logo

ສ​ປ​ຊ ປະ​ກາດ​ແຜນ​ການ​ເຄື່ອນ​ໄຫວ​ສະ​ບັບ​ປັບ​ປຸງ​ເພື່ອ​ໜູນ​ຊ່ວຍ ກູ​ບາ

2026/3/27 | 08:36:41
(VOVWORLD) -     ວັນທີ 26 ມີນາ, ສປຊ ໄດ້ປະກາດແຜນການເຄື່ອນໄຫວສະບັບປັບປຸງແນໃສ່ໃຫ້ການໜູນຊ່ວຍປະຊາຊົນ ກູບາ 2 ລ້ານຄົນໂດຍດ່ວນ ຕໍ່ວິກິດການດ້ານພະລັງງານທີ່ຮ້າຍແຮງ ແລະ ຜົນຮ້າຍທີ່ຕາມມາຂອງພາຍຸ.
 Havana, ກູບາ ວັນທີ 21/3/2026  ບໍ່ມີໄຟຟ້າໃຊ້  (ພາບ:  REUTERS/Norlys Perez)

ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ແຜນການປັບປຸງຄັ້ງນີ້ຈະເປີດກວ້າງຂອບຂະໜາດໜູນຊ່ວຍຂຶ້ນເຖິງເກືອບເຄິ່ງໜຶ່ງຈຳນວນແຂວງ/ນະຄອນຂອງ ກູບາ, ສຸມໃສ່ບັນດາມາດຕະການພະລັງງານທົດແທນເພື່ອຮັກສາການເຄື່ອນໄຫວໃນບັນດາຂົງເຂດແກ່ນສານ. ໄປຄຽງຄູ່ກັນນັ້ນ, ສປຊ ຍັງຄົງມານະພະຍາຍາມແກ້ໄຂບັນດາຜົນກະທົບທີ່ຍັງຄົງຄ້າງຈາກພາຍຸ Melissa, ທີ່ໄດ້ກໍ່ຜົນເສຍຫາຍແຕ່ເດືອນພະຈິກປີ 2025. ສປຊ ຢັ້ງຢືນວ່າ ວຽກງານຮັບປະກັນແຫຼ່ງເຊື້ອເພີງ ແມ່ນບຸລິມະສິດແຖວໜ້າ ແລະ ແມ່ນເງື່ອນໄຂແກ່ນສານເພື່ອຫັນບັນດາຄວາມມານະພະຍາຍາມຊ່ວຍເຫຼືອມະນຸດສະທຳຢູ່ ກູບາ ໃຫ້ປະກົດຜົນເປັນຈິງ.

        ກ່ອນໜ້ານັ້ນ, ວັນທີ 24 ມີນາ, ຫ້ອງປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (OCHA) ໄດ້ຜັນຂະຫຍາຍແຜນການທີ່ມີມູນຄ່າ 94 ລ້ານ USD ເພື່ອໃຫ້ການຊ່ວຍເຫຼືອ 2 ລ້ານຄົນ, ເທົ່າກັບ 1/5 ປະຊາກອນທັງໝົດຂອງ ກູບາ, ຜ່ານການຮັກສາບັນດາລະບົບສະໜອງການບໍລິການທີ່ຈຳເປັນ ແລະ ປົກປ້ອງຊີວິດ.


TAG
VOV/VOVworld/ຊ່ວຍ​ເຫຼືອ ກູ​ບາ/​ແຜນ​ການ​ເຄື່ອນ​ໄຫວ​ ສ​ປ​ຊ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ