logo

ວຽກ​ງານ​ກະ​ກຽມ​ເລືອກ​ຕັ້ງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ, ມີ​ແບບ​ມີ​ແຜນ​ໂດຍ​ພື້ນ​ຖານ

2026/3/3 | 11:53:14
(VOVWORLD) -   ວັນທີ 03 ມີນາ, ຢູ່ຮ່າໂນ້ຍ, ສະພາເລືອກຕັ້ງແຫ່ງຊາດ ໄດ້ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງຈັດການສະໜອງຂໍ້ມູນຕາມຫົວເລື່ອງສະເພາະ, ເພື່ອແນໃສ່ເພີ່ມທະວີວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031.
ບັນຍາກາດກອງປະຊຸມແລກປ່ຽນວຽກງານສື່ມວນຊົນ (ພາບ: TTXVN)

 ຕາມທ່ານ ຫງວຽນຫືວດົງ, ປະທານຄະນະກຳມະການວຽກງານສະມາຊິກສະພາແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ວຽກງານກະກຽມເລືອກຕັ້ງໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ມີແບບມີແຜນໂດຍພື້ນຖານ, ຖືກຕ້ອງຕາມຄຳຮຽກຮ້ອງຂອງກົມການເມືອງ, ຄະນະເລຂາທິການ ແລະ ສະພາເລືອກຕັ້ງແຫ່ງຊາດ. ໃນໄລຍະຈະມາເຖິງ, ບັນດາພາກສ່ວນສືບຕໍ່ປະຕິບັດສຳເລັດກອງປະຊຸມພົບປະຜູ້ມີສິດເລືອກຕັ້ງ; ສຳຫຼວດກວດກາ, ອັບເດັດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ; ຍູ້ແຮງການໂຄສະນາ; ປະຕິບັດສຳເລັດແບບວິທີຮັບປະກັນຄວາມສະຫງົບ; ຈັດການປ່ອນບັດ, ນັບບັດຢ່າງແໜ້ນແຟ້ນ, ພາວະວິໄສ… ທ່ານ ຫງວຽນຫືວດົງ ກໍໃຫ້ຮູ້ວ່າ ວຽກງານຖະແຫຼງຂ່າວ, ໂຄສະນາໄດ້ກຳນົດວ່າແມ່ນໜ້າທີ່ການເມືອງຈຸດສຸມ, ລຸລ່ວງໃນໄລຍະກ່ອນດຳເນີນ, ພວມດຳເນີນ ແລະ ພາຍຫຼັງດຳເນີນການເລືືອກຕັ້ງ, ກຳແໜ້ນບັນດາຄຳຊີ້ນຳຂອງສູນກາງ, ກົມການເມືອງ, ຄະນະເລຂາທິການສູນກາງພັກ, ລັດຖະບານ, ສະພາເລືອກຕັ້ງແຫ່ງຊາດ ແລະ ບັນດາອົງການທີ່ມີສິດອຳນາດ.


TAG
VOV/VOVworld/​ເພີ່ມ​ທະ​ວີ​ວຽກ​ງານ​ຖະ​ແຫຼງ​ຂ່າວ/ໂຄ​ສະ​ນາ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI/ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2026 – 2031

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ