logo

ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

2025/7/8 | 11:02:42
(VOVWORLD) - ຕອນເຊົ້າວັນທີ 08 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ໄຂຊຸດຝຶກອົບຮົມການນຳໜຸ່ມບັນດາທ້ອງຖິ່ນທີ່ມີຊາຍແດນຮ່ວມລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 3.
 
ບັນດາສຳມະນາກອນເຂົ້າຮ່ວມຊຸດຝຶກອົບຮົມ (ພາບ: VOV)

   ຊຸດຝຶກອົບຮົມດັ່ງກ່າວໄດ້ດຳເນີນຮອດວັນທີ 15 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງສຳມະນາກອນ 50 ຄົນ ທີ່ມາຈາກສາມປະເທດ. ກ່າວຄຳເຫັນເປີດຊຸດຝຶກອົບຮົມ, ທ່ານນາງ ສີໄສ ລືເດດມູນສອນ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຊຸດຝຶກອົບຮົມ, ນັ້ນແມ່ນການສືບຕໍ່ຜັນຂະຫຍາຍໝາກຜົນການພົບປະຂອງການນຳຂັ້ນສູງສາມພັກ ລາວ - ຫວຽດນາມ - ກຳປູເຈຍ; ເຊິ່ງເປັນມູນເຊື້ອອັນດີງາມ, ຊັບສົມບັດອັນລ້ຳຄ່າ ທີ່ເຂັ້ມຂຸ້ນໄປດ້ວຍຄວາມເປັນເອກະລັກຂອງສາມພັກ. ໃນຊຸດຝຶກອົບຮົບ, ບັນດາສຳມະນາກອນຈະແລກປ່ຽນບົດຮຽນປະສົບການກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະພັກ, ແຕ່ລະປະເທດ ແລະ ພ້ອມກັນຫວນຄືນມູນເຊື້ອສາມັກຄີ, ຄວາມສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງສາມພັກ ແລະ ປະຊາຊົນສາມປະເທດ; ແບ່ງປັນບົດຮຽນປະສົບການສ້າງສາປະເທດຂອງແຕ່ລະພັກ, ແຕ່ລະປະເທດໃນປັດຈຸບັນ.

        ບັນດາສຳມະນາກອນ ຈະໄດ້ລົງເລິກປຶກສາຫາລືບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງສາມປະເທດ; ຍຸດທະສາດພັດທະນາເສດຖະກິດ - ການຄ້າຂອງສາມປະເທດໃນສະພາບການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ; ການຮ່ວມມືດ້ານການທ່ອງທ່ຽວ ແລະ ວັດທະນະທຳ 3 ປະເທດ... ນອກຈາກການປຶກສາຫາລືຕາມຫົວຂໍ້ແລ້ວ, ບັນດາສຳມະນາກອນກໍຈະໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມບາງເຂດອະນຸສອນສະຖານ, ຮາກຖານການຜະລິດທີ່ສຳຄັນຢູ່ນະຄອນຫຼວງ ວຽງຈັນ ແລະ ແຂວງ ວຽງຈັນ.

 ເຈິ່ນຕວັນ, ໂຮ່ຫາຍ - ນັກຂ່າວ VOV ປະຈໍາ ວຽງຈັນ

 

TAG
VOV/VOVworld/ຊຸດຝຶກອົບຮົມ/ການ​ນຳ​ໜຸ່ມ​ບັນ​ດາ​ທ້ອງ​ຖິ່ນ/ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ