logo

ສະ​ເຫຼີມ​ສະຫຼອງຂໍ້ລິ​ເລີ່ມເຊື່ອມ​ໂຍງ ອາ​ຊຽນ ຄົບ​ຮອບ 25 ປີ: ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ຜູກ​ພັນ ແລະ ກວມ​ລວມ

2025/8/12 | 06:46:10
(VOVWORLD) - ການສະເຫຼີມສະຫຼອງຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ ຄົບຮອບ 25 ປີ ແມ່ນໂອກາດເພື່ອຢັ້ງຢືນຄືນຄວາມຕັດສິນໃຈເພີ່ມທະວີການຮ່ວມມື, ຮັດແຄບຊ່ອງຫວ່າງ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ຜູກພັນ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ທຸກປະເທດສະມາຊິກ.
ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງພາບຖ່າຍ (ພາບ: VOV)

ການໂອ້ລົມສົນທະນາ ແລະ ງານວາງສະແດງ ເນື່ອງໃນໂອກາດສະເຫຼີມສະຫຼອງຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ (IAI) ຄົບຮອບ 25 ປີ ໄດ້ດຳເນີນໃນວັນທີ 11 ສິງຫາ, ຢູ່ສຳນັກງານກອງເລຂາ ອາຊຽນ, ອິນໂດເນເຊຍ, ພາຍໃຕ້ການເປັນປະທານຂອງທ່ານນາງ ໂຕນທິງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ຫົວໜ້າກຸ່ມຮັບຜິດຊອບວຽກງານຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ (IAI).

ງານວາງສະແດງພາບຖ່າຍ “25 ປີແຫ່ງວັນເຊື່ອມໂຍງ” ໄດ້ຫວນຄືນບັນດາຂີດໝາຍສຳຄັນ ນັບແຕ່ເມື່ອ IAI ເລີ່ມເຄື່ອນໄຫວທີ່ກອງປະຊຸມສຸດຍອດ ອາຊຽນ ບໍ່ເປັນທາງການຄັ້ງທີ 4 ເມື່ອປີ 2000, ດ້ວຍ 862 ໂຄງການ, ລວມມູນຄ່າກວ່າ 170 ລ້ານ USD. ທ່ານນາງເອກອັກຄະລັດຖະທູດ ຢັ້ງຢືນວ່າ ການສະເຫຼີມສະຫຼອງຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ ຄົບຮອບ 25 ປີ ແມ່ນໂອກາດເພື່ອຢັ້ງຢືນຄືນຄວາມຕັດສິນໃຈເພີ່ມທະວີການຮ່ວມມື, ຮັດແຄບຊ່ອງຫວ່າງ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ຜູກພັນ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ທຸກປະເທດສະມາຊິກ.

          ໃນການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ປຶກສາຫາລືວິທີເຂົ້າເຖິງຂອງ ອາຊຽນ ສຳລັບ IAI ຫຼັງປີ 2025; ເນັ້ນໜັກເຖິງຄວາມສຳຄັນຂອງການຜູກພັນ IAI ກັບວິໄສທັດປະຊາຄົມ ອາຊຽນ ຮອດປີ 2045.

 


 

TAG
VOV/VOVworld/ຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ/ງານ​ວາງ​ສະ​ແດງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ