ພະແນກ VOV1, VOV2, VOVGT ຜະລິດລາຍການ podcast "ສ້າງຕັ້ງເມື່ອປີ 1945" ແຕ່ວັນທີ 18 ສິງຫາ ຫາວັນທີ 7 ກັນຍາ 2025 |
ເມື່ອການປະຕິວັດເດືອນສິງຫາ ໄດ້ຮັບໄຊຊະນະໃນທົ່ວປະເທດ ແລະ ບົນເສັ້ນທາງແຕ່ ເຕິນຈ່າວ, ຕວຽນກວາງ ກັບເມືອ ຮ່າໂນ້ຍ, ປະທານ ໂຮ່ຈີມິນ ໄດ້ອອກຄຳສັ່ງສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດໂດຍດ່ວນ. ຕອນເຊົ້າວັນທີ 22 ສິງຫາ 1945, ຢູ່ເຮືອນເລກທີ 4 ຖະໜົນ ດິງເຫຼ, ຮ່າໂນ້ຍ, ທ່ານ ຊວັນຖຸຍ (1912-1985), ຄາວນັ້ນເປັນກຳມະການຄະນະກຳມະການປະຊາຊົນປະຕິວັດຊົ່ວຄາວ ພາກເໜືອ, ໄດ້ໂຮມປະຊຸມເພື່ອຖ່າຍທອດຄຳຄິດເຫັນຂອງປະທານ ໂຮ່ຈີມິນ. ຮອດວັນທີ 5 ກັນຍາ 1945, ໃນກອງປະຊຸມທີ່ດຳເນີນຢູ່ສຳນັກງານເລກທີ 4 ດິງເຫຼ, ໂດຍທ່ານ ເຈິ່ນເລິມ ເປັນປະທານ ໄດ້ຕົກລົງຕັ້ງຊື່ສະຖານີວິທະຍຸແຫ່ງຊາດວ່າ ວິທະຍຸກະຈາຍສຽງ ຫວຽດນາມ. ນັກຂ່າວ ເຈິ່ນດຶກນວຍ, ອະດີດຫົວໜ້າພະແນກບັນນາທິການ, ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:
“ກອງປະຊຸມໄດ້ດຳເນີນໃນເວລາສັ້ນທີ່ສຸດ ແຕ່ໄດ້ນຳມາເຊິ່ງຄຸນຄ່າປະຫວັດສາດຈົນຮອດທຸກວັນນີ້. ນີ້ແມ່ນບ່ອນຕັ້ງສຳນັກງານທຳອິດຂອງວິທະຍຸກະຈາຍສຽງ ຫວຽດນາມ. ປີ 1945 ແມ່ນໄລຍະສຳຄັນ, ມີລັກສະນະຕັດສິນຂອງວິທະຍຸກະຈາຍສຽງ ຫວຽດນາມ, ຍັງບໍ່ທັນມີໃຜຮູ້ເຮັດລາຍການກະຈາຍສຽງເລີຍຈັກຄົນ. ປະທານ ໂຮ່ຈີມິນ ເປັນນັກຂ່າວຜູ້ດີເລີດ, ຜູ້ກໍ່ຕັ້ງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ ກໍແມ່ນຜູ້ກໍ່ສ້າງສະຖານີວິທະຍຸກະຈາຍສຽງແຫ່ງຊາດຂຶ້ນມາ”.
ພາຍໃນ 10 ວັນ, ທ່ານ ເຈິ່ນເລີມ ໄດ້ເຕົ້າໂຮມລັດຖະກອນປັນຍາຊົນຜູ້ມີລະດັບການສຶກສາວັດທະນະທຳ ເກືອບ 20 ຄົນມາເປັນບັນນາທິການລາຍການ. ບັນດາເຄື່ອງສົ່ງສັນຍານ morse ຂອງ ສະຖານີສົ່ງສັນຍານວິທະຍຸໂທລະເລກ ແບັກມາຍ ຢູ່ເຮືອນເລກທີ 128C ດ້າຍລາ ໄດ້ຮັບການສ້ອມແປງຍົກລະດັບເປັນເຄື່ອງອອກອາກາດ 2 ເຄື່ອງ, ຫ້ອງ 30 ຕາແມັດ ຢູ່ເຮືອນເລກທີ 4 ຟ້າມງູຫຼາວ ໄດ້ຮັບການປົວແປງກາຍເປັນ studio.
“ຄາວນັ້ນ, ທ່ານ ເລກວາງເລິນ ເປັນຜູ້ຮັບຜິດຊອບ studio... ເພິ່ນໄດ້ເອົາຜ້າຫົ່ມມາພັນອ້ອມຫ້ອງເພື່ອກັນສຽງ. ແແຕ່ຄາວນັ້ນ ມີໄມໂຄຼໂຟນ (ໄມ) ແຕ່ອັນດຽວ, ໄມໃຫຍ່ຫຼາຍ ແຕ່ຂາປັກໄມພັດຈຶ້ງບໍ່ໝັ້ນ, ບໍ່ທ່ຽງ. ເມື່ອທຸກສິ່ງຍັງບໍ່ທັນສຳເລັດ, ທ່ານ ເລກວາງເລິນ ໄດ້ລາຍງານຕໍ່ທ່ານ ເຈິ່ນເລິມ ວ່າ ວັນທີ 5 – 6 ຍັງບໍ່ທັນສາມາດອອກອາກາດໄດ້ເທື່ອ, ຈະພະຍາຍາມໃຫ້ໄດ້ເລີ່ມອອກອາກາດໃນວັນທີ 7.”
ຮອດ 11 ໂມງ 30 ນາທີ ຂອງວັນທີ 7 ກັນຍາ 1945, ໃນຄື້ນກະຈາຍສຽງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ດັງຂຶ້ນ ນັ້ນແມ່ນຄຳຖະແຫຼງຕໍ່ໂລກກ່ຽວກັບການມີໜ້າຂອງສະຖານີວິທະຍຸແຫ່ງຊາດ, ກະບອກສຽງຂອງປະເທດ ຫວຽດນາມ ເອກະລາດເສລີພາບ. ຄຳຖະແຫຼງນັ້ນມີຄວາມໝາຍພິເສດ ເຊິ່ງເປັນຄັ້ງທຳອິດທີ່ປະຊາຊົນ ຫວຽດນາມ ມີອົງການສື່ມວນຊົນມະຫາຊົນທີ່ເປັນສຽງເວົ້າອັນຊອບທຳຂອງຊາດ, ຄືຄຳເວົ້າຂອງທ່ານອະດີດນັກຂ່າວ ເຈິ່ນເລິມ, ຫົວໜ້າບັນນາທິການຄົນທຳອິດຂອງວິທະຍຸກະຈາຍສຽງ ຫວຽດນາມ:
“ເຮົາຕ້ອງເນັ້ນໜັກວ່າ: ນີ້ແມ່ນວິທະຍຸກະຈາຍສຽງ ຫວຽດນາມ. ຕ້ອງຕົບໜ້າເອິກເພາະວ່າ ນັບແຕ່ກ່ອນມາຮອດປັດຈຸບັນ ພວກລ່າເມືອງຂຶ້ນໄດ້ປິດປາກຂອງເຮົາ, ເຮົາບໍ່ມີສຽງເວົ້າ, ສະນັ້ນ ມັນເວົ້າແທນເຮົາ. ເພາະສະນັ້ນ ເຮົາກໍເລີ່ມດ້ວຍຄຳຢືນຢັນຢ່າງຈະແຈ້ງວ່າ ທີ່ນີ້ວິທະຍຸກະຈາຍສຽງ ຫວຽດນາມ”.
ຖັດຈາກຄຳຖະແຫຼງນັ້ນ, ໃນເນື້ອໃນຂອງລາຍການກະຈາຍສຽງດ້ວຍພາສາ ຫວຽດ ທຳອິດ, ທ່ານ ຫງວຽນວັນເຍິດ ພ້ອມກັບນ້ຳສຽງທີ່ເຄັ່ງຂຶມ ໄດ້ອ່ານຖະແຫຼງການປະກາດເອກະລາດຢ່າງຈະແຈ້ງ. ຜ່ານຄື້ນກະຈາຍສຽງ, ບົດຖະແຫຼງປະກາດເອກະລາດໄດ້ສົ່ງສານໄປທັງຢູ່ພາຍໃນປະເທດ ແລະ ໂລກ.
ທ່ານ ຫງວຽນຈ້ອງເຫງຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກຄອມມູນິດ ຫວຽດນາມ |
ສຽງຂອງບົດເພງດັບສູນຟາດຊິດ ພ້ອມກັບຄຳແນະນຳ “ທີ່ນີ້ວິທະຍຸກະຈາຍສຽງ ຫວຽດນາມ” ແມ່ນການເລີ່ມຕົ້ນທີ່ລຶ້ງເຄີຍໃນບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ດັງຂຶ້ນໃນຕອນເຊົ້າລະດູໃບໄມ້ຫຼົ່ນເມື່ອປີ 1945 ເມື່ອປະເທດຫາກໍ່ຍາດໄດ້ເອກະລາດ ແລະ ໃນຕະຫຼອດເກືອບ 80 ປີຜ່ານມາ, ໂດຍຜ່ານຜ່າຫຼາຍໄລຍະປະຫວັດສາດສຳຄັນ, ຄຳຖະແຫຼງນັ້ນ ບໍ່ເຄີຍຖືກປ່ຽນແປງຈັກເທື່ອ. 80 ປີຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ, ກະບອກສຽງຂອງປະເທດຊາດ, ຄືດັ່ງກະແສສຽງທີ່ບໍ່ເຄີຍຖືກຂາດວັກຂາດຕອນ, ແມ່ນຂົວເຊື່ອມຕໍ່ອະດີດກັບປະຈຸບັນ ແລະ ອະນາຄົດ, ປະກອບສ່ວນສ້າງປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ. ທ່ານ ຫງວຽນຈ້ອງເຫງຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກຄອມມູນິດ ຫວຽດນາມ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຕີລາຄາສູງຄວາມຕັດສິນໃຈຂອງວິທະຍຸກະຈາຍສຽງ ຫວຽດນາມ, ນັບແຕ່ຖັນແຖວການນຳຕະຫຼອດຮອດພະນັກງານນັກຂ່າວ, ບັນນາທິການ. ວິທະຍຸກະຈາຍສຽງ ຫວຽດນາມ ບໍ່ພຽງແຕ່ຮັບໃຊ້ປະຊາຊົນພາຍໃນປະເທດ, ຮັບໃຊ້ໃຫ້ແກ່ວຽກງານຖະແຫຼງຂ່າວ, ໂຄສະນາເຜີຍແຜ່ໃຫ້ຕ່າງປະເທດເທົ່ານັ້ນ, ຫາກຍັງມຸ່ງໄປເຖິງເຂດທະເລໝູ່ເກາະ, ຮັບໃຊ້ພໍ່ແມ່ພີ່ນ້ອງຢູ່ເຂດພູດອຍ, ເຂດຊາຍແດນ... ໄດ້ເຂົ້າເຖິງແຫຼ່ງຂໍ້ມູນທີ່ໄວກວ່າ, ໃກ້ກວ່າ, ມີປະສິດທິຜົນກວ່າ ແລະ ອຸດົມສົມບູນກວ່າ”.
ໃນເກືອບ 100 ປີແຫ່ງການສ້າງຕັ້ງ ແລະ ພັດທະນາຂອງສື່ມວນຊົນປະຕິວັດ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ ມີເຖິງ 80 ປີຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ. ວິທະຍຸກະຈາຍສຽງ ຫວຽດນາມ ມີຄວາມເອກອ້າງທະນົງໃຈທີ່ເປັນອົງການສື່ມວນຊົນທຳອິດ ໂດຍປະທານ ໂຮ່ຈີມິນ ກໍ່ຕັ້ງ ພາຍຫຼັງການປະຕິວັດເດືອນສິງຫາ, ເຊິ່ງໄດ້ຕິດພັນກັບປະຫວັດສາດພັດທະນາຂອງປະເທດນັບແຕ່ວັນສະຖາປະນາປະເທດຈົນຮອດທຸກວັນນີ້ ເມື່ອປະເທດຊາດໄດ້ ແລະ ພວມກ້າວເຂົ້າສູ່ສັງກາດໃໝ່, ສັງກາດພັດທະນາຮັ່ງມີເຂັ້ມແຂງ, ສີວິໄລ ແລະ ວັດທະນາຖາວອນ./.




