logo

ວັນ​ອາ​ທິດ​ແດງ 2026 ດຶງ​ດູດ​ນັກ​ສຶກ​ສາ​ອາ​ສາ​ສະ​ໝັກ​ບໍ​ລິ​ຈາກ​ເລືອດ ເປັນ​ຈຳ​ນວນຫຼາຍ

2026/3/9 | 09:12:38
(VOVWORLD) - ວັນບຸນບໍ່ພຽງແຕ່ແມ່ນການເຄື່ອນໄຫວບໍລິຈາກເລືອກປະຈຳປີເທົ່ານັ້ນຫາກຍັງກາຍເປັນສະຖານທີ່ນັດພົບຂອງບັນດາຜູ້ໃຈບູນໃຈກຸສົນ, ແຜ່ກະຈາຍສານ “ສົ່ງເລືອດກູ້ເອົາຊີວິດ ຂອງເພື່ອນແລະ ຂ້ອຍ” ໄປຍັງວົງຄະນະຍາດ. 
ພາບປະກອບ: VOV

ວັນທີ 8 ມີນາ, ຢູ່ນະຄອນໂຮ່ຈີມິນ, ໜັງສືພິມ ຕຽນຝອງ ໄດ້ປະສານສົມທົບກັບສະຖາບັນເລືອດສາດ - ສົ່ງເລືອດສູນກາງ, ມະຫາວິທະຍາໄລ ວັນຮຽນ, ໂຮງໝໍເສນາຮັກ 175 ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດລາຍການວັນອາທິດແດງຄັ້ງທີ 18. ຢູ່ລາຍການ ມີຜູ້ເຂົ້າຮ່ວມກວ່າ 5000 ຄົນ, ສ່ວນຫຼາຍແມ່ນນັກສຶກສາ ສັງກັດບັນດາມະຫາວິທະຍາໄລໃນບໍລິເວນນະຄອນ. ວັນບຸນບໍ່ພຽງແຕ່ແມ່ນການເຄື່ອນໄຫວບໍລິຈາກເລືອກປະຈຳປີເທົ່ານັ້ນຫາກຍັງກາຍເປັນສະຖານທີ່ນັດພົບຂອງບັນດາຜູ້ໃຈບູນໃຈກຸສົນ, ແຜ່ກະຈາຍສານ “ສົ່ງເລືອດກູ້ເອົາຊີວິດ ຂອງເພື່ອນແລະ ຂ້ອຍ” ໄປຍັງວົງຄະນະຍາດ. ໂດຍຜ່ານການເຄື່ອນໄຫວມາເປັນເວລາກວ່າ 2 ທົດສະວັດ, ລາຍການ ວັນອາທິດແດງ ໄດ້ປະກອບສ່ວນບໍລິຈາກເລືອດກູ້ເອົາຊີວິດ, ແກ້ໄຂສະພາບການຂາດແຄນເລືອດໃນກໍລະນີສຸກເສີນ ແລະ ການປິ່ນປົວທົ່ວໄປ.  

TAG
VOV/VOVworld/ການ​ບໍ​ລິ​ຈາກ​ເລືອດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ