ສິລະປິນດີເດັ່ນ ເຈິ່ນເຟືອງ |
ໂດຍແມ່ນນັກຮົບສັງກັດກຳລັງປະກອບອາວຸດເຂດທາງທິດຕາເວັນຕົກພາກໃຕ້, ປີ 1954 ທ່ານໄດ້ອອກສູ່ພາກເໜືອ ແລະ ຮອດປີ 1957 ທ່ານໄດ້ເຂາຮ່ວມການເສັງຄັດເລືອກເປັນໂຄສົກ ໂດຍວິທະຍຸກະຈາຍສຽງຫວຽດນາມຈັດຕັ້ງ. ດ້ວຍສຽງສຳນຽງພິເສດ ໄດ້ຮັບເລືອກເຂົ້າເຮັດວຽກຢູ່ໜ່ວຍງານໂຄສົກຂອງວິທະຍຸກະຈາຍສຽງຫວຽດນາມ. ທ່ານ ເຈິ່ນເຟືອງ ແບ່ງປັນວ່າ:
“ຄຳນຳຂອງບົດວິຈານ ມີນ້ຳໃຈຄວາມຮັກແພງ ໂດຍໃຊ້ເວລາ 7 ນາທີ. ທ່ານ ເຈິ່ນເລິມຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມໃນຄາວນັ້ນ ເວົ້າວ່າ ບົດນີ້ແມ່ນສຳນຽງພາກໃຕ້, ເຈິ່ນເຟືອງ ອ່ານແມ໋. ພາຍຫຼັງໃຫ້ຂ່າວປົດປ່ອຍ ກໍ່ໃຫ້ອອກອາກາດບົດນີ້. ເມື່ອອ່ານຂ້າພະເຈົ້າຕື້ນຕັນໃຈທີ່ສຸດ”.
ໂດຍມີການຕໍ່ສູ້ຢູ່ສະໜາມຮົບເປັນເວລາສອງປີ ເບິ່ງຄືວ່າສຳນຽງອ່ານຂອງ ເຈິ່ນເຟືອງ ກໍ່ເປັນແຫຼ່ງບັນດານໃຈພິເສດຕໍໍ່ບັນດານັກຮົບ ແລະ ປະຊາຊົນພວມທຳການຕໍ່ສູ້ຢູ່ພາກໃຕ້. ຜູ້ຟັງຄົນໜຶ່ງ ເປີດເຜີຍວ່າ:
“ສຳລັບຊາວພາກໃຕ້ ເມື່ອໄດ້ຟັງທ່ານ ເຈິ່ນເຟືອງ ອ່ານບົດວິຈານກໍ່ຮູ້ສຶກວ່າ ຄືເປັນແຫຼ່ງລະດົມກຳລັງໃຈໃຫ້ຫ້າວຫັນຂຶ້ນ”.
ໃນຄາວຍັງມີຊີວິດຢູ່ນັ້ນ ນັກສິລະປິນ ເຈິ່ນເຟືອງ ໃຫ້ຮູ້ວ່າ ໂຄສົກຄົນໜຶ່ງທີ່ມີຄວາມເກັ່ງ ກໍ່ຕ້ອງມີຄຸນທາດການເມືອງຢູ່ໃນສຳນຽງອ່ານ. ຄຸນທາດການເມືອງຢູ່ທີ່ນີ້ ກໍ່ແມ່ນຄວາມຮັກປະເທດຊາດ. ທ່ານ ເຈິ່ນເຟືອງ ໃຫ້ຮູ້ຕື່ມອີກວ່າ:
“ໂຄສົກຂອງວິທະຍຸກະຈາຍສຽງແຫ່ງຊາດ ຖ້າຫາກວ່າ ບໍ່ມີນ້ຳໃຈກໍ່ບໍ່ອາດອ່ານໄດ້ດີໄດ້. ມີນາງສາວກອງຫຼອນຄົນໜຶ່ງຢູ່ແຂວງ ຈ໋າວິງ ໄດ້ຂຽນຈົດໝາຍໃຫ້ຂ້າພະເຈົ້າວ່າ ຄ່ຳຄືນໃດຟັງອາວອ່ານ ຫຼານກໍ່ຮູ້ສຶກວັນທ້ອນໂຮມປະເທດຊາດກໍ່ໃກ້ຈະມາຖິງ”.
ນອກຈາກມີຄຸນທາດການເມືອງແລ້ວ ໂຄສົກກໍ່ຕ້ອງມີຄວາມຮູ້ທາງດ້ານວັດທະນະທຳ ຄວາມຮູ້ໃນການດຳລົງຊີວິດ ແລະ ຈິດວິນຍານອັນດີງາມອີກ. ນັ້ນແມ່ນຄຸນທາດການດຳລົງຊີວິດ, ແມ່ນບັນດາປັດໄຈຕັດສິນເຖິງລະດັບຮັບຮູ້ເນື້ອໃນຂອງເອກະສານ ໂດຍໂຄສົກຄົນໜຶ່ງປະຕິບັດ.
“ເມື່ອອ້າຍ ເຈິ່ນເຟືອງ ເຂົ້າໄປຫ້ອງອັດສຽງ, ບັນນາທິການ ນັກຂ່າວທຸກໆຄົນ ກໍ່ລ້ວນແຕ່ມີຄວາມອຸ່ນອ່ຽງໃຈ ຍ້ອນມີຄຸນນະພາບ ສຳນຽງພາກໃຕ້ຂອງອ້າຍ ເຈິ່ນເຟືອງ ກໍ່ມ່ວນທີ່ສຸດ ແລະ ເຂົ້າສູ່ຈິດໃຈຜູ້ຟັງ”.
ກໍ່ຍ້ອນສຳນຽງອ່ານພິເສດ, ສິລະປິນດີເດັ່ນ ເຈິ່ນເຟືອງ ໄດ້ຮັບການແຕ່ງຕັ້ງຈາກວິທະຍຸກະຈາຍສຽງຫວຽດນາມ ເປັນນັກຊ່ຽວຊານໄປປະຕິບັດງານຢູ່ວິທະຍຸກະຈາຍສຽງ ມົດສະກູ ຂຶ້ນກັບອະດີດ ສະຫະພາບໂຊວຽດ, ປີ 1993 ທ່ານແມ່ນໂຄສົກພາກໃຕ້ຄົນທຳອິດໄດ້ຮັບນາມມະຍົດສິລະປິນດີເດັ່ນ. ຮອດປີ 1994 ທ່ານໄດ້ຍ້າຍໄປເຮັດວຽກຢູ່ສະຖານີວິທະຍຸກະຈາຍສຽງ ໂທລະພາບເກິ່ນເທີ. ທ່ານ ເຈິ່ນເຟືອງ ກໍ່ຍັງອ່ານຄຳແນະນຳໃຫ້ບັນດາຮູບເງົາເອກະສານ ໃນນັ້ນມີຮູບເງົາທີ່ມີຊື່ສຽງ: “ໄຊຊະນະທາງຫຼວງເລກ 9 ພາກໃຕ້ລາວ”. ເພື່ອນ ຫງວຽນທິງວຽນ ຜູ້ຟັງ ແລະ ກໍ່ແມ່ນລູກສິດຂອງສິລະປິນດີເດັ່ນ ເຈິ່ນເຟືອງ ເປີດເຜີຍວ່າ:
“ຄາວເຍົາໄວຂອງເຮົາ ກໍ່ຕິດພັນກັບສຳນຽງອ່ານຂອງອາຈານ ເຈິ່ນເຟືອງ. ຂະນະທີ່ໂທລະພາບຍັງບໍ່ທັນຂະຫຍາຍຕົວ, ຄຳຄືນແຕ່ລະວັນ ແມ່ຂ້າພະເຈົ້າພ້ອມກັບເຮົາ ກໍ່ລ້ວນແຕ່ຮັບຟັງລາຍການເລົ່າເລື່ອງຍາມຄ່ຳຄືນຂອງອາຈານ”.
ເບິ່ງຄືວ່າຕະຫຼອດຊີວິດຂອງທ່ານ ເຈິ່ນເຟືອງ ໄດ້ຕິດພັນ ແລະ ປາກົດຢ່າງຕໍ່ເນື່ອງຜ່ານລະບົບກະຈາຍສຽງ, ທ່ານສິລະປິນດີເດັ່ນ ເຈິ່ນເຟືອງ ໄດ້ສ້າງພາລະກິດທີ່ສະຫງ່າລາສີ ເຊິ່ງບໍ່ແມ່ນວ່າໂຄສົກຄົນໃດກໍ່ສາມາດມີໄດ້. ແລະ ສິ່ງທີ່ສຳຄັນກວ່າໝູ່ນັ້ນແມ່ນ ເຖິງວ່າທ່ານໄດ້ຈາກພວກເຮົາແລ້ວກໍ່ຕາມ ແຕ່ຍາມໃດທ່ານກໍ່ມີຊີວິດຍືນຍົງໃນຈິດໃຈຂອງຜູ້ຟັງທົ່ວປະເທດ



