logo

ສື່ມວນຊົນລາວໃຫ້ຂ່າວ ກ່ຽວກັບການຢ້ຽມຢາມລາວຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ

2017/4/28 | 12:01:45
(vovworld)- ​ໜັງ​ສື​ພິມ​ລາວສະ​ບັບ​ຕ່າງໆ​ອອກ​ເມື່ອ​ວັນ​ທີ 27 ແລະ 28/4 ໄດ້​ລົງ​ພິມ​ຂ່າວ, ບົດ ແລະ ຮູບ​ພາບ​ຢ່າງຫຼວງຫຼາຍໃນ​ໜ້າ​ທຳ​ອິດ....

ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວ​ຽນຊວນ​ຟຸກ

(vovworld)- ​ໜັງ​ສື​ພິມ​ລາວສະ​ບັບ​ຕ່າງໆ​ອອກ​ເມື່ອ​ວັນ​ທີ 27 ແລະ 28/4 ໄດ້​ລົງ​ພິມ​ຂ່າວ, ບົດ ແລະ ຮູບ​ພາບ​ຢ່າງຫຼວງຫຼາຍໃນ​ໜ້າ​ທຳ​ອິດກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວ​ຽນຊວນ​ຟຸກ, ພິ​ເສດ​ແມ່ນ​ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ. ໜັງ​ສື​ພິມ​ປະ​ຊາ​ຊົນ​ສະ​ບັບ​ອອກວັນ​ທີ 28/4 ແລະ ໜັງ​ສື​ພິມ​ປະ​ເທດ​ລາວ​ສະ​ບັບ​ອອກວັນ​ທີ 27/4 ໄດ້​ລົງ​ພິມ​ຖະ​ແຫຼງ​ການ​ຮ່ວມ​ຫວຽດ​ນາມ-ລາວ ແລະ ຢືນ​ຢັນ​ການ​ຢ້ຽມ​ຢາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ດີ​ງາມ​ດ້ວຍ​ການ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ທີ່​ສຳ​ຄັນ 9 ສະ​ບັບ.

    ສ່ວນ​ໜັງ​ສື​ພິມ​ວຽງ​ຈັນ​ທາມ​ ສະ​ບັບ​ອອກວັນ​ທີ 27 ແລະ 28/4 ກໍ​ໄດ້​ລົງ​ພິມ 2 ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້ : “ ຂໍ້​ຕົກ​ລົງໃຫ​ຍ່ຫຼາຍ​ສະ​ບັບໄດ້​ຮັບ​ການ​ລົງ​ນາມ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ” ແລະ “ການ​ຢ້ຽມ​ຢາມ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວ​ຽນຊວນ​ຟຸກໄດ້​ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ”

     ໃນ​ຂະ​ນະ​ນັ້ນ, ໜັງ​ສື​ພິມ​ວຽງ​ຈັນ​ໃໝ່ ສະ​ບັບ​ອອກວັນ​ທີ 27/4 ໄດ້​ລົງ​ພິມ​ຄຳ​ໃຫ້​ສັງ​ເກດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ໃນ​ນັ້ນ​ໄດ້​ຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ​ລາວ​ເປັນ​ຄັ້ງ​ທຳ​ອິດພາຍຫຼັງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ແລະ ຢືນ​ຢັນ​ການ​ຢ້ຽມ​ຢາມ​ເປັນ​ການ​ຊ່ວຍ​ເພີ່ມ​ທະ​ວີ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ພັກ, 2 ລັດເລິກ​ເຊິ່ງ​ຂຶ້ນ​ຕື່ມ.
TAG
vovworld/ລາວ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ