(VOVWORLD) - ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມມີການພັດທະນາຢ່າງວ່ອງໄວ ນັບທັງຈຳນວນ ແລະ ຄວາມສາມາດໃນການແກ້ງແຍ້ງ. ປະຊາຄົມບັນດາວິສາຫະກິດເຕັກໂນໂລຢີ ຫວຽດນາມ ໄດ້ ແລະ ພວມສະໜອງບັນດາຜະລິດຕະພັນ, ການບໍລິການ, ວິທີການແກ້ໄຂທາງດ້ານດີຈີຕອນໃຫ້ແກ່ພາລະກິດແຫ່ງການເພີ່ມທະວີຄວາມໄວໃນການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ຂອງປະເທດຊາດ, ປະກອບສ່ວນຮັດແຄບໄລຍະຫ່າງທາງດ້ານດີຈີຕອນໃນທົ່ວໂລກ, ພ້ອມກັບປະຊາຄົມວິສາຫະກິດສາກົນ ຮ່ວມແຮງຮ່ວມໃຈສ້າງໂລກດີຈີຕອນ. ໃນນັ້ນ, ມີຫຼາຍວິສາຫະກິດໄດ້ນຳໜ້າກ້າວອອກສູ່ຕະຫຼາດໂລກ ແລະ ບັນລຸໄດ້ຜົນສຳເລັດໃດໜຶ່ງ.
ບັນຍາກາດເຮັດວຽກຢູ່ VMO Holdings (ພາບ: VMO Holdings) |
ຫ້ອງການຂອງ Rikkeisoft ຢູ່ ດ່າໜັງ (ພາບ: dsa.org.vn) |
VMO Holdings ແມ່ນໜຶ່ງໃນບັນດາວິສາຫະກິດເຕັກໂນໂລຢີດີຈີຕອນຂອງ ຫວຽດນາມ ທີ່ປະສົບຜົນສຳເລັດໃນວິວັດການ “Go global”. ນັບແຕ່ປີ 2012, ເມື່ອກະແສພັດທະນາແອັບທາງໂທລະສັບມີການພັດທະນາຢ່າງແຮງ, ຜູ້ຮ່ວມສ້າງຕັ້ງວິສາຫະກິດນີ້ ເຊິ່ງແມ່ນບັນດານັກວິສາວະກອນໜຸ່ມທີ່ມີຄວາມເມົາມົວຕໍ່ເຕັກໂນໂລຢີ ແລະ ພັດທະນາບັນດາໂຄງການນ້ອຍ ໃຫ້ແກ່ບໍລິສັດຕ່າງປະເທດ, ໄດ້ສ້າງຕັ້ງບໍລິສັດດ້ວຍຄວາມປາດຖະໜາຢາກປະກອບສ່ວນຍົກສູງຖານະບົດບາດຂອງຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ບົນແຜນທີ່ເຕັກໂນໂລຢີໂລກ. ມາຮອດປັດຈຸບັນ, ວິສາຫະກິດໄດ້ມີຫ້ອງການຕາງໜ້າ 10 ແຫ່ງຢູ່ຫຼາຍປະເທດໃນໂລກ ດ້ວຍພະນັກງານເກືອບ 1.200 ຄົນ. ທ່ານນາງ ຫງວຽນແຄ້ງຢຽບ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນເຕັກໂນໂລຢີ VMO Holdings ໃຫ້ຮູ້ວ່າ:
VMO Holdings ມີໜ້າຢູ່ຕະຫຼາດຕ່າງປະເທດນັບແຕ່ເວລາຫາກໍ່ໄດ້ຮັບການສ້າງຕັ້ງ ດ້ວຍການເລີ່ມຕົ້ນຢູ່ຕະຫຼາດອາເມລິກາ. ຈຸດເວລານັ້ນ, ຕະຫຼາດຫັນເປັນດີຈີຕອນຢູ່ ຫວຽດນາມ ຍັງໃໝ່ອ່ຽມ ແລະ ມີລາຍຮັບ, ຕົວເລກທຸລະກິດຈາກຕະຫຼາດຕ່າງປະເທດທີ່ເປັນໜ້າຊື່ນຊົມພໍສົມຄວນ.
ໂດຍກໍ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2012, ບໍລິສັດຫຸ້ນສ່ວນ Rikkei Soft ເລືອກເອົາການກຳນົດທິດພັດທະນາໃນຂົງເຂດສະໜອງບັນດາການບໍລິການ ແລະ ວິທີການແກ້ໄຂເຕັກໂນໂລຢີຂໍ້ມູນຂ່າວສານ. ກ່ວາ 10 ປີຜ່ານມາ, ວິສາຫະກິດໄດ້ພັດທະນາ ແລະ ສົ່ງອອກຜະລິດຕະພັນເຕັກໂນໂລຢີ Make in Vietnam ຫຼາຍຊະນິດອອກສູ່ຕ່າງປະເທດຢ່າງສຳເລັດຜົນ. ທ່ານ ຮ່າຮຸຍລວນ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດ Rikkei Soft ແບ່ງປັນວ່າ:
ປີ 2023, ຍອດລາຍຮັບຂອງ Rikkei Soft ບັນລຸເກືອບ 1.000 ຕື້ດົ່ງ (ປະມານ 39 ລ້ານ USD), ໃນນັ້ນມີ 80% ແມ່ນລາຍຮັບມາຈາກຕະຫຼາດຍີ່ປຸ່ນ, 10% ມາຈາກບັນດາຕະຫຼາດເອີລົບ, ອາເມລິກາ ແລະ ອາຊີຕາເວັນອອກສ່ຽງໃຕ້, 10%ມາຈາກຕະຫຼາດພາຍໃນປະເທດ. ປີນີ້, ພວກຂ້າພະເຈົ້າບັນລຸເປົ້າໝາຍມີການເຕີບໂຕ 70% ຕົວເລກທຸລະກິດສຳລັບຕະຫຼາດສາກົນ ແລະ ຈະຮັກສາອັດຕາຄວາມໄວໃນການເຕີບໂຕຢູ່ລະດັບສູງນີ້ໃນຊຸມປີຕໍ່ໄປ.
ຜົນສຳເລັດຂອງ VMO Holdings, Rikkei Soft ກໍ່ຄືຫຼາຍວິສາຫະກິດເຕັກໂນໂລຢີດີຈີຕອນອື່ນໆຂອງ ຫວຽດນາມ ໃນເສັ້ນທາງກ້າວອອກສູ່ທະເລໃຫຍ່ ໄດ້ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການນຳຫວຽດນາມ ຢືນຢູ່ອັນດັບທີ 2 ກ່ຽວກັບບັນດາສະຖານທີ່ຜະລິດຊອບແວແຖວໜ້າ ຢູ່ອາຊີຕາເວັນອອກສ່ຽງໃຕ້ ໃນດັດຊະນີການຈັດອັນດັບການບໍລິການທົ່ວໂລກຂອງ Kearney. ການເຄື່ອນໄຫວຜະລິດຊອບແວ ແລະ ເຕັກໂນໂລຢີດີຈີຕອນແມ່ນ 1 ໃນບັນດາທ່າແຮງການໃນແກ້ງແຍ້ງຂອງບັນດາວິສາຫະກິດຫວຽດນາມ ພາຍໃນປະເທດ ແລະ ສາກົນ, ປະກອບສ່ວນເຊີດຊູຫວຽດນາມ ໃນແຜນທີ່ໂລກກ່ຽວກັບເຕັກໂນໂລຢີດີຈີຕອນ. ການພັດທະນາແບບຍືນຍົງຂອງບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ໄດ້ສ້າງເປັນພື້ນຖານນັບແຕ່ການເປັນກຳມະສິດ, ພັດທະນາ, ໝູນໃຊ້ເຄື່ອງມືເຕັກໂນໂລຢີທີ່ກ້າວໜ້າ ແລະ ພັດທະນາໂດຍກຳລັງນັກຊ່ຽວຊານ, ນັກເຕັກນິກເຕັກໂນໂລຢີຂໍ້ມູນຂ່າວສານທີ່ມີຄຸນນະພາບສູງ. ມີຫຼາຍບໍລິສັດໄດ້ມີຜະລິດຕະພັນປັນຍາປະດິດ (AI) ເຊິ່ງໄດ້ຮັບໃບຢັ້ງຢືນການປະລິດສ້າງ, ບັນລຸໄດ້ຫຼາຍລາງວັນສາກົນ.
ດາວິສາຫະກິດເຕັກໂນໂລຢີດີຈີຕອນກໍ່ແມ່ນຜູ້ນຳໜ້າໃນຍຸດທະສາດ “Go global” ແລະ ຂໍ້ລິເລີ່ມ “Make in Vietnam”, ປະດິດສ້າງບັນດາຜະລິດຕະພັນ, ວິທີການແກ້ໄຂເຕັກໂນໂລຢີຫວຽດນາມ ເພື່ອແກ້ໄຂບັນດາບັນຫາພາຍໃນປະເທດ ແລະ ສາກົນ. ນີ້ແມ່ນສິ່ງພິສູດໃຫ້ເຫັນວ່າ ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ໄດ້ມີການບືນຕົວຂຶ້ນກ້າວອອກສູ່ໂລກຢ່າງບໍ່ຢຸດຢັ້ງ, ຢັ້ງຢືນເຄື່ອງໝາຍ ແລະ ຄວາມສາມາດຂອງຕົນ. ທ່ານ ຈ້ຽວມິງລອງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ໃຫ້ຮູ້ວ່າ:
ກະຊວງຖະແຫຼງຂ່າວ ແລະ ການສື່ສານໄດ້ຜັນຂະຫຍາຍບັນດາໂຄງການໜູນຊ່ວຍໃຫ້ແກ່ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ເປີດກ້ວາງຕະຫຼາດ, ຂຸດຄົ້ນບັນດາໂອກາດລົງທຶນດຳເນີນທຸລະກິດຢູ່ບັນດາປະເທດໃນໂລກ. ໂຄງການລວມມີບັນດາກອງປະຊຸມ, ເວທີປາໄສທັງຢູ່ພາຍໃນ ແລະ ຕ່າງປະເທດ, ຈັດຕັ້ງບັນດາຮ້ານຂາຍເຄື່ອງຢູ່ບັນດາປະເທດໃນໂລກ ແລະ ພິເສດແມ່ນຈັດບັນດາໂຄງການເຊື່ອມຕໍ່ວິສາຫະກິດ ຫວຽດນາມ ແລະ ຄູ່ຮ່ວມມືສາກົນ ໃນທົ່ວໂລກ.
ເພື່ອໃຫ້ເຄື່ອງໝາຍ Make in Vietnam ອອກໄປຍັງຕະຫຼາດໃນ 5 ທະວີບ, ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ໄດ້ ແລະ ພວມບຸກທະລຸດ້ວຍບັນດາເຕັກໂນໂລຢີໃໝ່ຄື: ເຄິ່ງຊັກນຳໄຟຟ້າ, blockchain, ປັນຍາປະດິດ, IOT…ສ້າງລະບົບນິເວດ Make in Vietnam ໃຫ້ບັນດາຜະລິດຕະພັນເຕັກໂນໂລຢີດີຈີຕອນ, ພ້ອມກັນນຳພູມປັນຍາ ແລະ ເຕັກໂນໂລຢີດີຈີຕອນ ອອກໄປຍັງບັນດາຕະຫຼາດໃນທົ່ວໂລກ ແມ່ນເປົ້າໝາຍເຊິ່ງບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ພວມປະຕິບັດ.




