logo

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

2026/3/10 | 07:34:07
(VOVWORLD) - ຕອນບ່າຍວັນທີ 09 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ພາຍໃຕ້ຫົວຂໍ້ “ເສື້ອຍາວ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”.
ທ່ານນາງ ບ້ຽນທິກີ, ຫົວໜ້າສະໂມສອນ (ພາບ: TTXVN)

ເມື່ອກ່າວຄຳເຫັນໄຂເຫດການ ທ່ານນາງ ບ້ຽນທິກີ, ຫົວໜ້າສະໂມສອນ, ເນັ້ນໜັກວ່າ: ການສ້າງຕັ້ງສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ແມ່ນເພື່ອແນໃສ່ອະນຸລັກຮັກສາ ແລະ ແຜ່ກະຈາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ ໃນປະຊາຄົມຊາວ ຫວຽດນາມ ຢູ່ ລາວ; ຜູກພັນວົງຄະນະຍາດ ແລະ ໂຄສະນາພາບພົດປະເທດ ຫວຽດນາມ ທີ່ສຸພາບຮຽບຮ້ອຍ, ວັດທະນະທຳມະນຸດ, ພ້ອມທັງປະກອບສ່ວນເພີ່ມທະວີການພົບປະແລກປ່ຽນດ້ານວັດທະນະທຳລະຫວ່າງປະຊາຊົນສອງປະເທດ.

ກ່າວຄຳເຫັນຊົມເຊີຍ, ທ່ານນາງ ນາລີ ສີສຸລິດ, ພັນລະຍາທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ຖືວ່າ ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ປະກອບສ່ວນອະນຸລັກຮັກສາ ແລະ ໂຄສະນາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ, ພ້ອມທັງເພີ່ມທະວີຄວາມເຂົ້າໃຈ ແລະ ການພົບປະແລກປ່ຽນວັດທະນະທຳລະຫວ່າງປະຊາຊົນສອງປະເທດ. ທ່ານນາງ ນາລີ ສີສຸລິດ ເຊື່ອໝັ້ນວ່າ ແມ່ຍິງສອງປະເທດ ຈະສືບຕໍ່ສວມບົດບາດສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ໝັ້ນຄົງຂະໜົງແກ່ນ ໄປຊົ່ວກາລະນານ.

ໃນພິທີ ໄດ້ດຳເນີນລາຍການສະແດງສິລະປະ ແລະ ເດີນແບບຊຸດເສື້ອຍາວຫວຽດນາມ ດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກສະໂມສອນ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ.


 

TAG
VOV/VOVworld/ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ/ສີ​ສັນ​ວັດ​ທະ​ນະ​ທຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ