logo

ວັດສວ່າຍຊໍ ກິດຈະກຳເປັນເອກະລັກ ຂອງສາສະໜາພຸດນິກາຍຣິນະຍານ ຂະແມ.

2026/2/11 | 12:16:50
(VOVWORLD) -ວັດສວ່າຍຊໍ ຢູ່ຕາແສງ ຈີໂຕນ ແຂວງ ອານຢາງ ແມ່ນວັດມີສະຖາປັດຕະຍະກຳສາສະໜາພຸດ ນິກາຍຣິນະຍານ ຂະແມ ທີ່ເປັນເອກະລັກ. ນີ້ແມ່ນບ່ອນຮ່ວມຊີວິດທາງສາສະໜາຂອງພໍ່ແມ່ປະຊາຊົນເຜົ່າຂະແມ ແລະ ກໍ່ແມ່ນບ່ອນຈັດຕັ້ງການຮ່ວມຊີວິດຊຸມຊົນ, ບັນດາງານບຸນເຜົ່າຂະແມຢູ່ທ້ອງຖິ່ນ
ຫໍບູຊາໃຫຍ່ ແມ່ນບ່ອນທີ່ເປັນເອກະລັກ ສິລະປະສະຖາປັດຕະຍະກຳ

    ກ່ອນປີ 1975 ວັດສວ່າຍຊໍ ຕັ້ງຢູ່ຕີນພູ ໂກໂຕ. ຍ້ອນສົງຄາມ, ວັດນີ້ຫຼັງຈາກນັ້ນໄດ້ຖືກຍົກຍ້າຍໄປຢູ່ກາງທົ່ງນາຂຶ້ນກັບຕາແສງ ໜຸຍໂຕ ເມືອງ ຈີໂຕນ ແຂວງ ອານຢາງເກົ່າ. ພະມະຫາອາຈານ ເຈົາຕີ ເຈົ້າອະທິການວັດ ສວ່າຍຊໍ ຮອງສາດສະດາສະພາສົງ ສະມາຄົມພຸດທະສາສະໜາ ຫວຽດນາມ ໃຫ້ຮູ້ວ່າ:

“ວັດສວ່າຍຊໍ ຖືກກໍ່ສ້າງຄືນເມືອປີ 1980 ຍ້ອນເຫດຜົນວັດເກົ່າຕັ້ງຢູ່ເຂດທ່ອງທ່ຽວສວຍຢ່າງ, ຄາວນັ້ນເກີດສົງຄາມ ດັ່ງນັ້ນວັດເກົ່າຖືກຍົກຍ້າຍໄປຍັງວັດ ໄປຣແວັງ ຢູ່ເມືອງ ຈີໂຕນເກົ່າ ແລະ ປີ 1980 ຈຶ່ງກໍ່ສ້າງຄືນ. ວັດເກົ່າ ແລະ ວັດປະຈຸບັນໄດ້ຜ່ານເຈົ້າອະທິການວັດຂອງພະມະຫາອາຈານ 9 ອົງ”.

 ກໍ່ເຊັ່ນດຽວກັນກັບວັດຕ່າງໆຂອງເຜົ່າຂະແມ, ວັດສວ່າຍຊໍ ມີສະຖາປັດຕະຍະກຳເປັນເອກະພາບຄື ປະຕູໂຂງຂອງວັດ, ຫໍບູຊາໃຫຍ່, ກຸດຕິ, ບ່ອນສອນສາສະໜາ, ທາດອັດຖິ… ສະເພາະຫໍບູຊາໃຫຍ່ ແມ່ນບ່ອນທີ່ເປັນເອກະລັກຂອງສິລະປະສະຖາປັດຕະຍະກຳ ການແກະຄວັດສະຫຼັກປະດັບປະດາຂອງຊາວເຜົ່າຂະແມ. ວັດສວ່າຍຊໍ ມີຫຼັງຄາດ້ວຍຮູບໂຄ້ງຫຼາຍຊັ້ນ ປະດັບປະດາສວຍງາມ ມີຮູບປັ້ນພະພຸດທະເຈົ້າຫຼາຍຮູບ ແລະ ລວດລາຍແກະຄວັດສະຫຼັກຢ່າງລະອຽດອ່ອນ. ພິເສດວັດສວ່າຍຊໍ ຍັງເກັບຮັກສາຊຸດຄຳພີໃບລານ ເຊິ່ງເປັນວັດຖຸວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ອ້າຍ ກີມຊອມຣີທີ ຜູ້ແປພາສາ ທັງຊ່ວຍວຽກໃຫ້ພະມະຫານອາຈານ ເຈົາຕີ ໃຫ້ຮູ້ວ່າ:

 “ວັດສວ່າຍຊໍ ເຂັ້ມຂົ້ນໄປດ້ວຍສີສັນສະຖາປັດຕະຍະກຳວັດທະນະທຳເຜົ່າຂະແມ ພ້ອມກັບສະຖາປັດຕະຍະກຳທີ່ກ່ຽວຂ້ອງເຖິງພຸດທະສາສະໜານິກາຍຣິນະຍານ. ນີ້ແມ່ນວັດມີຊື່ສຽງໃນວົງຄະນາຍາດເຜົ່າຂະແມ. ສ່ວນໜຶ່ງແມ່ນຍ້ອນພະມະຫາອາຈານເປັນເຈົ້າອະທິການວັດມີຍົດສັກຕຳແໜ່ງສູງ. ນອກຈາກນັ້ນສະຖາປັດຕະຍະກຳ ກໍ່ສວຍງາມກວ່າວັດອື່ນໆ ເຊິ່ງໄດ້ຮັບການອະນຸລັກເປັນຢ່າງດີ”.

 ປະຊາຊົນໄປນະມັດສະການໄຫວ້ບູຊາຢູ່ບັນດາວັດສາສະໜາພຸດນິກາຍຣິນະຍານ ຂະແມກໍ່ນຳເອົາເຄື່ອງຂອງບູຊາທີ່ງ່າຍດາຍ. ເຄື່ອງຂອງບູຊາເຄີຍແມ່ນທູບ ທຽນ ໝາກໄມ້ ເຂົ້າໜົມ ນ້ຳຫວານ ເຂົ້າໜຽວ… ລຸງ ເຈົາຣິກ ຢູ່ແຂວງ ອານຢາງ ໃຫ້ຮູ້ວ່າ:

 “ເມື່ອໄປວັດເຮົາກໍ່ພາວະນາໃຫ້ສຸຂະພາບແຂງແຮງ ການດຳລົງຊີວິດອີ່ມໝຳສຳລານ ແລະ ຜາສຸກ ລະການຜະລິດໄດ້ຮັບຜົນດີ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ພະພຸດທະເຈົ້າ, ສ້າງການດຳລົງຊີວິດ ແລະ ສາສະໜາໃຫ້ດີງາມ. ຊາວທ້ອງຖິ່ນມີຄວາມເອກອ້າງທະນົງໃຈເມື່ອມີ ວັດສວ່າຍຊໍ ເຊິ່ງແມ່ນວັດງາມມີພະອາຈານມະຫາ ມີຄວາມເກັ່ງກ້າສາມາດເປັນເຈົ້າອະທິການວັດ”.

 ແຕ່ລະປີວັດໄດ້ຈັດຕັ້ງບັນດາງານບຸນປະເພນີຄື ຈອນຈະດຳເທືອເມິຍ, ອັອກອອມບັອກ ແລະ ແຊນໂດນຕາ. ກໍ່ເຊັ່ນດຽວກັນກັບວັດອື່ນໆຂອງເຜົ່າຂະແມ, ວັດສວ່າຍຊໍ ກໍ່ເປີດຊຸດຮຽນໂດຍບໍ່ເກັບຄ່າໃຫ້ແກ່ນັກຮຽນໃນໂອກາດຍາມພັກແລ້ງ. ສວ່າຍຊໍ ແມ່ນໜຶ່ງໃນບັນດາວັດເຜົ່າຂະແມ ທຳອິດຢູ່ເຂດ ໄບ໋ໜຸຍ ແຂວງ ອານຢາງ ໄດ້ຮັບການຮັບຮອງ ແມ່ນປູຊະນີຍະສະຖານວັດທະນະທຳ. ວັດນີ້ກໍ່ແມ່ນສະຖານທີ່ຢ້ຽມຊົມ ທັດສະນະສຶກສາທາງດ້ານຈິດວິນຍານທີ່ລືຊືຢູ່ທ້ອງຖິ່ນ.

 

TAG
VOV/VOVworld/ວັດສວ່າຍຊໍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ