logo

ສາກົນກ່າວເຕືອນຄວາມເຄັ່ງຕຶງພາກພື້ນ ຕາເວັນອອກກາງ ເພີ່ມຂຶ້ນ

2026/3/1 | 09:30:05
(VOVWORLD) - ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ກ່າວປະນາມບັນດາການບຸກໂຈມຕີແນໃສ່ ອີຣານ
ຜູ້ຕາງໜ້າຫຼາຍປະເທດໄດ້ຮຽກຮ້ອງໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງທີ່ອາດຈະເພີ່ມຂຶ້ນອີກ
(ພາບ: ISNA/REUTERS)

ປະຕິລິຍາຕໍ່ບັນດາເຫດບຸກໂຈມຕີທາງອາກາດໂດຍ ອິດສະຣາແອັນ ແລະ ອາເມລິກາ ສົມທົບກັນຜັນຂະຫຍາຍແນໃສ່ ອີຣານ ພ້ອມກັບບັນດາການກະທຳໂຕ້ຕອບຂອງ ເຕເຮຣານ ໃນວັນທີ 28 ກຸມພາ, ໃນວັນດຽວກັນ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໄດ້ພ້ອມກັນອອກສຽງຮຽກຮ້ອງໃຫ້ທຸກຝ່າຍຈົ່ງລະງັບໃຈ, ເດີນຕາມມາດຕະການທາງການທູດ; ພ້ອມກັນນັ້ນ ກໍ່ກ່າວເຕືອນໄພຄວາມສ່ຽງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ຕາເວັນອອກກາງ ເພີ່ມຂຶ້ນຢ່າງຮ້າຍແຮງ.

ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມພິເສດສຸກເສີນໃນວັນທີ 28 ກຸມພາ ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ. ທີ່ກອງປະຊຸມ, ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ກ່າວປະນາມບັນດາການບຸກໂຈມຕີແນໃສ່ ອີຣານ, ກ່າວເຕືອນວ່າ ການກະທຳດ້ານການທະຫານຢູ່ ຕາເວັນອອກກາງ ອາດຈະກໍ່ໃຫ້ເກີດຜົນຕາມມາທີ່ບໍ່ສາມາດຄາດຄິດໄດ້, ຊ້ອນແຝງຄວາມສ່ຽງເກີດບັນດາເຫດການທີ່ບໍ່ມີຜູ້ໃດສາມາດຄວບຄຸມໄດ້ຢູ່ທີ່ເຂດຂາດຄວາມສະຖຽນລະພາບທີ່ສຸດໃນໂລກ.

ທີ່ກອງປະຊຸມ, ຜູ້ຕາງໜ້າຫຼາຍປະເທດໄດ້ຮຽກຮ້ອງໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງທີ່ອາດຈະເພີ່ມຂຶ້ນອີກ ແລະ ຢືນຢັນການເຄົາລົບກົດໝາຍສາກົນ ແມ່ນເງື່ອນໄຂຊີ້ຂາດໃຫ້ແກ່ຄວາມໝັ້ນຄົງຢ່າງຍາວນານຢູ່ພາກພື້ນ ຕາເວັນອອກກາງ ແລະ ໃນໂລກ.

TAG
VOV/VOVworld/ຄາດ​ຄິດ​/ຊ້ອນ​ແຝງ/​ຄວາມ​ສ່ຽງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ