ຄະນະກຳມະການປະຊາຊົນເຂດພິເສດ ໂຖເຈົາ ຊີ້ນຳສົມທົບກັບບັນດາກຳລັງຢ່າງແໜ້ນແຟ້ນ ລະດົມກຳລັງໃຈໃຫ້ຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດຢ່າງຄົບຖ້ວນ |
ນີ້ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ດຳເນີນການເລືອກຕັ້ງໂດຍໄວ ແລະ ໄວກ່ວາກຳນົດ 7 ວັນ. ສະເພາະເຂດປ່ອນບັດຢູ່ເກາະ ເຈື່ອງຊາ ຈະຈັດການເລືອກຕັ້ງໃນວັນທີ 15 ມີນາ ພ້ອມກັບທົ່ວປະເທດ.
ເຂດພິເສດ ໂຖເຈົາ ໄດ້ຈັດຕັ້ງ 05 ເຂດປ່ອນບັດຮັບປະກັນຄວາມສະດວກໃຫ້ແກ່ຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດ, ສອດຄ່ອງກັບເງື່ອນໄຂຊຸມຊົນ ແລະ ກົມກອງກຳລັງປະກອບອາວຸດທີ່ຕັ້ງທັບຢູ່ບໍລິເວນ. ຍ້ອນເງື່ອນໄຂພູມີສາດພິເສດເກາະຢູ່ໄກເຂດດິນຕໍ່ແຜ່ນກວ່າ 200 ກິໂລແມັດ, ຄະນະກຳມະການປະຊາຊົນເຂດພິເສດ ໂຖເຈົາ ໄດ້ເປັນເຈົ້າການສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງສັບຊ້ອນຍານພາຫະນະເພື່ອຂົນສົ່ງເອກະສານການເລືອກຕັ້ງກັບເມືອແຂວງ.
ນັກຂ່າວ VOV ປະຈຳ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ




