logo

ສື່ມວນ​ຊົນ​ລາວ​ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ ແລະ ຄວາມ​ໝາຍ​ປະ​ຫວັດ​ສາດ​ໃນ​ການ​ຢ້ຽມ​ຢາມ​ຂອງ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ

2026/2/4 | 12:08:14
(VOVWORLD) - ກ່ອນການຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນວັນທີ 05 ແລະ ວັນທີ 06 ກຸມພາ, ຕາມຄຳເຊີນຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ, ວັນທີ 04 ກຸມພາ, ສື່ມວນຊົນລາວ ໄດ້ລົງບົດຂຽນຈຳນວນຫຼາຍກ່ຽວກັບການຢ້ຽມຢາມດັ່ງກ່າວ.

ບັນດາບົດຂຽນໃນສື່ເອເລັກໂຕນິກໜັງສືພິມ ຂ່າວສານປະເທດລາວ ແລະ ໜັງສືພິມປ້ອງກັນຄວາມສະຫງົບ ລາວ ລ້ວນແຕ່ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຄັ້ງນີ້ ຈະຊ່ວຍໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ - ຫວຽດນາມ, ຫວຽດນາມ - ລາວ ນັບມື້ນັບພັດທະນາກວ່າອີກ.

ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ໃນປີ 2026 ແລະ ກໍແມ່ນການຢ້ຽມຢາມທຳອິດໃນຖານະເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV. ໃນຂະນະທີ່ນີ້ກໍແມ່ນການຕ້ອນຮັບແຂກຕ່າງປະເທດສະຫາຍທຳອິດຂອງພັກ, ລັດ ແລະ ປະຊາຊົນ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ດັ່ງນັ້ນ, ການຢ້ຽມຢາມ ບໍ່ພຽງແຕ່ມີຄວາມໝາຍປະຫວັດສາດ ແລະ ຄວາມສຳຄັນອັນຍິ່ງໃຫຍ່ເທົ່ານັ້ນ, ຫາກຍັງຢັ້ງຢືນລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ແລະ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ຍາມໃດກໍຖືສາຍພົວພັນມິດຕະພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ, ລາວ - ຫວຽດນາມ ເປັນສຳຄັນທີ່ສຸດ.

ສິ່ງດັ່ງກ່າວຈະສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ສາຍພົວພັນ ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ໜູນຊ່ວຍການພັດທະນາແບບຍືນຍົງຂອງທັງສອງປະເທດ ລາວ ແລະ ຫວຽດນາມ.

TAG
VOV/VOVworld/ການ​ຢ້ຽມ​ຢາມ​ຂອງ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ/ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ​ປ​ປ. ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ