ທ່ານ ຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍສູນກາງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN) |
ຕອນຄ່ຳວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (26/03/1931 – 2603/2026), ມອບລາງວັນ ລີຕຶ້ຈ້ອງ ໃຫ້ແກ່ພະນັກງານຄະນະຊາວໜຸ່ມດີເດັ່ນ ປີ 2026 ຈຳນວນ100 ຄົນ ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງ.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍສູນກາງ ເນັ້ນໜັກວ່າ ໃນສັງກາດບຸກບືນຂອງຊາດ, ຊາວໜຸ່ມຍັງສວມບົດບາດ ແລະ ຄວາມຮັບຜິດຊອບອັນໃຫຍ່ຫຼວງ. ນີ້ແມ່ນກຳລັງນຳໜ້າໃນການເຂົ້າເຖິງ ພູມປັນຍາໃໝ່, ເປັນເຈົ້າວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, Startup ແລະ ເຊື່ອມໂຍງສາກົນ… ດັ່ງນັ້ນ, ພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມແຕ່ລະຄົນ ຕ້ອງເປັນເຈົ້າກຳແຜ່ກະຈາຍຄຸນຄ່າອັນດີງາມຢ່າງຕັ້ງໜ້າ, ປະກອບສ່ວນສ້າງລຸ້ນໄວໜຸ່ມຍຸກສະໄໝໃໝ່ທີ່ມີ “ຈິດໃຈໃສ, ພູມປັນຍາແຈ້ງ, ຄວາມໃຝ່ຝັນໃຫຍ່”. ຢູ່ເຫດການ, ທ່ານ ບຸຍກວາງຮຸຍ ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຊີ້ແຈ້ງວ່າ:
ຂ້າພະເຈົ້າຫວັງວ່າ ຈາກຄວາມເປັນກຽດນີ້ ພວກເພື່ອນຈະສືບຕໍ່ພິສຸດບັນດາຜົນສຳເລັດໃໝ່ທີ່ຍິ່ງໃຫຍ່ກວ່າ ສົມກັບເປັນຜູ້ນຳໜ້າເປັນເຈົ້າຂອງອະນາຄົດຂອງປະເທດຊາດ. ຄະນະເລຂາສູນກາງຊາວໜຸ່ມຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມແຕ່ລະຄົນ ຈົ່ງຫຼໍ່ລ້ຽງຄວາມມຸ່ງຫວັງອຸທິດສ່ວນ, ຮຳຮຽນຢ່າງຕໍ່ເນື່ອງ, ຝຶກຝົນຫຼໍ່ຫຼອມ ຢ່າງມີຫົວຄິດປະດິດສ້າງ ແລະ ການກະທຳເພື່ອໃຫ້ສີຝ້າຂອງຊາວໜຸ່ມສືບຕໍ່ແຜ່ກະຈາຍໃນຊີວິດສັງຄົມກາຍເປັນສັນຍາລັກຂອງຈິດໃຈນຳໜ້າປະດິດຄິດສ້າງຂອງໄວໜຸ່ມ ຫວຽດນາມ.




