logo

ວັນບຸນໄຫວ້ພະຈັນ ແມ່ນໜຶ່ງໃນບັນດາວັນບຸນເປັນປະເພນີໃນວັດທະນະທຳຂອງຊາວ ຫວຽດນາມ

2025/9/25 | 09:00:00
(VOVWORLD) - ວັນບຸນນີ້ຍັງໄດ້ຮັບຖືວ່າແມ່ນວັນບຸນເດັກນ້ອຍ, ດ້ວຍການເຄື່ອນໄຫວຫຼາຍຢ່າງ ແລະ ບຸນທີ່ພິເສດ ເພື່ອສ້າງຄວາມມ່ວນຊື່ນໃຫ້ແກ່ເດັກ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 392 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 32 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 18 ສະບັບຈາກທ່ານຜູ້ຟັງລາວ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ເຂົ້າຮ່ວມກອງປະຊຸມ AIPA – 46
(ພາບ: TTXVN)

ເພື່ອນ ເພັດມາລີ, ຢູ່ແຂວງ ສາລະວັນ ໄດ້ສົ່ງອີເມວມາຫາລາຍການ ດ້ວຍເນື້ອໃນທີ່ວ່າ: “ຂ້າພະເຈົ້າຫາກໍ່ອ່ານບົດຂຽນກ່ຽວກັບສະພາແຫ່ງຊາດ ຫວຽດນາມ ແລະ ບົດບາດຂອງສະພາແຫ່ງຊາດ ຫວຽດນາມ ໃນ AIPA – 46. ຂ້າພະເຈົ້າມັກວິທີທີ່ຂ່າວອະທິບາຍຫົວຂໍ້ “ກວມລວມ ແລະ ຍືນຍົງ” ກໍຄືວິທີທີ່ບັນດາປະເທດ ອາຊຽນ ພວມພ້ອມກັບມານະພະຍາຍາມເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ. ພາຍໃຕ້ແງ່ມູມຂອງທ່ານຜູ້ຟັງ, ຂ້າພະເຈົ້າມີຄວາມປະຕິຊົມຊື່ນເມື່ອເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການແບ່ງປັນບົດຮຽນ ແລະ ໜູນຊ່ວຍສ້າງການຮ່ວມມືຢູ່ພາກພື້ນໃຫ້ໝັ້ນຄົງເຂັ້ມແຂງກວ່າ”.

ເພື່ອນ ສຸລິວົງ ຢູ່ແຂວງ ຫຼວງພະບາງ, ສົ່ງອີເມວມາຫາລາຍການ ດ້ວຍເນື້ອໃນທີ່ວ່າ: “ໃນບັນດາບົດຂຽນໂດຍລາຍການພາກພາສາ ລາວ ໄດ້ເອົາລົງໃນເວັບໄຊ, ຂ້າພະເຈົ້າເຫັນໄດ້ໂອກາດທອງທີ່ປັນຍາປະດິດເປີດອອກໃຫ້ແກ່ ຫວຽດນາມ ແນ່ນອນວ່າ, ບັນດານັກເສດຖະກິດ, ນັກລົງທຶນ ແລະ ນັກຊ່ຽວຊານຂອງ ຫວຽດນາມ ຈະນຳໃຊ້ຢ່າງສູງສຸດໃນການພັດທະນາແບບຍືນຍົງ. ນີ້ຈະແມ່ນກຳລັງໜູນເພື່ອໃຫ້ ຫວຽດນາມ ພັດທະນາຢ່າງວ່ອງໄວ, ປອດໄພ ແລະ ໝັ້ນຄົງເຂັ້ມແຂງກວ່າ, ນຳມາເຊິ່ງຊີວິດທີ່ນັບມື້ນັບດີງາມໃຫ້ແກ່ປະຊາຊົນ”.

ສ່ວນເພື່ອນ ຈະເລີນສຸກ, ຢູ່ແຂວງ ຊຽງຂວາງ ໄດ້ໂທລະສັບມາຫາລາຍການ, ແບ່ງປັນວ່າ: “ພາຍຫຼັງຮັບຊົມຄຼິບກ່ຽວກັບ VOV ທີ່ເອົາລົງໃນເວັບໄຊ, ຂ້າພະເຈົ້າມັກຊົມຄຼິບດັ່ງກ່າວ ແລະ ສາມາດເວົ້າໄດ້ຢ່າງເອກອ້າງທະນົງໃຈວ່າ ເປັນໜຶ່ງໃນສະມາຊິກມະຫາຄອບຄົວຜູ້ຟັງຂອງ VOV. ໃນຫຼາຍປີຜ່ານມາ, ຂ້າພະເຈົ້າໄດ້ມີໂອກາດພົບປະກັບພາລະກອນຂອງ VOV ເມື່ອໄດ້ມາຢ້ຽມຢາມສຳນັກງານຂອງ VOV5 ຢູ່ເຮືອນເລກທີ 45, ຖະໜົນ ບ່າຈ້ຽວ. ຂ້າພະເຈົ້າປາດຖະໜາວ່າຈະສືບຕໍ່ຮ່ວມເດີນທາງພ້ອມກັບ VOV5 ເປັນເວລາຫຼາຍໆປີອີກ”.

ວັນບຸນໄຫວ້ພະຈັນຢູ່ ຫວຽດນາມ ໃນປີນີ້ຈະໄດ້ຈັດຂຶ້ນໃນວັນທີ 06 ຕຸລາ (ກົງກັບວັນເພັງ ທີ 15 ສິງຫາ ໄລ່ຕາມຈັນທະປະຕິທິນ)
(ພາບປະກອບ: nhandan.vn)

ເພື່ອນ ພອນແສງ ຢູ່ແຂວງ ບໍລິຄຳໄຊ ມີຄຳຖາມຜ່ານທາງ Facebook ຂອງລາຍການ ໂດຍຢາກຮູ້ກ່ຽວກັບວັນບຸນໄຫວ້ພະຈັນແມ່ນມີຕົ້ນກຳເນີດມາແຕ່ໃສ, ວັນບຸນໄຫວ້ພະຈັນປີນີ້ແມ່ນມື້ໃດ?

ເພື່ອນ ພອນແສງ ທີ່ຮັກແພງ, ວັນບຸນໄຫວ້ພະຈັນ ຫຼື້ຍັງເອີນວ່າແມ່ນວັນບຸນຊົມດວງເດືອນ (ວັນເພັງເດືອນ 8 ໄລ່ຕາມຈັນທະປະຕິທິນ), ແມ່ນໜຶ່ງໃນບັນດາວັນບຸນເປັນປະເພນີໃນວັດທະນະທຳຂອງຊາວ ຫວຽດນາມ ແລະ ບໍ່ສາມາດຂາດ 2 ຢ່າງທີ່ເປັນເອກະລັກສະເພາະຍາມລະດູໃບໄມ້ຫຼົ່ນຂອງ ຫວຽດນາມ ໄດ້ນັ້ນ ແມ່ນເຂົ້າເໝົ້າ ແລະ ໝາກພັບ. ໃນວັນບຸນນີ້, ບັນດາຄອບຄົວຈະກິນເຂົ້າໜົມ, ກິນຊາ, ເດັກນ້ອຍໃສ່ໜ້າກາກ, ແຫ່ໂຄມໄຟ. ນີ້ແມ່ນໂອກາດເພື່ອໃຫ້ຄອບຄົວເຕົ້າໂຮມກັນ, ເຈືອຈານ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ. ວັນບຸນນີ້ຍັງໄດ້ຮັບຖືວ່າແມ່ນວັນບຸນເດັກນ້ອຍ, ດ້ວຍການເຄື່ອນໄຫວຫຼາຍຢ່າງ ແລະ ບຸນທີ່ພິເສດ ເພື່ອສ້າງຄວາມມ່ວນຊື່ນໃຫ້ແກ່ເດັກ. ວັນບຸນໄຫວ້ພະຈັນຢູ່ ຫວຽດນາມ ໃນປີນີ້ຈະໄດ້ຈັດຂຶ້ນໃນວັນທີ 06 ຕຸລາ (ກົງກັບວັນເພັງ ທີ 15 ສິງຫາ ໄລ່ຕາມຈັນທະປະຕິທິນ)

ວັນພາກໃຕ້ທຳການຕໍ່ສູ້ 23 ກັນຍາ 1945 ໄດ້ກາຍເປັນຂີດໝາຍທີ່ບໍ່ສາມາດຫຼົງລືມໄດ້ໃນມູນເຊື້ອປະຫວັດສາດຂອງການຕໍ່ສູ້ປະຕິວັດຂອງຊາດ ຫວຽດນາມ
(ພາບເອກະສານ: qdnd.vn)

ເພື່ອນ ສຸລິວົງ ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີເມວມາຫາລາຍການ ໂດຍຢາກຮັບຟັງໂດຍຫຍໍ້ກ່ຽວກັບເຫດການພາກໃຕ້ ຫວຽດນາມ ທຳການຕໍ່ຕ້ານ ກ່ອນນີ້ 80 ປີ.

ເພື່ອນ ສຸລິວົງ ທີ່ຮັກແພງ, ກ່ອນນີ້ 80 ປີ, ປະຊາຊົນທາງພາກໃຕ້ ໄດ້ຮັບເອກະລາດ, ເສລີພາບບໍ່ດົນ, ຮຸ່ງເຊົ້າວັນທີ 23 ກັນຍາ 1945, ໂດຍໄດ້ຮັບການໜູນຊ່ວຍຈາກກອງທັບ ອັງກິດ, ພວກລ່າເມື້ອງຂຶ້ນ ຝລັ່ງ ໄດ້ຍິງປືນບຸກໂຈມຕີ ໄຊງ່ອນ (ປະຈຸບັນແມ່ນນະຄອນ ໂຮ່ຈີມິນ), ເປີດສາກໃຫ້ແກ່ສົງຄາມຮຸກຮານ ຫວຽດນາມ ຄັ້ງທີ 2. ວັນທີ 26 ກັນຍາ 1945, ຜ່ານວິທະຍຸກະຈານສຽງ ຫວຽດນາມ, ປະທານ ໂຮ່ຈີມິນ ໄດ້ສົ່ງຈົດໝາຍເຖິງພໍ່ແມ່ປະຊາຊົນທາງພາກໃຕ້ ຫວຽດນາມ, ຢືນຢັນຄວາມຕັດສິນໃຈຕໍ່ສູ້ຂອງສູນກາງພັກ, ລັດຖະບານ ແລະ ປະຊາຊົນໃນທົ່ວປະເທດ, ມີຕອນທີ່ວ່າ: “ຂ້າພະເຈົ້າມີຄວາມແນວແນ່ ແລະ ພໍ່ແມ່ປະຊາຊົນທົ່ວປະເທດກໍ່ລ້ວນແຕ່ມີຄວາມແນວແນ່ຕໍ່ຄວາມຕັດສິນໃຈຮັກຊາດຂອງພໍ່ແມ່ປະຊາຊົນທາງພາກໃຕ້… ຂ້າພະເຈົ້າມີຄວາມແນວແນ່ ແລະ ພໍ່ແມ່ປະຊາຊົນທາງພາກໃຕ້ກໍ່ມີຄວາມແນວແນ່ວ່າ ລັດຖະບານ ແລະ ພໍ່ແມ່ປະຊາຊົນໃນທົ່ວປະເທດຈະໜູນຊ່ວຍໃຫ້ບັນດານັກນົບ ແລະ ປະຊາຊົນທີ່ພວມເສຍສະຫຼະໃນການຕໍ່ສູ້ເພື່ອປົກປັກຮັກສາພື້ນຖານເອກະລາດຂອງປະເທດຊາດຢ່າງສຸດຈິດສຸດໃຈ”. ຕາມຄຳຮຽກຮ້ອງຂອງປະທານ ໂຮ່ຈິມິນ “ຕາຍແບບເສລີ ຍັງດີກວ່າຢູ່ແບບຂ້າທາດ”, ທະຫານ ແລະ ປະຊາຊົນທາງພາກໃຕ້ ຫວຽດນາມ ໄດ້ສະແດງໃຫ້ເຫັນຈິດໃຈຕໍ່ສູ້ ແລະ ເສຍສະຫຼະຊີວິດຢ່າງພິລະອາດຫານ. ຈາກບັນດາອາວຸດປະຖົມປະຖານ, ບໍ່ມີຫຼາຍ, ກອງທັບ ແລະ ປະຊາຊົນທາງພາກໃຕ້ ໄດ້ຕ້ານກຳລັງແຮງດ້ານການທະຫານທີ່ໃຫຍ່ຂອງສັດຕູຢ່າງພິລະອາດຫານ. ເດືອນ ກຸມພາ 1946, ໃນບັ້ນເຊີດຊູຜົນງານທີ່ສະຫງ່າອົງອາດ, ລຸ່ງ ໂຮ່ ໄດ້ມອບໃຫ້ທະຫານ ແລະ ປະຊາຊົນທາງພາກໃຕ້ 4 ຕົວໜັງສື “ແທັ່ງດົ່ງໂຕກວັກ” (ກຳແພງທອງປະເທດຊາດ). ແລະວັນພາກໃຕ້ທຳການຕໍ່ສູ້ 23 ກັນຍາ 1945 ໄດ້ກາຍເປັນຂີດໝາຍທີ່ບໍ່ສາມາດຫຼົງລືມໄດ້ໃນມູນເຊື້ອປະຫວັດສາດຂອງການຕໍ່ສູ້ປະຕິວັດຂອງຊາດ ຫວຽດນາມ.

TAG
VOV/VOVworld/ສັນຕິພາບ/ສະຖຽນລະພາບ/ວັດທະນາຖາວອນ/ໄຫວ້ພະຈັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ