logo

ສະຫະປະຊາຊາດແຈ້ງສັນຍານໄພສະພາບການຕົວຈິງ “ຫັນເປັນປົກກະຕິ” ການນຳໃຊ້ອາວຸດເພື່ອແກ້ໄຂບັນດາການຂັດແຍ້ງສາກົນ

2026/2/28 | 08:51:03
(VOVWORLD) - ທ່ານ Volker Turk, ກ່າວເຕືອນວ່າ ໂລກພວມກາຍເປັນຄວາມອັນຕະລາຍຍິ່ງກວ່າເວລາໃດໝົດ ເມື່ອມີເກືອບ 60 ບັ້ນປະທະກັນທີ່ພວມເກີດຂຶ້ນ.
ທ່ານ Volker Turk, ຂ້າຫຼວງໃຫຍ່ສິດທິມະນຸດສະຫະປະຊາຊາດ
(ພາບ: REUTERS)

ວັນທີ 27 ກຸມພາ, ທ່ານ Volker Turk, ຂ້າຫຼວງໃຫຍ່ສິດທິມະນຸດສະຫະປະຊາຊາດ ໄດ້ອອກສຽງແຈ້ງສັນຍານໄພກ່ຽວກັບສະພາບ “ຫັນເປັນປົກກະຕິ” ການນຳໃຊ້ອາວຸດເພື່ອແກ້ໄຂບັນດາການຂັດແຍ້ງສາກົນ, ພ້ອມກັນນັ້ນ ກໍ່ໃຫ້ຮູ້ວ່າ ຈຳນວນການປະທະກັນທີ່ໃຊ້ອາວຸດໄດ້ເພີ່ມຂຶ້ນທົບ 2 ເທົ່ານັບແຕ່ປີ 2010.

ກ່າວຄຳເຫັນຕໍ່ສະພາສິດທິມະນຸດສະຫະປະຊາຊາດ, ທ່ານ Volker Turk, ກ່າວເຕືອນວ່າ ໂລກພວມກາຍເປັນຄວາມອັນຕະລາຍຍິ່ງກວ່າເວລາໃດໝົດ ເມື່ອມີເກືອບ 60 ບັ້ນປະທະກັນທີ່ພວມເກີດຂຶ້ນ. ການແກ່ງແຍ້ງສິດອຳນາດເພື່ອຄວບຄຸມຜືນແຜ່ນດິນ ແລະ ພະລັງງານພວມຢຽບຍ່ຳບັນດາສິດເປັນພື້ນຖານ. ທ່ານຮຽກຮ້ອງໃຫ້ປະຊາຄົມສາກົນ ບໍ່ເມີນເສີຍຕໍ່ສະພາບລະບົບກົດໝາຍມະນຸດສະທຳ ແລະ ສິດທິມະນຸດສາກົນທີ່ພວມຖືກທຳລາຍ, ພ້ອມກັນນັ້ນ ກໍ່ຮຽກຮ້ອງໃຫ້ບັນດາການນຳການເມືອງ ມີການກະທຳຢ່າງຮີບເຮັ່ງເພື່ອຕ່າວປີ້ນທ່າອ່ຽງທີ່ອັນຕະລາຍນີ້.

TAG
VOV/VOVworld/ຄວບ​ຄຸມ/ຜືນແຜ່ນ​ດິນ/ພະ​ລັງ​ງານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ