logo

ວັນນະຄະດີສິລະປະບັນດາເຜົ່າສ່ວນໜ້ອຍ ເຊື່ອມຕົວເຂົ້າກັບການເຄື່ອນໄຫວຂອງປະເທດຊາດ

2025/3/3 | 10:00:00
(VOVWORLD) -ຫວຽດນາມ ມີ  53 ຊົນເຜົ່າສ່ວນໜ້ອຍ ດ້ວຍປະຊາກອນປະມານຫຼາຍກວ່າ 14 ລ້ານຄົນ. ແຕ່ລະເຜົ່າສ່ວນໜ້ອຍພັດມີສີສັນວັດທະນະທຳສະເພາະຂອງຕົນ ອັນໄດ້ສ້າງຊີວິດວັດທະນະທຳ ຫວຽດນາມ ທີ່ອຸດົມສົມບູນ ຫຼາກຫຼາຍສີສັນ. ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດ, ວົງການນັກປະພັນ ນັກສິລະປິນບັນດາເຜົ່າສ່ວນໜ້ອຍຍາມໃດກໍ່ມີສະຕິຄວາມຮັບຮູ້ກ່ຽວກັບພາລະກຳຮັກສາ ແລະ ຖ່າຍທອດບັນດາສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳພື້ນເມືອງຂອງວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍຢູ່ ຫວຽນາມ
ວັນນະຄະດີສິລະປະບັນດາເຜົ່າສ່ວນໜ້ອຍເຊື່ອມຕົວເຂົ້າກັບການເຄື່ອນໄຫວຂອງປະເທດຊາດ

    ໂດຍໄດ້ເລີ່ມປະພັນກາບກອນເປັນພາສາເຜົ່າຜູ້ໄທ ນັບແຕ່ຄາວມີອາຍຸ 12 ປີ ແລະ ໃນເກືອບ 30 ປີທີ່ຜ່ານມາ ນັກກະວີ ນັກຂ່າວ ກາທິຮວານ ໄດ້ປະພັນບົດວັນນະຄະດີ ກາບກອນ ບົດເພງພື້ນເມືອງຫຼາຍກວ່າ 300 ບົດ ດ້ວຍຫຼາຍຫົວເລື່ອງທີ່ແຕກຕ່າງກັນ ໃນນັ້ນ ມີບົດປະພັນຫຼາຍກວ່າ 40 ບົດ ໄດ້ຮັບລາວັນລະດັບຕ່າງໆ.ນາງ ຮວານ ໃຫ້ຮູ້ວ່າ:

  “ໃນຄອບຄົວຂ້າພະເຈົ້າ ມີພໍ່ ມີອາວ ແລະ ລຸງ ແມ່ນບັນດາຜູ້ມີຄວາມນິຍົມຊົມຊອບກາບກອນ, ດົນຕີ ແລະ ເມົາມົວປະພັນວັນນນະຄະດີສິລະປະດ້ວຍພາສາຊົນເຜົ່າ. ນັບແຕ່ຄາວຍັງນ້ອຍ ຂ້າພະເຈົ້າໄດ້ຮັບຟັງກ່ຽວກັບກາບກອນວັນນະຄະດີ ຈາກນັ້ນໄດ້ຝັງເລິກໃນຫົວໃຈຂອງຂ້າພະເຈົ້າ”.

 ນັກປະພັນວັນນະຄະດີ ຈ່ຽວບຸຍແຄັ໊ງ ສັງກັດສະມາຄົມວັນນະຄະດີສິລະປະແຂວງ ເຊີນລາ ໄດ້ມີໄລຍະປະພັນເລື່ອງສັ້ນ ກ່ຽວກັບຫົວເລື່ອງວັດທະນະທຳບັນດາເຜົ່າສ່ວນໜ້ອຍເຂດພູດອຍ ເປັນເວລາ 20 ປີ. ປີກາຍນີ້ ລາວຫາກໍ່ໄດ້ຮັບລາງວັນທີໜຶ່ງໃນງານປະກວດການປະພັນວັນນະຄະດີສິລະປະແຂວງ ເຊີນລາ ຄັ້ງທີສາມ ນັກປະພັນ ຈ່ຽວຍຸຍແຄັ້ງ ເວົ້າວ່າ:

 “ນັບແຕ່ເມື່ອໄດ້ປະພັນບົດກາບກອນທຳອິດຂອງຕົນ ຂ້າພະເຈົ້າໄດ້ແຕ່ງກ່ຽວກັບຊົນເຜົ່າສ່ວນໜ້ອຍເຂດພູດອຍ. ແຕ່ລະເຜົ່າຄື ຜູ້ໄທ, ເຜົ່າມົ້ງ, ເຜົ່າຊິງມູນ ກໍ່ລ້ວນແຕ່ມີຄວາມເປັນເອກະລັກສະເພາະທາງດ້ານວັດທະນະທຳ. ບົດກາບກອນທີ່ມີຊື່ວ່າ: “ວິນຍານຄ້ອງຮັກສາສີສັນຊົນເຜົ່າ” ຂອງຂ້າພະເຈົ້າໄດ້ຮັບລາງວັນທີໜຶ່ງ ໃນງານປະກວດກໍ່ເປັນກຳລັງໜູນ ເພື່ອໃຫ້ຂ້າພະເຈົ້າປະພັນລົງເລິກໃນຫົວເລືອງບັນດາຊົນເຜົ່າເຂດພູດອຍ”.

   ຫົວເລື່ອງປະພັນຂອງບັນດານັກປະພັນແມ່ນອຸດົມສົມບູນຫຼາຍຮູບຫຼາຍສີ ເປັນຕົນແມ່ນມີນັກປະພັນຊົນເຜົ່າສ່ວນໜ້ອຍມີສະຕິຄວາມຮັບຮູ້ ແລະ ມີຄວາມສົນໃຈເຖິງການປະພັນເປັນພາສາຊົນເຜົ່ານັບມື້ນັບຫຼາຍຂຶ້ນ. ພ້ອມກັນນັ້ນກໍ່ມີກິດຈະກຳນັບຮ້ອຍກິດຈະກຳ ກ່ຽວກັບເກັບກຳຄົ້ນຄວ້າແປພາສາໃນຂົງເຂດສິລະປະວັນນະຄະດີພື້ນເມືອງຂອງບັນດາເຜົ່າເຂດ ເຕິຍງວຽນ, ເຜົ່າຂະແມພາກໃຕ້, ເຜົ່າຈຳ ເຜົ່າໄຕ່, ເຜົ່ານຸ່ງ, ເຜົ່າຜຸ້ໄທ, ເຜົ່າມົ້ງ… ໄດ້ຮັບການຮຽບຮຽງຢ່າງລະອຽດ ແລະ ມີຄຸນຄ່າສູງ. ນັກປະພັນດົນຕີ ນົງກວັກບິ່ງ ປະທານສະມາຄົມວັນນະຄະດີສິລະປະບັນດາເຜົ່າສ່ວນໜ້ອຍ ຫວຽດນາມ ຖືວ່າ:

“ເມື່ອເວົ້າເຖິງວັນນະຄະດີສິລະປະກໍ່ຕ້ອງເວົ້າເຖິງຄຸນລັກສະນະສະເພາະ. ບັນດານັກປະພັນຢູ່ເຂດ ເຕິຍບັກ, ເຂດເຕິຍງວຽນ, ເຂດຕອນໃຕ້ພາກກາງ, ເຂດທາງທິດຕາເວັນຕົກພາກໃຕ້ ໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ທ້ອງຖິ່ນເຫຼົ່ານັ້ນ, ດັ່ງນັ້ນວັນນະຄະດີສິລະປະບັນດາເຜົ່າສ່ວນໜ້ອຍພວມມີຄວາມເປັນເອກະລັກສະເພາະ”.

ເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງວັນນະຄະດີຂອງບັນດາເຜົ່າ ຜ່ານບັນດາບົດປະພັນວັນນະຄະດີສິລະປະ, ປັດຈຸບັນສະມາຄົມວັນນະຄະດີສິລະປະບັນດາເຜົ່າສ່ວນໜ້ອຍຢູ່ແຂວງ ນະຄອນຕ່າງໆ ພວມເອົາໃຈໃສ່ເຖິງວຽກງານບຳລຸງຄົ້ນພົບບັນດານັກປະພັນໜຸ່ມຜ່ານການເຄື່ອນໄຫວຕ່າງໆ 

      “ຍ້ອນການປ່ຽນແປງຂອງປະເທດຊາດ ບ້ານເກີດເມືອງນອນ ການປ່ຽນແປງຂອງການດຳລົງຊີວິດຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍກໍ່ຮຽກຮ້ອງຕ້ອງມີບັນດາເພື່ອນໝຸ່ມ ນັກປະພັນ ຕ້ອງນຳຮູບພາບທີ່ສວຍງາມໃນການດຳລົງຊີວິດເຂົ້າໃນບົດປະພັນວັນນະຄະດີບົດກາບກອນ ເພື່ອໂຄສະນາເຜີຍແຜ່ເຖິງປະຊາຊົນບັນດາເຜົ່າໃນແຂວງ ກໍ່ຄືຢູ່ພາຍໃນປະເທດ ແລະ ນຳອອກສູ່ໂລກພາຍນອກ”.

     “ທ່າອ່ຽງເຊື່ອມໂຍງສາກົນ ແລະ ພັດທະນາໃນສັງກາດໃໝ່ຂອງຊາດ ຫວຽດນາມ ກໍ່ຮຽກຮ້ອງໃຫ້ບັນດານັກປະພັນໜຸ່ມ ບັນດາເຜົ່າສ່ວນໜ້ອຍຕ້ອງຮັບຮູ້ຢ່າງຕິດແທດຕົວຈິງຫຼາຍກວ່າ”

53 ຊົນເຜົ່າສ່ວນໜ້ອຍກໍ່ລ້ວນແຕ່ມີຮູບຖານວັດທະນະທຳເປັນເອກະລັກສະເພາະ  ສ້າງຊີວິດວັດທະນະທຳ ຫວຽດນາມ ອຸດົມຮັ່ງມີ ຫຼາກຫຼາຍສີສັນ. ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດ, ວົງການນັກປະພັນວັນນະຄະດີ ນັກສິລະປິນຊາວເຜົ່າສ່ວນໜ້ອຍສາມາດຫັນຄວາມຄາດຫວັງບືນຕົວຂຶ້ນ ເຊື່ອມຕົວເຂົ້າກັບການເຄື່ອນໄຫວໃນຂົງເຂດວັນນະຄະດີສິລະປະຂອງປະເທດຊາດໃຫ້ປາກົດຜົນເປັນຈິງ. 
TAG
VOV/VOVworld/ວັນ​ນະ​ຄະ​ດີ​ສິ​ລະ​ປະ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ