logo

ສັນນິບາດອາຮັບໄດ້ນຳ ສະເໜີບັນດາມາດຕະການ ລົງໂທດດ້ານເສດຖະກິດຕ້ານ ຊີຣີ

2011/11/27 | 10:09:24
ສັນນິບາດ​ອາ​ຮັບ AL ​ໄດ້​ນຳ​ສະ​ເໜີ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕ້ານ ຊີຣີ ພາຍຫຼັງ ດາ​ມາ​ກຸດ ບໍ່​ຍອມ​ຮັບ​ຄຳ​ຂາດ ຂອງ​ອົງການ​ນີ້ ກ່ຽວ​ກັບ​ການ​ອະນຸຍາດ​ໃຫ້​ບັນດາ​ຜູ້​ສັງ​ເກດ​ການ​​ໄປ​ຍັງ ຊີຣີ.

(ພາບ: AFP/ TTXVN)

       ວັນ​ທີ 26/11 ສັນນິບາດ​ອາ​ຮັບ AL ​ໄດ້​ນຳ​ສະ​ເໜີ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕ້ານ ຊີຣີ ພາຍຫຼັງ ດາ​ມາ​ກຸດ ບໍ່​ຍອມ​ຮັບ​ຄຳ​ຂາດ ຂອງ​ອົງການ​ນີ້ ກ່ຽວ​ກັບ​ການ​ອະນຸຍາດ​ໃຫ້​ບັນດາ​ຜູ້​ສັງ​ເກດ​ການ​​ໄປ​ຍັງ ຊີຣີ. ຂໍ້ສະ​ເໜີ ລົງ​ໂທດ​ດ້ານ​ເສດຖະກິດ​ຕ້ານ ຊີຣີ ​ໄດ້​ຖືກ​ຮັບຮອງ​ເອົາ​ໃນ​ວັນ​ທີ 26/11 ຢູ່​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ AL ຊຶ່ງ​ຈັດ​ຂຶ້ນ​ຢູ່ ກາຍ​ໂລ ປະ​ເທ​ດ ອີ​ຢິບ. ຕາມ​ຂໍ້​ສະ​ເໜີ​ດັ່ງກ່າວ​ແລ້ວ, ALຈະ​ປິດ​ລ້ອ​ມບັນດາກ​ອງທຶນ ທີ່​ຂຶ້ນ​ກັບ​ລັດຖະບານ ຊີຣີ, ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ຕິດ​ຕໍ່​ພົວພັນ​ດ້ານ​ການ​ຄ້າ​ກັບ​ລັດຖະບານ ຊີຣີ, ​ເວັ້ນ​ເສຍ​ບັນດາ​ປະ​ເພດ​ສິນຄ້າ​ທີ່​ຈຳ​ເປັນ​ຂອງ​ປະຊາຊົນ, ຫ້າມ​ບັນດາ​ເຈົ້າ​ໜ້າ​ທີ ຊີຣີ ​ເຂົ້າ​ເມືອງ​ບັນດາ​ປະ​ເທດ​ອາ​ຮັບ, ​ໂຈະ​ບັນດາ​ຖ້ຽວ​ບິນ ​ແລະ ຢຸດຕິ​ທຸກ​ການ​ຕິດ​ຕໍ່​ພົວພັນ​ການ​ເງິນ​ກັບ ອຳນາດ​ການ​ປົກຄອງ ຊີຣີ ກໍ່​ຄື​ທະນາຄານ​ສູນ​ກາງຂອງ​ປະ​ເທດ​ນີ້. AL ຍັງ​ຮຽກຮ້ອງ ຈົ່ງ​ປິດ​ລ້ອມ​ບັນດາ​ບ້ວງ​ເງິນ​ລົງທຶນ ​ໃຫ້​ແກ່​ບັນດາ​ໂຄງການ​ລົງທຶນ​ຢູ່ ຊີຣີ.

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ