ສຸກກະສອນ ໄຊພົມສີ ຊຶ່ງແມ່ນຜູ້ຫາກໍໄດ້ຮັບຫຼຽນໄຊໃນການປະກວດຕິດຕັ້ງລະບົບໄຟຟ້າທີ່ງານປະກວດສີມືແຮງງານອາຊຽນ ຊຶ່ງຫາກໍສິ້ນສຸດລົງໃນຕົ້ນອາທິດທີ່ຜ່ານມາຢູ່ຮ່າໂນ້ຍ. ໃນລາຍການສາລະຄະດີພາກນີ້, ພວກເຮົາຂໍແນະນຳບົດຂອງນັກຂ່າວຢ້ຽວຮົ່ງ ທີ່ພາດຫົວຂໍ້ວ່າ “ ສຸກກະສອນ ໄຊພົມສີ - ຜູ້ຮັບຫຼຽນໄຊປະຫວັດສາດ”.

ເມື່ອໄດ້ພົບກັບສຸກກະສອນ ໄຊພົມສີ ຢູ່ສູນຈັດກອງປະຊຸມແຫ່ງຊາດ ມີ້ດີງ ໃນຕອນບ່າຍວັນອັງຄານແລ້ວນີ້, ກ່ອນທີ່ດຳເນີນພິທີມອບລາງວັນຂອງງານປະກວດສີມືແຮງງານອາຊຽນ, ຂະນະທີ່ລາວພວມໂອ້ລົມກັບໝູ່ເພື່ອນ ແລະ ຖ່າຍຮູບເປັນທີ່ລະນຶກ. ເມື່ອຖືກຖາມ: ໃຜແມ່ນຜູ້ໄດ້ຮັບຫຼຽນເງິນໃນຄະນະຂອງຕົນ ? ສຸກກະ ສອນ ໄດ້ຄ່ອຍຍົກມືຂຶ້ນ ແລະ ເວົ້າວ່າ “ແມ່ນນ້ອງ”. ເປັນຄັ້ງທຳອິດທີ່ ສຸກກະສອນ ໄຊພົມສີເຂົ້າຮ່ວມງານປະກວດລະດັບພາກພື້ນ ແລະ ກໍແມ່ນຜູ້ທຳອິດສາມາດຄວ້າໄດ້ຫຼຽນໄຊມາໃຫ້ຄະນະລາວທີ່ງານປະກວດສີມືແຮງງານອາຊຽນຄັ້ງນີ້. ສີສຸກກະ ສອນໄຊພົມສີ ກຳເນີດຂຶ້ນທີ່ບ້ານນອງວິໄລ, ເມືອງນອງ ແຂວງ ສະຫວັນນະເຂດ. ເມື່ອຮຽນຈົບຊັ້ນກາງ ລາວໄດ້ເລີຍຄຳນຶງເຖິງວິຊາໄຟຟ້າ ຊຶ່ງແມ່ນວິຊາທີ່ແທດເໝາະກັບຕົນເອງ ແລະ ກໍແມ່ນຂະແໜງທີ່ລາວຊົມຊອບແຕ່ຄາວຍັງນ້ອຍ. ສຸກກະສອນ ໄຊພົມສີ, ເວົ້າວ່າ :
ເມື່ອຮຽນຈົບ, ສຸກກະສອນ ໄຊພົມສີ ໄດ້ເຮັດວຽກໃຫ້ບໍລິສັດ ລ້ານຊ້າງ ເປັນເວລາເຄິ່ງປີ, ແລ້ວຍ້າຍໄປເຮັດຢູ່ບໍລິສັດໄຟຟ້າ ECME ສາຂາບໍຄຳ. ເຖິງວ່າ ເຂົ້າເຮັດວຽກຢູ່ບໍລິສັດໄດ້ກ່ວາ 5 ເດືອນກໍຕາມ, ແຕ່ລາວໄດ້ຮັບຄວາມໄວ້ວາງໃຈຈາກຄະນະການນຳບໍລິສັດ ເມື່ອໄດ້ຮັບເລືອກໄປເຂົ້າຮ່ວມງານປະກວດ . ສຸກກະສອນ ໄຊພົມສີເວົ້າວ່າ :
ເທບສຽງ ສຸກກະສອນ ໄຊພົມສີ
ນັບແຕ່ເວລາໄດ້ຮັບການຄັດເລືອກຮອດເວລາເຂົ້າຮ່ວມການປະກວດ ແມ່ນ 3 ເດືອນ, ເວລາຝຶກອົບຮົມເພື່ອເຂົ້າຮ່ວມການປະກວດ ສ່ວນຫຼາຍແມ່ນທິດສະດີ, ການເຮັດບົດຝຶກຫັດທາງເຄື່ອງຄອມພິວເຕີ ແມ່ນພຽງ 2 ເທື່ອ. ແຕ່ ສຸກກະສອນ ໄຊພົມສີມີຄວາມໂຊກດີເມື່ອໄດ້ມາຝຶກອົບຮົມຢູ່ຫວຽດນາມເປັນເວລາ 1 ອາທິດ.
ເທບສຽງ ສຸກກະສອນ ໄຊພົມສີ
ເມື່ອເຂຊົ້າຮ່ວມການປະກວດ, ຄະນະນັກຮຽນລາວ ວາງຄາດໝາຍແມ່ນບັນລຸຄະແນນມາດຖານເທົ່ານັ້ນ, ຍ້ອນວ່າ ວິຊາໄຟຟ້າຖືກຖືວ່າ ແມ່ນບໍ່ມີທ່າແຮງສຳລັບຄະນະນັກຮຽນລາວ. ແຕ່ອ້າຍບາວຄົນນີ້ ສາມາດຄ້ວາໄດ້ຫຼຽນໄຊມາໃຫ້ຄະນະລາວ.
ທ່ານບຸນມາ ສິດທິໂສມ, ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຕັ້ງວິຊາຊີບ ສັງກັດກະຊວງແຮງງານ ສະຫວັດດີການສັງຄົມລາວ ມີຄວາມພໍໃຈທີ່ສຸດຕໍ່ຜົນງານຂອງ ສຸກກະສອນ ໄຊພົມສີ.
ເທບສຽງ ທ່ານບຸນມາ ສິດທິໂສມ
ສຸກກະສອນ ໄຊພົມສີ ພວມມີແງ່ຫວັງທີ່ດີ, ລາວມີຄວາມຫວັງເມື່ອກັບເມືອປະເທດຈະຮຽນຕໍ່ມະຫາວິທະຍາໄລຢູ່ພາຍໃນປະເທດ, ແລ້ວກໍໄປຮຽນຢູ່ຕ່າງປະເທດຖ້າຫາກມີທຶນສຶກສາ. ເປັນຄັ້ງທຳອິດທີ່ ສຸກກະສອນ ໄຊພົມສີ ເຂົ້າຮ່ວມງານປະກວດລະດັບພາກພື້ນ ແລະ ກໍແມ່ນຜູ້ທຳອິດສາມາດຄວ້າໄດ້ຫຼຽນໄຊມາໃຫ້ຄະນະລາວທີ່ງານປະກວດສີມືແຮງງານອາຊຽນ ແລະ ທ່ານຫົວໜ້າຄະນະນັກຮຽນລາວໄດ້ວ່າ : “ນີ້ແມ່ນຫຼຽນໄຊປະຫວັດສາດ”./.




