logo

ວິ​ສາ​ຫະ​ກິດ​ຮ່ວມ​ເດີນ​ທາງ​ກັບ​ແຜນ​ນະ​ໂຍ​ບາຍ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ

2025/2/23 | 15:14:55

(VOVWORLD) - ມະຕິສະບັບເລກທີ 57 ຂອງກົມການເມືອງ (ມະຕິເລກທີ 57) ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກປະຊາຄົມວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດເຕັກໂນໂລຢີ. ບັນດາວິສາຫະກິດໃຫ້ຄຳໝັ້ນສັນຍາຮ່ວມເດີນທາງ, ຍົກອອກບັນດາການສະເໜີ, ຂໍ້ສະເໜີແນະ ເພື່ອຜັນຂະຫຍາຍແຜນນະໂຍບາຍນີ້ຢ່າງມີປະສິດທິຜົນ.

ພາບປະກອບ: consosukien.vn

ໜຶ່ງໃນບັນດາເປົ້າໝາຍຂອງມະຕິເລກທີ 57 ແມ່ນສ້າງກຳລັງໜູນໃຫ້ແກ່ການຊຸກຍູ້ການຄົ້ນຄ້ວາວິທະຍາສາດ ແລະ ໝູນໃຊ້ບັນດາໝາກຜົນໃນການຄົ້ນຄ້ວາວິທະຍາສາດເຂົ້າຕົວຈິງ. ຢູ່ມະຫາວິທະຍາໄລອຸດສາຫະກຳ ແລະ ການຄ້າ ນະຄອນໂຮ່ຈີມິນ, ທາງໂຮງຮຽນຫາກໍ່ລົງທຶນເງິນເປັນຈຳນວນເກືອບ 100.000 USD ໃຫ້ແກ່ຊອບແວຄຸ້ມຄອງຫ້ອງທົດລອງ, ປະກອບສ່ວນຊຸກຍູ້ການຄົ້ນຄ້ວາວິທະຍາສາດ ແລະ ພັດທະນາພື້ນຖານເສດຖະກິດດີຈີຕອນຢູ່ນະຄອນ ໂຮ່ຈີມິນ. ທ່ານ ຫງວຽນຊວັນຮ່ວານ, ຜູ້ອຳນວຍການມະຫາວິທະຍາໄລອຸດສາຫະກຳ ແລະ ການຄ້າ ນະຄອນ ໂຮ່ຈີມິນ ຖືວ່າ:

ພວກຂ້າພະເຈົ້າໄດ້ຜັນຂະຫຍາຍ, ປະຕິບັດການຄົ້ນຄ້ວາວິທະຍາສາດ, ເຖິງຢ່າງໃດກໍຕາມ ຍັງບໍ່ທັນໄດ້ເປັນແບບເປັນແຜນ, ຍັງບໍ່ທັນໄດ້ເປັນເອກະພາບ ແລະ ຄົບຊຸດເທື່ອ. ມະຕິເລກທີ 57 ກຳເນີດຄືກະແສລົມໃໝ່ສຳລັບພະນັກງານ, ຄູອາຈານແຕ່ລະຄົນຂອງພວກຂ້າພະເຈົ້າ. ຂ້າພະເຈົ້າຖືວ່າ ແນ່ນອນຈະມີຄວາມຄົບຊຸດໃນທຸກຫົວໜ່ວຍ, ມີແຫຼ່ງງົບປະມານເພື່ອລົງທຶນໃຫ້ແກ່ພື້ນຖານໂຄງລ່າງທາງດ້ານຊອແວ ແລະ ວັດຖຸອຸປະກອນຕ່າງໆ, ກໍ່ຄືການກຳນົດທິດໃຫ້ແກ່ການຫັນເປັນດີຈີຕອນ.

ບໍ່ພຽງແຕ່ໜູນຊ່ວຍວິສາຫະກິດເຕັກໂນໂລຢີ, ມະຕິເລກທີ 57 ຍັງສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດເອກະຊົນເຂົ້າຮ່ວມວິວັດການພັດທະນາວິທະຍາສາດເຕັກໂນໂລຢີຢ່າງເລິກເຊິ່ງກວ່າ. ທ່ານ ຟານເຟືອງຕຸງ, ຜູ້ອຳນວຍການສູນໜູນຊ່ວຍ ແລະ ໃຫ້ຄຳປຶກສາການຫັນເປັນດີຈີຕອນ ນະຄອນ ໂຮ່ຈີມິນ (DXCenter), ໃຫ້ຂໍ້ສັງເກດວ່າ:

ສູນກາງໄດ້ຍອມຮັບຄວາມສ່ຽງກ່ອນຈະລົງທຶນເຂົ້າເຕັກໂນໂລຢີ, ພ້ອມທັງແກ້ໄຂຫຼາຍສິ່ງກີດຂວາງໃນເມື່ອກ່ອນສຳລັບວິສາຫະກິດ, ພິເສດແມ່ນບັນດາຫົວໜ່ວຍນຳໃຊ້ເງິນລົງທຶນພາກລັດ. ມະຕິເລກທີ 57 ຊ່ວຍວິສາຫະກິດພາຍນອກ, ວິສາຫະກິດເອກະຊົນກໍ່ສາມາດເຂົ້າຮ່ວມ, ປະກອບທຶນປະມານ 60% ໃຫ້ແກ່ການພັດທະນາວິທະຍາສາດເຕັກໂນໂລຢີ. ມະຕເລກທີິ 57 ກໍ່ກຳນົດອັດຕາປ່ອຍເງິນໃຫ້ແກ່ບັນດາການເຄື່ອນໄຫວເງິນລົງທຶນຈາກທຶນງົບປະມານ. ນີ້ແມ່ນກຳລັງໜູນໃຫຍ່ເພື່ອຮຽກຮ້ອງກຳລັງເອກະຊົນເຂົ້າຮ່ວມພ້ອມກັນຮ່ວມມື.

          ມີວິສາຫະກິດເຕັກໂນໂລຢີຫຼາຍແຫ່ງຢັ້ງຢືນບັນດາບຸລິມະສິດ ກ່ຽວກັບພາສີ, ພື້ນຖານໂຄງລ່າງໃນໄລຍະຜ່ານມາໄດ້ດຶງດູດບັນດາວິສາຫະກິດເຕັກໂນໂລຢີທັງຢູ່ພາຍໃນ ແລະ ຕ່າງປະເທດ. ດ້ວຍມະຕິເລກທີ 57, ວິສາຫະກິດຈະມີບັນດານະໂຍບາຍບຸກທະລຸຕື່ມອີກ ຊ່ວຍໃຫ້ເຂົາເຈົ້າຫຼຸດຜ່ອນຄ່າໃຊ້ຈ່າຍ, ມີແຫຼ່ງກຳລັງທີ່ອຸດົມສົມບູນ, ພິເສດແມ່ນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນຢູ່ບັນດາຂົງເຂດໃໝ່ຄື: ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ. ທ່ານໂດຫງວຽນແທັງດົ່ງ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນເຕັກໂນໂລຢີ ACIS ຢັ້ງຢືນວ່າ:

          ບຸລິມະສິດສຳລັບວິສາຫະກິດເຕັກໂນໂລຢີຕ້ອງແທດຈິງກວ່າເກົ່າ, ຄື: ບຸລະມະສິດກ່ຽວກັບທຶນ, ເຕັກໂນໂລຢີ, ການເຊື່ອມຕໍ່ຕະຫຼາດ, ບັນດາກອງປະຊຸມສຳມະນາແນະນຳຜະລິດຕະພັນ ຫຼືບັນດານະໂຍບາຍເພື່ອໃຫ້ວິສາຫະກິດເຕັກໂນໂລຢີອາດຈະເຂົ້າຮ່ວມບັນດາບ້ວງລົງທຶນພາກລັດຢ່າງງ່າຍດາຍ.

ຢູ່ເວທີປາໄສແຫ່ງຊາດກ່ຽວກັບວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ຄັ້ງທີ VI ທີ່ໄດ້ດຳເນີນຢູ່ຮ່າໂນ້ຍ ເມື່ອເດືອນມັງກອນ ຜ່ານມາ, ມີວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ຫຼາຍແຫ່ງໄດ້ໃຫ້ຄຳໝັ້ນສັນຍາຕອບສະໜອງຈິດໃຈມະຕິເລກທີ 57. ພ້ອມທັງ, ສະເໜີຫຼາຍຂໍ້ສະເໜີຄື: ປະກາດໃຊ້ຄຳແນະນຳສ້າງຕັ້ງກອງລົງທຶນສ່ຽງໄພ ແລະ ກົນໄກຕີລາຄາເພື່ອໃຫ້ວິສາຫະກິດລົງທຶນຢ່າງກ້າຫານ, ພັດທະນາບັນດາເຕັກໂນໂລຢີໃໝ່…

ມີວິສາຫະກິດຫຼາຍແຫ່ງກໍ່ໃຫ້ຄຳໝັ້ນສັນຍາລົງທຶນດ້ານເຕັກໂນໂລຢີ, ບຸກຄະລາກອນ, ຄື ກຸ່ມບໍລິສັດເຕັກໂນໂລຢີ FPT ໃຫ້ຄຳໝັ້ນສັນຍາສຸມໃສ່ເຕັກໂນໂລຢີປັນຍາປະດິດ (AI), ເຕັກໂນໂລຢີ ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີລົດໂອໂຕ, ຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ, ບຳລຸງສ້າງນັກວິສະວະກອນເຄິ່ງຊັກນຳໄຟຟ້າ 10.000 ຄົນ, ນັກວິສະວະກອນ AI 50.000 ຄົນ ພ້ອມທັງເຂົ້າຮ່ວມການບຳລຸງສ້າງຫັນປ່ຽນນັກວິສະວະກອນ 500.000 ຄົນໄປຍັງຂົງເຂດ AI ນັບແຕ່ນີ້ຈົນຮອດປີ 2030

ໃນຂະນະນັ້ນ, ທ່ານ ຫງວຽນຈຸງຈິງ ປະທານສະພາບໍລິຫານກຸ່ມບໍລິສັດເຕັກໂນໂລຢີ CMC ໃຫ້ຮູ້ວ່າ ມະຕິເລກທີ 57 ໄດ້ກຳນົດທິດຢ່າງຈະແຈ້ງ. ດ້ວຍບົດບາດຂອງກຸ່ມບໍລິສັດໃຫຍ່, CMC ຢັ້ງຢືນມີຍຸດທະສດເພື່ອເປັນເຈົ້າຂອງເຕັກໂນໂລຢີດີຈີຕອນ, ລະອຽດແມ່ນຮອດປີ 2028 ຈະລົງທຶນກໍ່ສ້າງສູນ Clothing computer ແຖວໜ້າພາກພື້ນ.

ດ້ວຍບັນດາການປ່ຽນແປງທີ່ຕັ້ງໜ້າຈາກມະຕິເລກທີ 57, ບັນດາວິສາຫະກິດ ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດໃຫຍ່ເພື່ອຫັນປ່ຽນຕົນເອງ, ປະກອບສ່ວນເຂົ້າເປົ້າໝາຍປີ 2045 ນຳ ຫວຽດນາມ ກາຍເປັນປະເທດພັດທະນາໂດຍອີງໃສ່ເຕັກໂນໂລຢີດີຈີຕອນ.

TAG
VOV/VOVworld/ວິ​ສາ​ຫະ​ກິດ​/ເຕັກ​ໂນ​ໂລ​ຢີ/ນະ​ວັດ​ຕະ​ກຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ