logo

ວັນ​ບຸນ​ພະ​ແມ່ຈົ້ວ​ຄໍ

2025/2/13 | 11:05:38
(VOVWORLD) - ວັນບຸນພະແມ່ຈົ້ວຄໍ ໄດ້ຈັດຂຶ້ນໃນວັນທີ 14 ເດືອນຈຽງໄລ່ຕາມຈັນທະປະຕິທິນຂອງທຸກປີ. ສະຖານທີ່ຈັດຂຶ້ນແມ່ນຢູ່ວິຫານ ພະແມ່ຈົ້ວຄໍ ຢູ່ເຂດ ໂກເມ, ເມືອງ ຫວູນິງ, ນະຄອນ ບັກນິງ, ແຂວງ ບັກນິງ. ເຖິງວ່າວັນບຸນວິຫານ ພະແມ່ຈົ້ວຄໍ ໄດ້ດຳເນີນໃນວັນທີ 14 ເດືອນຈຽງ ແຕ່ໃນຊຸມວັນຕົ້ນປີໃໝ່, ພິເສດແມ່ນພາຍຫຼັງເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ປະຊາຊົນໄດ້ມາວິຫານນີ້ເປັນຈຳນວນຫຼາຍຫຼາຍ.
ປະຊາຊົນເປັນຈຳນວນຫຼາຍມາເຂົ້າຮ່ວມ ວັນບຸນພະແມ່ຈົ້ວຄໍ ຍາມຕົ້ນປີໃໝ່ (ພາບ: VOV)

ອາທິດຜ່າມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ຮັບຈົດໝາຍອີເມວ 418 ສະບັບ ແລະ ໂທລະສັບຫຼາຍສາຍຂອງທ່ານຜູ້ຟັງທີ່ມາຈາກ 32 ປະເທດ ແລະ ເຂດແຄ້ວນ. ໃນນັ້ນມີທ່ານຜູ້ຟັງຫຼາຍຄົນໄດ້ສົ່ງຄຳອວຍພອນທີ່ດີງາມໃນໂອກາດບຸນເຕັດ, ຄຳແບ່ງປັນ, ປະກອບຄຳເຫັນ ແລະ ຄຳຖາມໄປຍັງບັນດາລາຍການຂອງ VOV5. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ ແລະ ບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ສົ່ງມາລາຍການໃນອະທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ທ່ານ ບຸນມີ, ຢູ່ແຂວງຊຽງຂວາງ, ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນ: “ຫວ່າງແລ້ວນີ້, ຫວຽດນາມໄດ້ຍົກລະດັບການພົວພັນກັບບັນດາປະເທດຄູ່ຮ່ວມມືໃນທົ່ວໂລກຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າຫວັງວ່າ ຂອບເຂດການພົວພັນໃໝ່ນີ້ຈະນຳຜົນປະໂຫຍດຫຼາຍຢ່າງມາໃຫ້ປະຊາຊົນຫວຽດນາມ ກໍ່ຄືກໍ່ຜົນກະທົບທີ່ຕັ້ງໜ້າໃຫ້ແກ່ພາກພື້ນ ອາຊຽນ ຂອງພວກເຮົາ”.

ທ່ານ David Iurescia ຊາວອັກຊັງຕິນ ໄດ້ຂຽນວ່າ: ບັນດາເພື່ອນເຮັດວຽກຢູ່ວິທະຍຸກະຈາຍສຽງຫວຽດນາມ ທີ່ຮັກແພງ! ຂໍອວຍພອນປີໃໝ່ປິີມະເສັງໃຫ້ພວກເພື່ອນຈົ່ງເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ມີສຸຂະພາບທີ່ເຂັ້ມແຂງ, ວັດທະນາຖາວອນກັບບັນດາຊ່ວງເວລາທີ່ສວຍງາມ. ຂ້າພະເຈົ້າປາດຖະໜາວ່າ ນີ້ຈະແມ່ນປີໜຶ່ງທີ່ຟົດຟື້ນບໍ່ພຽງແຕ່ສຳລັບພວກເພື່ອນເທົ່ານັ້ນ ຫາກຍັງສຳລັບວິທະຍຸກະຈາຍສຽງທີ່ຮັກແພງທີ່ໄດ້ຮ່ວມເດີນທາງກັບທ່ານຜູ້ຟັງໃນ 5 ທະວີບອີກດ້ວຍ.

ຈາກ Kanagawa, ຍີ່ປຸ່ນ, ທ່ານ Oikawa Kazuaki ຂຽນວ່າ: ໃນລາຍການກະຈາຍສຽງບຸນເຕັດປີ 2025, ຂ້າພະເຈົ້າໄດ້ຮັບຟັງລາຍການພິເສດຄ່ຳຄືນວັນທີ 30 ບຸນເຕັດ (ມື້ທ້າຍປີເກົ່າ). ຈັບໃຈຫຼາຍ. ຂ້າພະເຈົ້າມີຄວາມສົນໃຈເປັນພິເສດເຖິງລົດຊາດເຂົ້າໜົມທີ່ເປັນມູນເຊື້ອຂອງພວກເພື່ອນ. ຫວັງວ່າຈະມີຫຼາຍບົດຂຽນກ່ຽວກັບບັນດາເຍື່ອງອາຫານໃນວັນບຸນເຕັດຂອງຊາວຫວຽດນາມ ກ່ວາອີກ.

ເພື່ອນ ດວງໃຈ, ນັກສຶກສາປີທີ 3 ມະຫາວິທະຍາໄລຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມໄດ້ສົ່ງຄຳຖາມມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ພາຍຫຼັງ 2 – 3 ປີທີ່ໄດ້ຕ້ອນຮັບບຸນເຕັດຢູ່ ຫວຽດນາມ, ຂ້າພະເຈົ້າໄດ້ຮູ້ຈັກເຖິງຫຼາຍຮີດຄອງປະເພນີທາງດ້ານວັດທະນະທຳ, ວັນບຸນໃນໂອກາດບຸນເຕັດ ຫວຽດນາມ. ໃນນັ້ນມີຮີດຄອງ ນ້ອງມັກທີ່ສຸດແມ່ນ “ໄປວັດຍາມຕົ້ນປີໃໝ່”. ນ້ອງຍັງບໍ່ທັນເຂົ້າໃຈລະອຽດກ່ຽວກັບຮີດຄອງປະເພນີນີ້. ຫວັງວ່າບັນດາອ້າຍເອື້ອຍນ້ອງບັນນາທິການລາຍການພາກພາສາລາວ ຈະສະໜອງຂໍ້ມູນຕື່ມອີກກ່ຽວກັບຮີດຄອງປະເພນີດັ່ງກ່າວ? ຂໍຂອບໃຈ.

ເພື່ອນ ດວງໃຈ ທີ່ຮັກແພງ! ໃນຈິດສຳນຶກຂອງຊາວຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ, ບຸນເຕັດບໍ່ພຽງແຕ່ມີຄວາມໝາຍສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຫາກຍັງເຂັ້ມຄົ້ນໄປດ້ວຍຈຸດທີ່ເປັນສິ່ງສັກກະລະບູຊາ, ຄວາມເຫຼື້ອມໃສເຊື່ອຖືອີກດ້ວຍ. ນອກຈາກຮີດຄອງບູຊາບັນພະບູລຸດ, ປະຊາຊົນເຄີຍໄປວັດວາອາຮາມແຫ່ງຕ່າງໆເພື່ອພາວະນາຂໍຄວາມຢູ່ເຢັນເປັນສຸກ, ຂໍໂຊກໄຊໃຫ້ແກ່ຄອບຄົວດ້ວຍສິ່ງທີ່ດີງາມທີ່ສຸດໃນປີໃໝ່.

ພາຍຫຼັງຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ມີຫຼາຍຄອບຄົວໄປວັດວາອາຮາມເພື່ອຂໍຄວາມສະຫງົບສຸກ, ຂໍໂຊກຂໍລາບ. ຊາວຫວຽດນາມ ເຊື່ອວ່າ ການໄປວັດຍາມຕົ້ນປີໃໝ່ບໍ່ພຽງແຕ່ແມ່ນພາວະນາເທົ່ານັ້ນ ຫາກຍັງແມ່ນຈຸດເວລາເພື່ອໃຫ້ມະນຸດເຊື່ອມຕົວກັບສະຖານທີ່ສັກສິດ, ປະສິ່ງທີ່ທຸກຍາກໃນການດຳລົງຊີວິດປະຈຳວັນ. ແຕ່ລະຄົນໄປວັດດ້ວຍຈຸດປະສົງທີ່ແຕກຕ່າງກັນ, ຜູ້ໄປຂໍເງິນຂໍຄຳ, ຜູ້ຂໍໂຊກຂໍລາບ, ຂໍຄວາມຮັກ; ມີຄົນໄປຂໍຄວາມສະຫງົບສຸກ, ສຸຂະພາບໃຫ້ແກ່ສ່ວນຕົວ ແລະ ຄອບຄົວ.

ຊາວຫວຽດນາມ ໄປວັດຍັງແມ່ນເພື່ອຂໍຕົວໜັງສືຂໍພອນຍາມຕົ້ນປີ ຫຼື ຄຳຄະຕິຄູ່ທີ່ມີຄວາມໝາຍເພື່ອນຳມາປະດັບປະດາຢູ່ບ່ອນສະຫງ່າທີ່ສຸດໃນເຮືອນ, ພາວະນາຂໍໃຫ້ຊີວິດການເປັນຢູ່ຂອງຕົນ ແລະ ການຮ່ຳຮຽນຂອງລູກ ປະສົບຜົນສຳເລັດໃນປີໃໝ່.

ທ່ານ ບຸນມີ ຢູ່ແຂວງ ຫົວພັນ ໄດ້ໂທລະສັບມາຫາລາຍການຢາກຊອກຮູ້ກ່ຽວກັບວັນບຸນ ພະແມ່ຈົ້ວຄໍ ທີ່ໄດ້ຈັດຂຶ້ນໃນເດືອນຈຽງ ຢູ່ ຫວຽດນາມ.

ເພື່ອນ ບຸນມີ ທີ່ຮັກແພງ! ວັນບຸນພະແມ່ຈົ້ວຄໍ ໄດ້ຈັດຂຶ້ນໃນວັນທີ 14 ເດືອນຈຽງໄລ່ຕາມຈັນທະປະຕິທິນຂອງທຸກປີ. ສະຖານທີ່ຈັດຂຶ້ນແມ່ນຢູ່ວິຫານ ພະແມ່ຈົ້ວຄໍ ຢູ່ເຂດ ໂກເມ, ເມືອງ ຫວູນິງ, ນະຄອນ ບັກນິງ, ແຂວງ ບັກນິງ. ເຖິງວ່າວັນບຸນວິຫານ ພະແມ່ຈົ້ວຄໍ ໄດ້ດຳເນີນໃນວັນທີ 14 ເດືອນຈຽງ ແຕ່ໃນຊຸມວັນຕົ້ນປີໃໝ່, ພິເສດແມ່ນພາຍຫຼັງເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ປະຊາຊົນໄດ້ມາວິຫານນີ້ເປັນຈຳນວນຫຼາຍຫຼາຍ. ແລະຈະແກ່ຍາວຈົນໝົດ ເດືອນຈຽງ. ມີຄົນມາພາວະນາຂໍຄວາມສະຫງົບສຸກ, ມີໂຊກມີລາບ, ແຕ່ສ່ວນຫຼາຍຄົນມາທີ່ນີ້ແມ່ນເພື່ອກູ້ຢຶນທຶນຂອງພະແມ່ຈົ້ວຄໍ.

ນີ້ແມ່ນພິທີກຳທີ່ຈັບໃຈ ແລະ ພົ້ນເດັ່ນທີ່ສຸດ. ບັນດາຜູ້ຄົນມາກູ້ຢຶມທຶນຈະກະກຽມ ສານດີກາ, ເຄື່ອງຂອງບູຊາ. ໃນສານດີກາຕ້ອງຂຽນຈະແຈ້ງວ່າກູ້ຢຶມເທົ່າໃດ, ນຳໃຊ້ເພື່ອເຮັດຫຍັງ ແລະ ປານໃດຈະສົ່ງຄືນ… ໃນໂອກາດນີ້, ຢູ່ບໍລິເວນວິຫານກໍ່ມີຫຼາຍຮ້ານຂາຍເຄື່ອງຂອງບູຊາ.

ພາບູຊາ ໂດຍແຂກທົ່ວທຸກສາລະທິດຈັດຊື້ຕາມຄວາມຕ້ອງການ, ຍົກຕົວຢ່າງຄື: ທູບທຽນ, ດອກໄມ້, ບາງຄົນກໍ່ມີໄກ່, ເຂົ້າໜຽວ, ພາໝາກໄມ້ 5 ຊະນິດ… ແຕ່ສຳຄັນທີ່ສຸດແມ່ນຕ້ອງບູຊາດ້ວຍຄວາມຈິງໃຈ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມານັ້ນແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນ ຊ່ວຍໃຫ້ລາຍການຂອງພວກເຮົານັບມື້ນັບດີກວ່າເກົ່າ. ບັນດາທ່ານກໍ່ສາມາດຝາກຈົດໝາຍມາຍັງລາຍການ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.8256631 ຫຼືອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ!

TAG
VOV/VOVworld/ວັນ​ບຸນ​ພະ​ແມ່ຈົ້ວ​ຄໍ/ບຸນ​ເຕັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ