logo

ສື່ມວນຊົນສາກົນ ແລະ ພາກພື້ນຕີລາຄາສູງກ່ຽວກັບກອງປະຊຸມສຸດຍອດອາຊຽນ ຢູ່ຮ່າໂນ້ຍ

2020/6/27 | 07:50:00
(VOVWORLD) -ວັນທີ 26 ມິຖຸນາ, ສື່ມວນຊົນອາຊຽນ ແລະ ຫຼາຍປະເທດຄູ່ຮ່ວມມືອາຊຽນ ໄດ້ລົງບົດຂຽນຫຼາຍບົດທີ່ພົ້ນເດັ່ນກ່ຽວກັບບົດບາດຂອງອາຊຽນ, ຂອງຫວຽດນາມ ໃນຖານະບົດບາດເປັນປະທານໝູນວຽນອາຊຽນ ຂອງກຸ່ມ, ຕີລາຄາສູງບັນດາຫົວຂໍ້ ແລະ ເນື້ອໃນທີ່ກອງປະຊຸມໄດ້ນຳມາປຶກສາຫາລື.

ໜັງສືພິມ Straits Times ຂອງສິງກະໂປ ໄດ້ຄັດສະເໜີບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ປະທານໝູນວຽນຂອງອາຊຽນ 2020 ໄດ້ຊີ້ໃຫ້ເຫັນວ່າ, ບໍ່ມີເວລາໃດທີ່ອາຊຽນ ຕ້ອງຮັບມືກັບບັນດາຄວາມສ່ຽງທີ່ໃຫຍ່ຫຼວງຄືໃນປະຈຸບັນ. ໂລກລະບາດໂຄວິດ-19 ໄດ້ ແລະ ພວມທຳລາຍບັນດາຜົນງານເສດຖະກິດ ບໍ່ພຽງແຕ່ຂອງພາກພື້ນເທົ່ານັ້ນ ຫາກຍັງຂອງທົ່ວໂລກອີກດ້ວຍ ແລະ ນາບຂູ່ເຖິງຊີວິດການເປັນຢູ່ຂອງປະຊາຊົນນັບລ້ານຄົນ. ໃນສະພາບການນັ້ນ, ຄວາມສາມັກຄີກັນເພື່ອຍົກສູງບົດບາດຂອງອາຊຽນ ກວ່າອີກ, ນັ້ນແມ່ນກຸນແຈສ້າງກຳລັງໜູນເຕີບໂຕຄືນໃໝ່.

        ໜັງສືພິມ Nikkei Review ຂອງ ຍີ່ປຸ່ນ ມີບົດຂຽນທີ່ວ່າ “ຫວຽດນາມ ພວມຊີ້ໃຫ້ເຫັນບັນດາຄຸນຄ່ານຳພາໃໝ່ຂອງອາຊຽນ”, ແລະ ໄດ້ເຕື້ອງເຖິງບົດບາດຫາກໍ່ພົ້ນເດັ່ນຂອງຫວຽດນາມ. ຫວຽດນາມ ພວມກາຍເປັນ “ເຈົ້າພາທາງ” ເພື່ອຍົກອອກບັນດາການປຶກສາຫາລືກ່ຽວກັບບັນດາບັນຫາທີ່ຮ້ອນເຮັ່ງຂອງພາກພື້ນຄື: ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ຫຼື ບັນດາການຂັດແຍ້ງກັນທາງດ້ານການຄ້າລະຫວ່າງບັນດາປະເທດໃຫຍ່ທີ່ມີຜົນກະທົບເຖິງພາກພື້ນ.

        ສ່ວນສຳນັກຂ່າວສານ ຊິນຮວາ ຂອງຈີນ ກໍ່ມີບົດຂຽນກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ນີ້. ບົດຂຽນກໍ່ໄດ້ຄັດສະເໜີບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ໃນນັ້ນໄດ້ຢັ້ງຢືນວ່າ ໂລກລະບາດໂຄວິດ- 19 ແມ່ນກາລະໂອກາດເພື່ອພິສູດໃຫ້ເຫັນຄວາມສາມັກຄີຂອງອາຊຽນ, ພ້ອມກັນກ້າວຂຶ້ນໄປທາງໜ້າ.

TAG
VOV/VOVworld/​ເສດ​ຖະ​ກິດ/ສາ​ມັກ​ຄີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ