(vovworld) - ຕອນຄຳ່ວັນທີ 07/04 ຢູ່ ຮ່າໂນ້ຍ ສະຖານທູດ ລາວ ປະຈຳ ຫວຽດນາມ ໄດ້ຈັດຕັ້ງງານລ້ຽງຂ່ຳນັບຮັບຕ້ອນບຸນປີໃໝ່ (ພສ 2560) ປີລະກາ 2017. ກ່າວຄຳເຫັນທີ່ພິທີ, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໄດ້ຊີ້ແຈ້ງບາງຜົນງານ ເຊິ່ງປະຊາຊົນບັນດາເຜົ່າ ລາວ ອ້າຍນ້ອງບັນລຸໄດ້ໃນປີຜ່ານມາ ແລະ ຢືນຢັນວ່າ ບັນດາຜົນງານນັ້ນ ສ່ວນໜຶ່ງແມ່ນຍ້ອນມີການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ.


ຕາງໜ້າພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານ ຟ້າມບີງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງການນຳພັກ, ລັດ ແລະ ປະຊາຊົນ ລາວ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຢືນຢັນວ່າ: ຫວຽດນາມ ໝັ້ນໝາຍຈະພ້ອມກັບປະເທດ ລາວ ອ້າຍນ້ອງຮັກສາ ແລະ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບແບບພິເສດ, ຍູ້ແຮງການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ກ່າວວ່າ:

ທີ່ພິທີ, ແຂກຜູ້ມີກຽດຍັງເຂົ້າຮ່ວມພິທີບາສີສູ່ຂວັນ, ພ້ອມກັນຟ້ອມລຳວົງ ແລະ ຮັບປະທານອາຫານຫລາຍເຍື່ອງທີ່ເປັນມູນເຊື້ອຂອງ ລາວ ອີກດ້ວຍ.




