logo

ວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ເຂດຊາວຊົນເຜົ່າຂະແມ

2011/12/4 | 13:17:59
ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ເຂດ​ຊົນ​ເຜົ່າ​ຂະ​ແມ​ຄັ້ງ​ທີ 5 ຖືກ​ຈັດ​ຂຶ້ນ​ຢູ່​ ຕີ້​ງບຽນ ​ແຂວງ ອານ​ຢາງ ​ແມ່ນ​ເຫດການ​ວັດທະນະທຳ​ມີ​ຄວາມ​ໝາຍ​ທາງ​ດ້ານ​ການ​ເມືອງ, ພິ​ເສດ​ທີ່​ມີ​ຕໍ່​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປຊຊ ຊົນ​ເຜົ່າ​ຂະ​ແມ

ພາຍ​ໃຕ້​ຫົວ​ຂໍ້​ວ່າ: ວັດທະນະທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ​ເຂດ​ຊາວຊົນ​ເຜົ່າ​ຂະ​ແມທາງ​ພາກ​ໃຕ້​ຫວຽດນາມ - ການ​ເຊື່ອມ​ໂຍງ ​ແລະ ພັດທະນາ, ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ເຂດຊາວ​ຊົນ​ເຜົ່າ​ຂະ​ແມ​ຄັ້ງ​ທີ 5 ຖືກ​ຈັດ​ຂຶ້ນ​ຢູ່​ ຕີ້​ງບຽນ ​ແຂວງ ອານ​ຢາງ ​ແມ່ນ​ເຫດການ​ວັດທະນະທຳ​ມີ​ຄວາມ​ໝາຍ​ທາງ​ດ້ານ​ການ​ເມືອງ, ພິ​ເສດ​ທີ່​ມີ​ຕໍ່​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປຊຊ ຊົນ​ເຜົ່າ​ຂະ​ແມ. ພາຍຫລັງ​ດຳ​ເນີນ​ໄປມາ​ເປັນ​ເວລາ 4 ວັນ​ນັ້ນ, ວັນ​ບຸ​ນດັ່ງ​ກ່າວ​ແມ່ນ​ໂອກາດ​ໂຄສະນາ​, ​ເຊີດ​ຊູ​ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ວົງ​ຄະນາ​ຍາດ​ຊາວ​ຊົນ​ເຜົ່າ​ຂະ​ແມ​ທີ່​ມີ​ຕໍ່ທົ່ວ​ປະ​ເທດ​ກໍ​ຄືນັກ​ທ່ອງ​ທ່ຽວ​ສາກົນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ສຳລັບ​ການ​ອະນຸລັກ​ຮັກສາ, ພັດທະນາ​ຄຸນ​ຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ປຊຊ ຊົນ​ເຜົ່າ​ຂະ​ແມ. ທ່ານ​ຫງວຽນ​ວັນ​ເຕີ​ນ ຫົວຫນ້າ​ອົງການ​ຜູ້ຕາງຫນ້າ​ກະຊວງ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ປະຈຳ​ນະຄອນ ​ໂຮ່ຈີ​ມີນ, ຮອງ​ຫົວຫນ້າ​ຄະນະ​ປະຈຳ ຄະນະ​ຈັດ​ຕັ້ງ​ວັນ​ບຸນ​ໃຫ້​ຮູ້​ວ່າ:

ນີ້​ແມ່ນ​ເຫດການ​ບໍ່​ພຽງ​ແຕ່ມີ​ຄວາມ​ໝາຍ​ທາງ​ດ້ານ​ວັດທະນະທຳ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນປການປະສານສົມທົບລະ ຫວ່າງວັດທະນະທຳ, ການ​ເມືອງ, ຕອບ​ສະຫນອງ​ຄວາມ​ມູ້​ງມາດ​ປາດ​ຖະຫນາ​ຂອງ ປຊຊ ຊົນ​ເຜົ່າ​ຂະ​ແມ. ຜ່ານ​ເຫດການ​ນີ້​ພວກ​ຂ້າພະ​ເຈົ້າ​ຢາກ​ເຊີດ​ຊູ​ສີສັນ​ວັດທະນະທຳ​ຂະ​ແມ,ສີສັນ​ວັດທະນະທຳ​ຫວຽດນາມ ​ແມ່ນ​ຫລາຍ​ຮູບ​ຫລາຍ​ແບບ.“

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ