logo

ສິ່ງ​ທີ່​ຈັບ​ອົກ​ຈັບ​ໃຈ​ໃນ​ຊຸດ​ສະ​ສົມ​ໜັງ​ສື​ພິມ​ຂອງ​ນັກ​ສະ​ສົມ ຮ​ວິ່ງ​ມິງ​ຮຽບ

2025/6/21 | 00:09:25
(VOVWORLD) - ນັກສະສົມ ຮວິ່ງມິງຮຽບ ຢູ່ນະຄອນ ໂຮ່ຈີມິນ ໄດ້ເກັບຮັກສາໜັງສືພິມເກົ່າ 1.000 ສະບັບ ຈາກຫຼາຍໄລຍະປະຫວັດສາດຂອງປະເທດຊາດ; ໃນນັ້ນ, ມີໜັງສືພິມ ຢາດິ້ງ ໄດ້ຂຽນດ້ວຍຕົວໜັງສືລາຕິງສະບັບທຳອິດຢູ່ ຫວຽດນາມ. ຜ່ານຊຸດສະສົມໜັງສືພິມຂອງຕົນ, ອ້າຍ ຮວິ່ງມິງຮຽບ ມີຄວາມປາດຖະໜາວ່າ ບັນດາເພື່ອນໜຸ່ມຈະມີຄວາມເຂົ້າໃຈກ່ຽວກັບສື່ມວນຊົນປະຕິວັດ ຫວຽດນາມ ຫຼາຍກວ່າອີກ.
ອ້າຍ ຮວິ່ງມິງຮຽບ

ອ້າຍ ຮວິ່ງມິງຮຽບ (ອາຍຸ 50ປີປາຍ) ໄດ້ມີຊື່ສຽງ ດ້ວຍຊຸດສະສົມເຄື່ອງເກົ່າແກ່ ແລະ ນັບທັງເຄື່ອງທັນສະໄໝ. ມີຫຼາຍຄົນເອີ້ນວ່າ ອ້າຍເປັນຜູ້ເກັບຮັກສາຄວາມຊົງຈຳ. ດ້ວຍບັນດາຊຸດສະສົມເງິນແບບເກົ່າ, poster ຟິມຮູບເງົາ, ບັນດາວັດຖຸພັນວາດພາບບັນຍາກາດ ໄຊງ່ອນ ກ່ອນປີ 1975..., ອ້າຍບໍ່ພຽງແຕ່ເປັນຜູ້ “ເກັບຮັກສາ” ເທົ່ານັ້ນ, ຫາກຍັງຊ່ວຍໃຫ້ຜູ້ອ່ານໄດ້ຫວນຄືນຄວາມຊົງຈຳຂອງຕົນອີກດ້ວຍ. ເມື່ອແບ່ງປັນກ່ຽວກັບແນວຄິດສະໜົມບັນດາສິ່ງພິມໜັງສືພິມກ່ອນນີ້ 15 ປີ, ອ້າຍ ຮວິ່ງມິງຮຽບ ແບ່ງປັນວ່າ:

“ເມື່ອຂ້າພະເຈົ້າເລີ່ມມີແນວຄວາມຄິດສະສົມ, ຊອກຄົ້ນຄືນບັນດາໜັງສືພິມເກົ່າ, ຂ້າພະເຈົ້າມີຄວາມໂຊກດີເມື່ອເຮັດວຽກກັບສູນ UNESCO ຄົ້ນຄວ້າອະນຸລັກຮັກສາວັດຖຸພັນເກົ່າແກ່ ຫວຽດນາມ, ສະນັ້ນ ຈຶ່ງມີໂອກາດພົບປະກັບສາຍນັກສະສົມ, ນັກຄົ້ນຄວ້າຫຼາຍຄົນ. ເມື່ອຂ້າພະເຈົົ້າສະແດງແນວຄິດຂອງຕົນ, ເຂົາເຈົ້າກໍໃຫ້ການໜູນຊ່ວຍຢ່າງເຕັມທີ”.

ອ້າຍ ຮວິ່ງມິງຮຽບ ແບ່ງປັນກ່ຽວກັບບັນດານັກສຶກສາຮຽນຂະແໜງສື່ມວນຊົນ (ພາບ: VOV)

  ຊຸດສະສົມໜັງສືພິມຂອງອ້າຍ ຮວິ່ງມິງຮຽບ ມີຄ່າຢູ່ບ່ອນວ່າ ປະລິມານບັນດາໜັງສືພິມ ເຊິ່ງອ້າຍສະສົມໄດ້ມີຈຳນວນຫຼາຍ ແລະ ມີຄ່າຫາຍາກໂດຍມີໄລຍະປະຫວັດສາດນັບຮ້ອຍປີ ຍັງໄດ້ຮັກສາໄວ້ເໝືອນເດີມ ນັບທັງຮູບຊົງພາຍນອກ ແລະ ເນື້ອໃນຢ່າງຄົບຖ້ວນ. ເພື່ອນ ຖຸ່ຍລຽນ, ນັກສຶກສາມະຫາວິທະຍາໄລ ເສດຖະກິດ - ການເງິນ ນະຄອນ ໂຮ່ຈີມິນ (UEF) ແບ່ງປັນວ່າ:

“ຂ້າພະເຈົ້າຮູ້ສຶກໂຊກດີຫຼາຍ ເມື່ອໄດ້ພ້ອມກັບອ້າຍເອື້ອຍນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ນະຄອນ ໂຮ່ຈີມິນ ຮັບຊົມຊຸດສະສົມໜັງສືພິມຂອງອ້າຍ ຮວິ່ງມິງຮຽບ. ຂ້າພະເຈົ້າມີຄວາມປະເອີບໃຈຫຼາຍ ເພາະວ່າ ເຕັກໂນໂລຢີ, ເນື້ອໃນຂອງໜັງສືພິມກ່ອນໜ້ານີ້ນັບຮ້ອຍປີ ກໍໄດ້ຮັບການພັດທະນາຄືແນວນັ້ນແລ້ວ. ຂ້າພະເຈົ້າຫວັງວ່າ ນັບມື້ຈະນັບມີນັກສຶກສາຫຼາຍຄົນມາຊອກຮູ້ກ່ຽວກັບສື່ມວນຊົນຜ່ານຊຸດສະສົມນີ້”.

ນັກຂ່າວ ລືວດິ່ງຈ່ຽວ ແລະ ອ້າຍ ຮວິ່ງມິງຮຽບ (ພາບ: VOV)

ບໍ່ພຽງແຕ່ເປັນການຊອກຫາ, ລວບລວມ ແລະ ເກັບຮັກສາໜັງສືພິມຂອງບັນດາຍຸກສະໄໝເທົ່ານັ້ນ, ນັກສະສົມ ຮວິ່ງມິງຮຽບ ຍັງແນະນຳ, ເລົ່າເລື່ອງລາວຂອງໜັງສືພິມແຕ່ລະສະບັບອີກດ້ວຍ.

ຊຸດສະສົມໜັງສືພິມເຮັດໃຫ້ຂ້າພະເຈົ້າມີຄວາມຈັບອົກຈັບໃຈຫຼາຍຢ່າງ. ຜ່ານໜັງສືພິມ, ຂ້າພະເຈົ້າຈຶ່ງຮູ້ວ່າ ມັນໄດ້ຮັບການກຳເນີດໃນໄລຍະເວລາໃດ ແລະ ຫາຍໄປຄືແນວໃດ, ສະພາບການຂອງຮ້ອຍປີກ່ອນເປັນຄືນແນວໃດ, ຖືວ່າຈັບໃຈທີ່ສຸດ”.

ໂດຍມີໂອກາດໄດ້ເບິ່ງໜັງສືພິມ ຢາດິ້ງ ທີ່ໄດ້ພິມຈຳໜ່າຍກ່ອນນີ້ 135 ປີ ໃນຊຸດສະສົມຂອງອ້າຍ ຮວິ່ງມິງຮຽບ, ຜູ້ຊົມມີຄວາມປະຫຼາດໃຈ ເມື່ອຮູ້ວ່າ ຊຸມປີ 1890 ເຕັກໂນໂລຢີການຈັດຕົວໜັງສື ແລະ ພີມຈຳໜ່າຍໄດ້ພັດທະນາຄືແນວນັ້ນແລ້ວ. ຂອບໜັງສືພິມເຖິງວ່ານ້ອຍ, ຕົວໜັງສືກໍນ້ອຍ ແລະ ຍັງບໍ່ທັນມີຮູບພາບ ແຕ່ໄດ້ຮັບການຈັດສັນຢ່າງກົມກຽວ,ຈະແຈ້ງ, ພິມຈຳໜ່າຍຢ່າງເດັ່ນຊັດ. ຫຼື ໃນໜັງສືພິມສະບັບໜຶ່ງຢູ່ ໄຊງ່ອນ ທີ່ໄດ້ພິມຈຳໜ່າຍໃນຊຸມປີ 1970 – 1975, ກ່ອນທີ່ພາກໃຕ້ ຫວຽດນາມ ໄດ້ຮັບການປົດປ່ອຍ ແລະ ປະເທດ ຫວຽດນາມ ໄດ້ທ້ອນໂຮມເປັນເອກະພາບນັ້ນ, ຫຼາຍຄົນມີຄວາມປະຫຼາດໃຈກ່ຽວກັບລະດັບ ແລະ ເຕັກໂນໂລຢີເຮັດໜັງສືພິມ, ກ່ຽວກັບວິທີກອງບັນນາທິການພົວພັນກັບຜູ້ອ່ານ ແມ່ນວ່ອງໄວ ແລະ ໃກ້ຊິດທີ່ສຸດ. ອ້າຍຮຽບ ທັງເປີດໜັງສືພິມສະບັບຕ່າງໆ ທັງແບ່ງປັນວ່າ: ບັນດາໜັງສືພິມເກົ່ານັ້ນ ບາງເທື່ອກໍນຳມາເຊິ່ງໂອກາດໃຫ້ອ້າຍໄດ້ພົບປະກັບຜູ້ທີ່ປະກອບສ່ວນສ້າງໜັງສືພິມສະບັບນັ້ນຂຶ້ນມາ.

ເມື່ອໄດ້ສຳຜັດກັບຊຸດສະສົມໜັງສືພິມຂອງອ້າຍ ຮວິ່ງມິງຮຽບ, ຕ່າງຄົນຕ່າງກໍມີຄວາມຮູ້ສຶກທີ່ແຕກຕ່າງສະເພາະ. ນັກຂ່າວ ລືວດິ່ງຈ່ຽວ, ອາຍຸ 73 ປີ ໃຫ້ຮູ້ວ່າ:

“ກ່ອນປີ 1975, ຂ້າພະເຈົ້າມັກອ່ານໜັງສືພິມ ໄຊງ່ອນ ທີ່ສຸດ. ຄາວນັ້ນ, ໜັງສືພິມໄດ້ພິມຈຳໜ່າຍໃນຕອນແລງທຸກວັນໃນອາທິດ. ມີຫຼາຍຈຸດຂາຍໜັງສືພິມ, ຢູ່ໃກ້ບ້ານຂ້າພະເຈົ້າກໍມີຈຸດໜຶ່ງ, ຂ້າພະເຈົ້າມັກມາຈັດໜັງສືພິມໃຫ້ເຈົ້າຂອງຮ້ານ, ແລ້ວເຂົາກໍອະນຸຍາດໃຫ້ຂ້າພະເຈົ້າເລືອກອ່ານບໍ່ວ່າໜັງສືພິມສະບັບໃດທີ່ຂ້າພະເຈົ້າມັກ”.

ຜ່ານໜັງສືພິມສະບັບຕ່າງໆ, ຜູ້ຊົມຜູ້ອ່ານຈະມີຄວາມຮູ້, ຄວາມເຂົ້າໃຈຕື່ມກ່ຽວກັບສະຖານະການການເມືອງ, ກ່ຽວກັບມູມມອງການສັງເກດຊີວິດ ຫຼື ງ່າຍໆກວ່າແມ່ນວິທີການສື່ສານກັບຜູ້ອ່ານ, ວິທີການໂຄສະນາບັນດາຜະລິດຕະພັນໃນໜັງສືພິມໃນແຕ່ລະໄລຍະເປັນຄືແນວໃດ. ນັກສະສົມ ຮວິ່ງມິງຮຽບ ຍາມໃດກໍມີຄວາມປາດຖະໜາຢາກເຜີຍແຜ່ຊຸດສະສົມໜັງສືພິມຂອງຕົນໃຫ້ມະຫາຊົນຮູ້ຈັກຫຼາຍຂຶ້ນ ເພື່ອໃຫ້ທຸກຄົນມີຄວາມເຂົ້າໃຈກ່ຽວກັບປະຫວັດສາດ ຫວຽດນາມ ກໍຄື ປະຫວັດສາດສື່ມວນຊົນປະຕິວັດ ຫວຽດນາມ./.


TAG
VOV/VOVworld/ໜັງ​ສື​ພິມ ໄຊ​ງ່ອນ/ໜັງ​ສື​ພິມ ຢາ​ດິ້ງ/ສື່ມວນ​ຊົນ​ປະ​ຕິ​ວັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ