັນ, ເປັນພື້ນຖານວັດທະນະທຳມີລັກສະນະຮອບດ້ານເປັນເອກະພາບ ແລະ ຫຼາກຫຼາຍສີສັນ”.
ຄວາມຈິງໄດ້ສະແດງໃຫ້ເຫັນວ່າ ຢູ່ທ້ອງຖິ່ນໃດ ຖ້າຫາກປະຕິບັດວຽກງານອະນຸລັກມໍລະດົກວັດທະນະທຳເປັນຢ່າງດີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທັງດ້ານຊີວິດວັດທະນະທຳຈິດວິນຍານຂອງຊາວທ້ອງຖິ່ນນັ້ນ ເສດຖະກິດສັງຄົມກໍ່ຂະຫຍາຍຕົວ. ເພື່ອບັນລຸສິ່ງດັ່ງກ່າວ ກ່ອນອື່ນໝົດກໍ່ຕ້ອງຍົກສູງລະດັບຄວາມຮັບຮູ້ຂອງປະຊາຊົນ ກ່ຽວກັບສະຕິການອະນຸລັກ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳ, ເພາະວ່ານີ້ ບໍ່ພຽງແຕ່ແມ່ນການກະທຳຮັກຊາດເທົ່ານັ້ນ ຫາກຍັງແມ່ນວິທີປະຕິບັດງານຢ່າງອຸດົມສົມບູນຫຼາກຫຼາຍສີສັນ ໃຫ້ແກ່ວັດທະນະທຳ ຫວຽດນາມ ຕື່ມອີກພ້ອມກັນນັ້ນກໍ່ສ້າງຄວາມຕ້ານທານ ຕໍ່ໜ້າການແຊກຊຶມຂອງບັນດາປັດໄຈວັດທະນະທຳຢູ່ພາຍນອກ. ພ້ອມກັນນັ້ນການປັບປຸງຄວາມເຊື່ອໝັນຄວາມເອກອ້າງທະນົງໃຈຂອງຊາດ ກ່ຽວກັບສີສັນວັດທະນະທຳ ຫວຽດນາມ ແມ່ນມີຄວາມໝາຍສຳຄັນພິເສດ. ພ້ອມກັນນັ້ນການອະນຸລັກຮັກສາມໍລະດົກວັດທະນະທຳກໍ່ຕ້ອງຕິດພັນກັບການໂຄສະນາຮູບພາບມໍລະດົກ, ຜ່ານນັ້ນກໍ່ສາມາດຊຸກຍູ້ການພັດທະນາການທ່ອງທ່ຽວ ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດສັງຄົມແຕ່ລະທ້ອງຖິ່ນ. ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນ ຜູ້ປະຈຳການກຳມະທິການວັດທະນະທຳ ແລະ ສັງຄົມຂອງສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: (ເທບ)
“ກ່ອນອື່ນໝົດ,ພວກເຮົາຕ້ອງຖືວົງຄະນາຍາດ ແມ່ນເຈົ້າກຳທາງດ້ານວັດທະນະທຳ, ແມ່ນເປົ້າໝາຍໄດ້ຮັບການອະນຸລັກ. ໂຮ້ຍອານ ເດື່ອງເລິມ ຫຼື ພາກຕາເວັນຕົກແມ່ນ້ຳລຳເຊ… ທັງໝົດເຫຼົ່ານັ້ນກໍ່ຕ້ອງຮັບການມອບສິດ ແລະ ແຫຼ່ງກຳລັງເພື່ອຮັກສາສີສັນ. ທີສອງ ແມ່ນຕ້ອງລົງທຶນຢ່າງຖືກຕ້ອງຕາມຈຸດສຸມ. ພວກເຮົາບໍ່ອາດສ້າງພື້ນຖານວັດທະນະທຳທີ່ບໍ່ມີຄຸນຄ່າ, ຕ້ອງເບິ່ງແຍງຂອງປະເສີດທີ່ມີຊີວິດ”.
ອາດເວົ້າໄດ້ວ່າ ຄວາມຫຼາກຫຼາຍສີສັນວັດທະນະທຳ ຖ້າຫາກວ່າ ໄດ້ຮັບການຖືເປັນສຳຄັນ ຄືເປັນຊັບພະຍາກອນພິເສດ ຈະປະກອບສ່ວນຮັກສາສີສັນຊາດ ແລະ ຊຸກຍູ້ການພັດທະນາການທ່ອງທ່ຽວ, ອຸດສາຫະກຳ ແບບມີຫົວຄິດປະດິດສ້າງ ແລະ ເສດຖະກິດສັງຄົມ, ປັບປຸງກຸ້ມກ້ອນມະຫາສາມັກຄີທົ່ວປວງທັງຊາດ. ໃນສະພາບການເຊື່ອມໂຍງຢ່າງກວ້າງເລິກ, ການສົມທົບຢ່າງກົມກຽວລະຫວ່າງການອະນຸລັກ ແລະ ປະດິດຄິດສ້າງນັ້ນ ລະຫວ່າງການຮັກສາມູນເຊື້ອ ແລະ ໂຄສະນາແບບທັນສະໄໝຈະຊ່ວຍວັດທະນະທຳ ຫວຽດນາມບືນຕົວຂຶ້ນອອກສູ່ໂລກພາຍນອກ ປະກອບສ່ວນຢັ້ງຢືນທີ່ຕັ້ງບົດບາດ ແລະ ຄຸນນະທາດຂອງຫວຽດນາມ ໃນເວທີສາກົນ.



