logo

ວິ​ໄສ​ທັດ​ຮອດ​ຫຼັງ​ປີ 2065, ນະ​ຄອນຫຼວງ ຮ່າ​ໂນ້ຍ ກາຍເປັນ​ນະ​ຄອນ​ທົ່ວ​ໂລກ

2026/3/28 | 08:43:42
(VOVWORLD) -   ຮອດປີ 2035, ນະຄອນຫຼວງ ຮ່າໂນ້ຍ ກາຍເປັນນະຄອນ “ອະລິຍະທຳ - ສີວິໄລ - ທັນສະໄໝ - ຜາສຸກ” ໂດຍພື້ນຖານ, ເປັນສູນເສດຖະກິດ, ການສຶກສາ, ສາທາລະນະສຸກ ແລະ ນະວັດຕະກຳແຖວໜ້າພາກພື້ນ ອາຊີ - ປາຊີຟິກ.
ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານອົງຄະນະພັກນະຄອນ ຮ່າໂນ້ຍ ຊຸດທີ XVIII, ຈັດຂຶ້ນໃນວັນທີ 27 ມີນາ, ຢູ່ຮ່າໂນ້ຍ  (ພາບ: TTXVN)

 ຮອດປີ 2045, ເຕົ້າໂຮມພຸມປັນຍາ ແລະ ເຕັກໂນໂລຢີທົ່ວໂລກ, ທຽບທັນກັບນະຄອນຫຼວງຂອງບັນດາປະເທດພັດທະນາ. ຮອດປີ 2065 ແລະ ຫຼັງປີ 2065, ກາຍເປັນນະຄອນທົ່ວໂລກ, ນອນໃນກຸ່ມບັນດານະຄອນຫຼວງສາກົນທີ່ມີຄຸນນະພາບການດຳລົງຊີວິດ ແລະ ຄວາມຜາສຸກສູງທີ່ສຸດ.

ນີ້ແມ່ນເປົ້າໝາຍລວມໃນແຜນຜັງສັງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ, ທີ່ໄດ້ຍົກອອກມາປຶກສາຫາລືໃນກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານອົງຄະນະພັກນະຄອນ ຮ່າໂນ້ຍ ຊຸດທີ XVIII, ຈັດຂຶ້ນໃນວັນທີ 27 ມີນາ, ຢູ່ຮ່າໂນ້ຍ. ກອງປະຊຸມເພື່ອແນໃສ່ພິຈາລະນາ, ປຶກສາຫາລື ແລະ ລົງມະຕິຫຼາຍເນື້ອໃນສຳຄັນ, ມີຄວາມໝາຍຍຸດທະສາດຕໍ່ການພັດທະນາຂອງນະຄອນຫຼວງໃນໄລຍະໃໝ່.

ແຜນຜັງສັງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ ກໍໄດ້ກຳນົດໂຄງປະກອບຕົວເມືອງຕາມພື້ນທີ່ພັດທະນາເປີດ, ວິໄສທັດ 100 ປີ (ພາຍຫຼັງປີ 2065), ນະຄອນຫຼວງ ຮ່າໂນ້ຍ ແມ່ນນະຄອນທົ່ວໂລກ, ມະຫາຕົວເມືອງອະລິຍະທຳ - ສີວິໄລ - ປະດິດຄິດສ້າງ - ນິເວດດີເດັ່ນໃນໂລກ.

TAG
VOV/VOVworld/ແຜນຜັງສັງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ/​ນະ​ຄອນ “ອະ​ລິ​ຍະ​ທຳ - ສີ​ວິ​ໄລ - ທັນ​ສະ​ໄໝ - ຜາ​ສຸກ”

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ