logo

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

2026/3/25 | 09:04:22
(VOVWORLD) -      ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ. 
ຄະນະການນຳ, ວິສາຫະກິດ ຫວຽດນາມ ແລະ ຄະນະຈັດຕັ້ງ IndiaSoft (ພາບ: TTXVN)

ເຂົ້າຮ່ວມເຫດການ, ຄະນະ ຫວຽດນາມ ລວມມີຜູ້ຕາງໜ້າສະຫະສະມາຄົມວິສາຫະກິດ ເອເລັກໂຕນິກ ຫວຽດນາມ (VEIA), ສະຫະສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ພ້ອມດ້ວຍວິສາຫະກິດປະມານ 30 ແຫ່ງທີ່ເຄື່ອນໄຫວໃນບັນດາຂົງເຂດຊອບແວ, ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ, ເອເລັກໂຕນິກ ແລະ ຫັນເປັນດີຈີຕອນ.

        ນະທີ່ນີ້, ຄະນະວິສາຫະກິດ ຫວຽດນາມ ແລະ ຄະນະຈັດຕັ້ງ IndiaSoft ໄດ້ແລກປ່ຽນການກຳນົດທິດທາງການຮ່ວມມືໃນຂົງເຂດໄຟຟ້າ, ເອເລັກໂຕນິກ ແລະ ເຕັກໂນໂລຢີດີຈີຕອນ, ສຸມໃສ່: ການພັດທະນາລະບົບສະໜອງເອເລັກໂຕນິກ; ການຮ່ວມມືປະກອບຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ; ຖ່າຍທອດເຕັກໂນໂລຢີ ແລະ ນະວັດຕະກຳ; ຊຸກຍູ້ການເຊື່ອມຕໍ່ວິສາຫະກິດສອງປະເທດ.

        ພ້ອມດຽວກັນນັ້ນ, ຄະນະວິສາຫະກິດ ຫວຽດນາມ ກໍໄດ້ເຂົ້າຮ່ວມງານວາງສະແດງ ອິນເດຍ ລວມສູນ (Convergence India) 2026. ນີ້ແມ່ນໜຶ່ງໃນບັນດາເຫດການເຕັກໂນໂລຢີໃຫຍ່ໃນພາກພື້ນ, ດຶງດູດການເຂົ້າຮ່ວມຂອງແຂກເກືອບ 55.000 ເທື່ອຄົນ, ວິສາຫະກິດ 1.000 ແຫ່ງ ທີ່ມາຈາກ 26 ປະເທດ.

      


TAG
VOV/VOVworld/ສະຫະສະມາຄົມວິສາຫະກິດ ເອເລັກໂຕນິກ ຫວຽດ​ນາມ/IndiaSoft

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ