logo

ສົ່ງ​ເສີມ​ກຸ່ມ​ບໍ​ລິ​ສັດ ພົງ​ຊັບ​ທະ​ວີ ຄົ້ນ​ຄວ້າ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​ກັບ ຫວຽດ​ນາມ

2025/12/12 | 10:55:58
(VOVWORLD) - ຕອນເຊົ້າວັນທີ 12 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ ກຸນລະພັນ ວົງນະທີ, ຮອງປະທານກຸ່ມບໍລິສັດ ພົງຊັບທະວີ, ໜຶ່ງໃນບັນດານັກລົງທຶນຂອງລາວ ທີ່ນຳໜ້າສົ່ງອອກໄຟຟ້າໄປຍັງ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ແລະ ທ່ານ ກຸນລະພັນ ວົງນະທີ, ຮອງປະທານກຸ່ມບໍລິສັດ ພົງຊັບທະວີ
(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຕີລາຄາສູງຄຳໝັ້ນສັນຍາຂອງກຸ່ມບໍລິສັດ ສືບຕໍ່ເພີ່ມທະວີການສົ່ງອອກໄຟຟ້າໄປຍັງ ຫວຽດນາມ; ພ້ອມທັງ, ສະເໜີໃຫ້ກຸ່ມບໍລິສັດນີ້ ສືບຕໍ່ຄົ້ນຄວ້າ, ເປີດກວ້າງການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ, ຄື: ກາກບອນເຄດິດ (Carbon Credit), ພື້ນຖານໂຄງລ່າງດ້ານພະລັງງານ. ກຸ່ມບໍລິສັດດັ່ງກ່າວກໍໄດ້ຮັບຄວາມສົ່ງເສີມໃຫ້ເຂົ້າຮ່ວມບັນດາໂຄງການເຊື່ອມຕໍ່ເຄືອຂ່າຍໄຟຟ້າ ອາຊຽນ (ASEAN Power Grid) ແລະ ບັນດາຂໍ້ລິເລີ່ມຮ່ວມມືພາກພື້ນຄື ການຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ.

ສ່ວນທ່ານ ກຸນລະພັນ ວົງນະທີ ຮອງປະທານກຸ່ມບໍລິສັດພົງຊັບທະວີ ໃຫ້ຄຳໝັ້ນສັນຍາ ຈະຜັນຂະຫຍາຍບັນດາໂຄງການຮ່ວມມືພະລັງງານຖືກຕ້ອງຕາມກົດໝາຍຂອງທັງສອງປະເທດ; ເນັ້ນໜັກເຖິງຄວາມຕັດສິນໃຈຫັນບັນດາແຜນການສົ່ງອອກໄຟຟ້າປະມານ 6.000 MW ໄປຍັງ ຫວຽດນາມ ໃຫ້ປະກົດຜົນເປັນຈິງໃນຊຸມປີຈະມາເຖິງ.


TAG
VOV/VOVworld/ກາກບອນເຄດິດ/ພະ​ລັງ​ງານ​ໄຟ​ຟ້າ/ກຸ່ມ​ບໍ​ລິ​ສັດ​ພົງ​ຊັບ​ທະ​ວີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ