logo

ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

2025/12/2 | 11:58:28
(VOVWORLD) - ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການຮັກສາ, ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ; ໃຫ້ຄຳໝັ້ນສັນຍາ ພ້ອມກັບລາວ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ.
ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ, ອວຍພອນສຸຂະພາບອະດີດເລຂາທິການໃຫຍ່, ປະທານປະເທດລາວ ທ່ານ ຈຸມມະລີ ໄຊຍະສອນ (ພາບ: TTXVN)

ວັນທີ 2 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ, ອວຍພອນສຸຂະພາບອະດີດເລຂາທິການໃຫຍ່, ປະທານປະເທດລາວ ທ່ານ ຈຸມມະລີ ໄຊຍະສອນ  ແລະ ທ່ານ ບຸນຍັງ ວໍລະຈິດ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການຮັກສາ, ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ; ໃຫ້ຄຳໝັ້ນສັນຍາ ພ້ອມກັບລາວ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ກໍສະແດງຄວາມປາດຖະໜາວ່າ ບັນດາສະຫາຍອະດີດການນຳ ລາວ ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່, ປະກອບສ່ວນ ແລະ ແບ່ງປັນບົດຮຽນອັນລ້ຳຄ່າໃຫ້ແກ່ການເພີ່ມທະວີສາຍພົວພັນລະຫວ່າງສອງປະເທດ.

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ, ອວຍພອນສຸຂະພາບອະດີດເລຂາທິການໃຫຍ່, ປະທານປະເທດລາວ ທ່ານ ບຸນຍັງ ວໍລະຈິດ (ພາບ: TTXVN)

        ບັນດາສະຫາຍອະດີດການນຳ ລາວ ປາດຖະໜາວ່າ ບັນດາການນຳລຸ້ນສືບທອດຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນແບບພິເສດນີ້ ເພື່ອຍົກສູງປະສິດທິຜົນການຮ່ວມມື ແລະ ຜັນຂະຫາຍສັນຍາ, ຂໍ້ຕົກລົງສອງຝ່າຍຢ່າງມີປະສິດທິຜົນຢ່າງບໍ່ຢຸດຢັ້ງ; ພິເສດແມ່ນເນັ້ນໜັກເຖິງຄວາມສຳຄັນຂອງການສຶກສາ, ໂຄສະນາໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມສອງປະເທດ, ກ່ຽວກັບມູນເຊື້ອສາຍພົວພັນຜູກພັນອັນສະໜິດແໜ້ນລະຫວ່າງສອງຊາດ ລາວ - ຫວຽດນາມ ທີ່ມີມາແຕ່ດົນນານ.

        ກໍໃນວັນດຽວກັນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ ແລະ ການທ່ອງທ່ຽວລາວ ຈັດພິທີໄຂສັບປະດາຟິມຮູບເງົາ ຫວຽດນາມ ຢູ່ ລາວ ແລະ ງານວາງສະແດງກ່ຽວກັບສາຍພົວພັນສອງປະເທດ. ເຊິ່ງຈະດຳເນີນຮອດວັນທີ 06 ທັນວາ ຈຶ່ງອັດລົງ.

TAG
VOV/VOVworld/ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ/ອະ​ດີດ​ປະ​ທານ​ປະ​ເທດ​ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ