logo

ສະ​ຖານ​ທູດ ຫວຽດ​ນ​າມ ປະ​ຈຳ ລາວ ຈັດ​ງານ​ລ້ຽງ​ຊົມ​ເຊີຍ​ພັກ, ຊົມ​ເຊີຍ​ລະ​ດູ​ບານ​ໃໝ່​ປີ​ມະ​ເມຍ 2026

2026/2/10 | 12:30:46
(VOVWORLD) -  ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າທີ່ຍາມໃດກໍໃຫ້ການໜູນຊ່ວຍສະຖານທູດ, ບັນດາອົງການຕາງໜ້າ, ວິສາຫະກິດ ແລະ ປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນ ແລະ ປະຕິບັດງານຢູ່ລາວ ຢ່າງທັນການ, ມີປະສິດທິຜົນ. 
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ກ່າວຄຳເຫັນທີ່ງານລ້ຽງ

  ຕອນຄ່ຳວັນທີ 09 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດງານລ້ຽງຕ້ອນຮັບລະດູບານໃໝ່ປີມະເມຍ 2026. ເມື່ອກ່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າທີ່ຍາມໃດກໍໃຫ້ການໜູນຊ່ວຍສະຖານທູດ, ບັນດາອົງການຕາງໜ້າ, ວິສາຫະກິດ ແລະ ປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນ ແລະ ປະຕິບັດງານຢູ່ລາວ ຢ່າງທັນການ, ມີປະສິດທິຜົນ; ພ້ອມທັງຢັ້ງຢືນວ່າ ປະຊາຊົນ ຫວຽດນາມ ຈະຜູກພັນຮັກໄຄ່ກັບປະຊາຊົນລາວຕະຫຼອດໄປ, ພ້ອມກັນມານະພະຍາຍາມເພື່ອພາລະກິດສ້າງສາ, ປົກປັກຮັກສາ ແລະ ການພັດທະນາຂອງແຕ່ລະປະເທດ. ສ່ວນທ່ານ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລາວ ເນັ້ນໜັກວ່າ:

        “ເຖິງວ່າສະພາບການພາກພື້ນ ແລະ ໂລກ ຈະມີການຜັນແປແນວໃດກໍຕາມ, ພັກ, ລັດ ແລະ ປະຊາຊົນ ລາວ ຍາມໃດກໍຮຽງບາຮຽງໄຫຼພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ນັບມື້ນັບມີປະສິດທິຜົນດ້ວຍຄຸນນະພາບໃໝ່, ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.”

        ທ່ານຮອງນາຍົກລັດຖະມົນຕີ ວິໄລ ຫຼ້າຄຳຟອງ ເຊື່ອໝັ້ນວ່າ ບັນດາຜົນງານອັນຍິ່ງໃຫຍ່ເຊິ່ງ ຫວຽດນາມ ຍາດມາໄດ້ ຈະແມ່ນພື້ນຖານສຳຄັນເພື່ອປະຕິບັດສຳເລັດບັນດາເປົ້າໝາຍໃນສັງກາດໃໝ່.

ນັກຂ່າວ VOV ປະຈຳ ລາວ

TAG
VOV/VOVworld/ງານລ້ຽງຕ້ອນຮັບລະດູບານໃໝ່ປີມະເມຍ 2026/ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ