logo

ສັບ​ຊ້ອນ, ຈັດ​ຕັ້ງ​ກົງ​ຈັກ​ຂອງ​ລະ​ບົບ​ການ​ເມືອງ​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ພັດ​ທະ​ນາ​ໃໝ່: ບົດ​ຮຽນ​ຂອງ ຫວຽດ​ນາມ ແລະ ລາວ

2025/10/28 | 11:47:00
(VOVWORLD) - “ສັບຊ້ອນ, ຈັດຕັ້ງກົງຈັກຂອງລະບົບການເມືອງຕອບສະໜອງຄຳຮຽກຮ້ອງພັດທະນາໃໝ່: ບົດຮຽນຂອງ ຫວຽດນາມ ແລະ ລາວ”. ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາທິດສະດີຄັ້ງທີ 12 ໂດຍພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 28 ຕຸລາ ຢູ່ນະຄອນ ດ່າໜັງ.

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ (ພາບ: VOV)

  ໃນກອງປະຊຸມສໍາມະນາ, ທ່ານ ຫງວຽນຊວັນຖັງ ກຳມະການກົມການເມືອງ, ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຢັ້ງຢືນວ່າ ຫົວຂໍ້ຂອງກອງປະຊຸມສໍາມະນາໄດ້ສ່ອງແສງເຖິງຄວາມສົນໃຈລວມຂອງສອງພັກ, ສອງລັດ ທີ່ມີຕໍ່ການສັບຊ້ອນ, ປັບປຸງການຈັດຕັ້ງກົງຈັກຂອງລະບົບການເມືອງ ເຊິ່ງທັງ ຫວຽດນາມ ແລະ ລາວ ພວມດຳເນີນໃຫ້ສົມບູນແບບ ເພື່ອແນໃສ່ຕອບສະໜອງຄຳຮຽກຮ້ອງບຸກທະລຸພັດທະນາໃນໄລຍະໃໝ່. ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ສອງພັກພ້ອມກັນຄົ້ນຄວ້າ, ແບ່ງປັນບັນດາຜົນງານທາງດ້ານທິດສະດີ ແລະ ບົດຮຽນປະສົບການຕົວຈິງຂອງທັງສອງຝ່າຍ ກ່ຽວກັບການສ້າງລະບົບການເມືອງກະທັດລັດ, ສອດຄ່ອງກັບໄລຍະພັດທະນາໃໝ່ຢູ່ແຕ່ລະປະເທດ.

        “ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍຈິດໃຈວິທະຍາສາດ, ຊອກຮູ້ຕົວຈິງ ແລະ ນ້ຳໃຈຖານສະຫາຍອ້າຍນ້ອງຜູກພັນກັນຢ່າງໜຽວແໜ້ນ, ພວກເຮົາ ຈະມີຫຼາຍບົດປະກອບຄຳເຫັນ, ປຶກສາຫາລືຢ່າງມີຄຸນນະພາບ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ໜ້າທີ່ທີ່ມີຄວາມສຳຄັນນີ້, ສ້າງຜົນສຳເລັດໃຫ້ແກ່ກອງປະຊຸມສຳມະນາ, ປະກອບສ່ວນຮັດແໜ້ນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ”.

        ສ່ວນທ່ານ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ, ຕີລາຄາສູງ ຄະນະຈັດຕັ້ງກອງປະຊຸມສຳມະນາທິດສະດີລະຫວ່າງສອງພັກໃນຄັ້ງນີ້ ທີ່ໄດ້ກຳນົດຫົວຂໍ້ທີ່ມີຄວາມໝາຍຄວາມສຳຄັນ, ມີລັກສະນະຈຳເປັນຮີບດ່ວນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ປະກອບສ່ວນເສີມສ້າງສາງທິດສະດີຂອງແຕ່ລະພັກໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ.

TAG
VOV/VOVworldກອງປະຊຸມສໍາມະນາທິດ​ສະ​ດີ/ພັ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ/ພັກ​ກອມ​ມູ​ນິດ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ