ນັກສະແດງຝຶກແອບບົດລະຄອນ |
ບົດລະຄອນ ກ່າຍເລືອງ “ຈາກ ຫວຽດບັກ ມາ ຮ່າໂນ້ຍ” ໄດ້ຊ່ວຍຜູ້ຊົມຫວນຄືນໄລຍະປະຫວັດສາດ 1941 -1945 ນັບແຕ່ຄາວນັກປະຕິວັດ ຫວຽນອ໊າຍກວັກ ໄດ້ກັບຄືນມາປະເທດຊາດ ເມື່ອວັນທີ 28 ມັງກອນປີ 1941 ພາຍຫຼັງພຳນັກອອກໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດ ແລະ ນຳພາການປະຕິວັດ ສ້າງກຳລັງເປັນເວລາ 30 ປີ ຕະຫຼອດຮອດໄຊຊະນະການປະຕິວັດ ເດືອນ ສິງຫາ ປິ 1945 ແລະ ຮອດຈຸດເວລາຕອນບ່າຍ ວັນທີ 2 ກັນຍາ ປີ 1945. ປະທານ ໂຮ່ຈີມິນ ໄດ້ກ່າວຖະແຫຼງການປະກາດເອກະລາດ ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປັດຈຸບັນແມ່ນ ສສ ຫວຽດນາມ. ບົດລະຄອນ ກ່າຍເລືອງ ໂດຍໂຮງລະຄອນເວທີວະແດງພື້ນເມືອງແຫ່ງຊາດ ຫວຽດນາມ ຈັດສ້າງ ເຊິ່ງມີການເຂົ້າຮ່ວມຂອງບັນດາສິລະປິນ ນັກສະແດງທີ່ມີຊື່ສຽງຂອງ ຫວຽດນາມ. ຜູ້ກຳກັບການສະແດງ ຈ້ຽວຈຸງກຽນ ເປີດເຜີຍວ່າ:
“ສິ່ງທ້າທາຍສຳລັບບົດລະຄອນ ແມ່ນໃນຊ່ວງເວລາ 5 ປີ ແຫ່ງປະຫວັດສາດນີ້ ກໍ່ມີຫຼາຍເຫດການປະຫວັດສາດ. ແຕ່ພວກຂ້າພະເຈົ້າຕ້ອງຮັດແຄບເຂົ້າບົດລະຄອນສະແດງບົນເວທີ ພຽງໃນເວລາ 2 ຊົ່ວໂມງເທົ່ານັ້ນ. ມີຫຼາຍເຫດການເຊັ່ນນັ້ນ ແຕ່ຕ້ອງສະແດງຄືແນວໃດ ເພື່ອໃຫ້ຜູ້ຊົມມີຄວາມເຂົ້າໃຈ ແລະ ປະທັບໃນຢ່າງເລິກເຊິ່ງ”
. ຄວາມປະທັບໃຈຂອງບົດລະຄອນ ກ່າຍເລືອງ ແມ່ນຕ້ອງສະແດງໃຫ້ເຫັນຜູ້ນຳທີ່ຍິ່ງໃຫຍ່ຂອງຊາດ ພ້ອມກັບບັນດານັກຮົບປະຕິວັດ ຂັບຮ້ອງເພງພື້ນເມືອງບົນເວທີວະແດງ, ເຮັດໃຫຮູບພາບປະທານ ໂຮ່ຈີມິນ ແລະ ບັນດາສະຫາຍຂອງເພິ່ນ ມີຄວາມໃກ້ຊິດສະໜິດສະໜົມມີຊີວິດຊີວາ, ດັ່ງນັ້ນນັກສະແດງສິລະປິນ ວັນຖ້ວນຜູ້ສວມບົດຕົວລະຄອນປະທານ ໂຮ່ຈີມິນ ຕ້ອງສະຫງວນເວລາຫຼາຍ ເພື່ອວາດພາບເຖິງຮູບພາບຂອງເພິ່ນ ບົນເວທີສະແດງລະຄອນ ກ່າຍເລືອງ. ທ່ານ ວັນຖ້ວນ ໃຫ້ຮູ້ວ່າ:
“”ຮູບພາບປະທານ ໂຮ່ຈີມິນ ຖືກປະຊາຊົນທົ່ວປະເທດຮູ້ຈັກເຖິງ, ເພາະສະນັ້ນຕ້ອງເຮັດແນວໃດ ເພື່ອໃຫ້ຮູບພສບນີ້ບັນລຸອັດຕາສ່ວນສູງສຸດ. ນີ້ກໍ່ເປັນການຍາກ. ທີສອງ ຂ້າພະເຈົ້າແມ່ນໄທພາກເໝືອ ປັດຈຸບັນແອບເວົ້າສຳນຽງພາກກາງຂອງລຸງ ນີ້ກໍ່ແມ່ນການຍາກອີກ. ທີສາມ ແມ່ນກິລິຍາທ່າທາງຂອງລຸງ ໂຮ່ ເຮົາກໍ່ຕ້ອງພະຍາຍາມ ສະແດງໃຫ້ຄື”
. ຜ່ານການສະແດງຂອງ ວັນຖ້ວນ, ມວນຊົນເຫັນໄດ້ເຖິງຮູບພາບ ຫງວຽນອ໊າຍກວັກ - ໂຮ່ຈີມິນ ບໍ່ພຽງແຕ່ແມ່ນຜູ້ນຳທີ່ລຽບງ່າຍເທົ່ານັ້ນ ຫາກຍັງແມ່ນບຸກຄົນໜຶ່ງທີ່ໃກ້ຊິດສະໜິດສະໜົມກັບບັນດາສະຫາຍ ທີ່ຮ່ວມຕໍ່ສູ້ນຳກັນກໍ່ຄືກັບປະຊາຊົນເຂດພູດອຍຢູ່ຖານທີ່ໝັ້ນ ຫວຽດບັກ. ນາງ ຫງວຽນທິຮ່ຽນ ຜູ້ມາຊົມບົດລະຄອນເປີດເຜີຍວ່າ:
“ຕົວລະຄອນລຸງ ໂຮ່ ຖືກ ວັນຖ້ວນ ສະແດງດ້ວຍຄວາມກະຕືລືລົ້ມຂ້າພະເຈົ້າຮູ້ສຶກໄດ້ເຖິງບັນດາຄຳເວົ້າຂອງລຸງ ໂຮ່ ທີ່ຫວັງໃຫ້ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ຜາສຸກທີ່ໜ້າຕື້ນຕັນໃຈທີ່ສຸດ”.
ຈຸດທີ່ພົ້ນເດັ່ນອື່ນໆຂອງບົດລະຄອນ ຍັງສ້າງຄວາມປະທັບໃຈຕໍ່ມວນຊົນນັ້ນແມ່ນເວທີສະແດງຖືກອອກແບບຢ່າງລະອຽດອ່ອນ ມີການປະສານສົມທົບລະຫວ່າງຮູບພາບ ແລະ ສຽງ ເຊິ່ງໄດ້ວາດພາບເຖິງການເດີນທາງເຄື່ອນໄຫວຜ່ານຊາຍແດນ ຫວຽດນາມ - ຈີນ, ຄວາມຮັກແພງຂອງປະຊາຊົນຈີນ. ການໂອ້ລົມຢ່າງສະໜິດສະໜົມກັບສະຫາຍ ເຈື່ອງຈິງ, ຮວ່າງວັນຖຸ, ຟ້າມວັນດົ່ງ, ຫວໍງວຽນຢາບ
ດ້ວຍຜົນສຳເລັດຂອງບົດລະຄອນ ກ່າຍເລືອງ “ຈາກ ຫວຽດບັກ ມາ ຮ່າໂນ້ຍ” ໄດ້ປະກອບສ່ວນສ້າງຫຼັກໝາຍໃໝ່ ໃນການພັນລະນາຮູບພາບປະທານ ໂຮ່ຈີມິນ ບົນເວທີສະແດງພື້ນເມືອງ. ພາຍຫຼັງທຳການສະແດງຢູ່ ຮ່າໂນ້ຍ ບົດລະຄອນນີ້ຄາດວ່າຈະຖືກສະແດງຢູ່ນະຄອນ ໂຮ່ຈີມິນ ແລະ ແຂວງ ນະຄອນ ອື່ນໆອີກ.




