logo

ສະຫະປະຊາຊາດ ກ່າວເຕືອນວິກິດການມະນຸດສະທຳນັບມື້ນັບຮ້າຍແຮງຢູ່ ໂຊມາລີ ຍ້ອນໄພແຫ້ງແລ້ງ

2026/2/26 | 09:35:14
(VOVWORLD) - ມີປະມານ 1/3 ຈຳນວນປະຊາກອນຂອງ ໂຊມາລີ, ເທົ່າກັບ 6,5 ລ້ານຄົນ, ຈະຖືກຕົກໃນສະພາບວິກິດການອຶດຫິວ ຫຼື ຮ້າຍແຮງກວ່າໃນເດືອນ ມີນາ
ສະຫະປະຊາຊາດໄດ້ກ່າວເຕືອນວ່າ ວິກິດການມະນຸດສະທຳຢູ່ ໂຊມາລີ ນັບມື້ນັບຮ້າຍແຮງ
(ພາບ: REUTERS/Feisal Oma)

        ວັນທີ 25 ກຸມພາ, ສະຫະປະຊາຊາດໄດ້ກ່າວເຕືອນວ່າ ວິກິດການມະນຸດສະທຳຢູ່ ໂຊມາລີ ນັບມື້ນັບຮ້າຍແຮງ, ດ້ວຍຈຳນວນເກືອບ 6,5 ລ້ານຄົນພວມປະເຊີນໜ້າກັບສະພາບອຶດຫິວຢູ່ລະດັບສູງ ແລະ ເດັກນ້ອຍກວ່າ 1,8 ລ້ານຄົນມີຄວາມສ່ຽງຂາດສານອາຫານກະທັນຫັນຍ້ອນໄພແຫ້ງແລ້ງເກີດຂຶ້ນຢ່າງຮ້າຍແຮງ.

        ຄຳກ່າວເຕືອນໄດ້ຍົກອອກມາພາຍຫຼັງບົດລາຍງານການຈຳແນກໄລຍະຄວາມໝັ້ນຄົງດ້ານສະບຽງອາຫານແບບບູລະນະການ (IPC) ໄດ້ປະກາດການຄາດຄະເນວ່າ ມີປະມານ 1/3 ຈຳນວນປະຊາກອນຂອງ ໂຊມາລີ, ເທົ່າກັບ 6,5 ລ້ານຄົນ, ຈະຖືກຕົກໃນສະພາບວິກິດການອຶດຫິວ ຫຼື ຮ້າຍແຮງກວ່າໃນເດືອນ ມີນາ, ເພີ່ມຂຶ້ນ 1,7 ລ້າຄົນເມື່ອທຽບໃສ່ເດືອນ ມັງກອນ.

        ບົດລາຍງານກໍ່ຄາດຄະເນວ່າ ມີປະມານ 2 ລ້ານຄົນພວມຢູ່ໃນສະພາບອຶດຫິວຢ່າງຮ້າຍແຮງ, ໃນຂະນະນັ້ນ ມີເດັກນ້ອຍກວ່າ 1,8 ລ້ານຄົນອາຍຸຕ່ຳກວ່າ 5 ປີມີຄວາມສ່ຽງຂາດສານອາຫານກະທັນຫັນໃນປີ 2026, ໃນນັ້ນມີເດັກນ້ອຍປະມານ 500.000 ຄົນອາດຈະຂາດສານອາຫານໜັກ.

TAG
VOV/VOVworld/​ວິ​ກິດ​ກາ​ນ/​ອຶດ​ຫິວ/ຮ້າຍ​ແຮງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ