logo

ສ້າງ​ຕັ້ງ​ໃນ​ປີ 1945: ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ເຊື່ອມ​ໂຍງ, ຍົກ​ລະ​ດັບ​ທີ່​ຕັ້ງ​ບົດ​ບາດ

2025/9/13 | 16:00:00
(VOVWORLD) - ນັບແຕ່ວັນທີ 07 ກັນຍາ 1945 ມາຮອດປັດຈຸບັນວິທະຍຸກະຈາຍສຽງ ຫວຽດນາມ (VOV) ບໍ່ພຽງແຕ່ແມ່ນກະບອກສຽງຂອງປະເທດເທົ່ານັ້ນ ຫາກຍັງຢັ້ງຢືນທີ່ຕັ້ງບົດບາດຂອງເຄື່ອງໝາຍສື່ມວນຊົນລະດັບຊາດເປັນເທື່ອລະກ້າວບືນຕົວຂຶ້ນອອກສູ່ພາກພື້ນ ແລະ ສາກົນຈາກການເພີ່ມທະວີການເປີດກວ້າງການຮ່ວມມືກັບອົງການສື່ມວນຊົນຂອງປະເທດຕ່າງຕະຫຼອດຮອດບັນດາລາງວັນສື່ມວນຊົນອັນສູງສົ່ງທັງໝົດທັງມວນໄດ້ສະແດງໃຫ້ເຫັນໂສມໜ້າໃໝ່ຂອບຂະໜາດໃໝ່ຂອງວິທະຍຸກະຈາຍແຫ່ງຊາດໃນສັງກາດເຊື່ອມໂຍງດີຈີຕອນ. 

ຢູ່ທ່າມກາງກະແສແຫ່ງການເຊື່ອມໂຍງຢ່າງແຮງ, ວິທະຍຸກະຈາຍສຽງ ຫວຽດນາມ ນັບມື້ນັບຢັ້ງຢືນບົດບາດແມ່ນຄື້ນກະຈາຍສຽງທີ່ສົ່ງອອກໄປໄກ, ເຊື່ອມຕໍ່ ຫວຽດນາມ ກັບເພື່ອນມິດ 5 ທະວີບ. ປັດຈຸບັນ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເປີດກວ້າງການພົວພັນຮ່ວມມືກັບ 51 ສະຖານີວິທະຍຸຕ່າງປະເທດ, 17 ອົງການກະຈາຍສຽງ, ໂທລະພາບ ແລະ ຫຼາຍອົງການບໍ່ຂຶ້ນກັບລັດຖະບານສາກົນ. ທ່ານ ໂງມິງຫຽນ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:

ວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບບັນດາຄູ່ຮ່ວມມືໃຫຍ່ໃນໂລກພ້ອມກັນຜະລິດບັນດາລາຍການກະຈາຍສຽງ. ໃນນັ້ນ, ໄດ້ມີການຮ່ວມມືກັບ ສະຖານີ DW (ເຢັຍລະມັນ) ຜະລິດບັນດາບົດສາລະຄະດີ ເປັນໄລຍະຍາວ. ຫວ່າງມໍ່ມານີ້, ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ໄດ້ເປີດກວ້າງການຮ່ວມມືໄປຍັງພາກພື້ນ ອາເມລິກາໃຕ້, ເຊັ່ນ: ຈີເລ, ອາກຊັງຕິນ... ແລະ ຍາດໄດ້ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ເມື່ສົມທົບກັບວິທະຍຸກະຈາຍສຽງ ອາກຊັງຕິນ ແລະ ວິທະຍຸກະຈາຍສຽງ ຈີເລ, ຜະລິດອອກບັນດາຜະລິດຕະພັນກະຈາຍສຽງທີ່ຈັບໃຈ”.

ທ່ານ ໂງມິງຫຽນ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (ພາບ: VOV)

ການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງນັ້ນ ຍັງໄດ້ສະແດງຜ່ານຕາໜ່າງຫ້ອງການຕາງໜ້າຂອງ VOV ປະຈຳຫຼາຍພາກພື້ນສຳຄັນໃນໂລກອີກດ້ວຍ. ທ່ານ ໂງມິງຫຽນ ເນັ້ນໜັກວ່າ:

ເກືອບ 30 ປີຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ບືນຕົວອອກສູ່ລະດັບສາກົນ, ນັ້ແມ່ນເລື່ອງບັນດາຫ້ອງການຕາງໜ້າຂອງ VOV ປະຈຳຢູ່ບັນດາພາກພື້ນສຳຄັນໃນໂລກ. VOV ໄດ້ສ້າງລະບົບສຳນັກງານຜູ້ຕາງໜ້າຢ່າງສົມບູນແບບພໍສົມຄວນ. ບັນດານັກຂ່າວຂອງ VOV ໄດ້ມີໜ້າຢູ່ພາກພື້ນຕ່າງໆຄື: ລັ່ງ, ເຊັກໂກ, ລັດເຊຍ, ຈີນ, ລາວ, ກໍປູເຈ, ໄທ, ຍີ່ປຸ່ນ, ອິນໂດເນເຊຍ, ອີຢິບ, ອາເມລິກາ ແລະ VOV ກຳລັງມີແຜນເປີດກວ້າງໄປຍັງພາກພື້ນ ອາເມລິກາໃຕ້ ຕື່ມອີກ”.

ໄປຄຽງຄູ່ກັບການເປີດກວ້າງຕາໜ່າງຫ້ອງການຕາງໜ້າໃນທົ່ວໂລກແລ້ວ, VOV ຍັງສ້າງຂີດໝາຍຢ່າງເລິກເຊິ່ງຜ່ານຜົນງານອັນພົ້ນເດັ່ນຕ່າງໆໃນເວທີແຂ່ງຂັນລາງວັນສື່ມວນຊົນສາກົນອີກດ້ວຍ.

ບັນດາລາງວັນອັນສູງສົ່ງຂອງນັກຂ່າວ VOV ໃນເວທີສາກົນ

ນັບແຕ່ປີ 2009 ມາຮອດປັດຈຸບັນ, VOV ຍາດໄດ້ລາງວັນສື່ມວນຊົນສາກົນອັນສູງສົ່ງ 29 ລາງວັນ, ໃນນັ້ນ ມີເຖິງ  14 ລາງວັນຂອງສະຫະສະມາຄົມກະຈາຍສຽງ - ໂທລະພາບ ອາຊີ  - ປາຊີຟິກ (ABU). ທ່ານ ໂງມິງຫຽນ ແບ່ງປັນໃຫ້ຮູ້ຕື່ມອີກວ່າ:

“5 ປີຜ່ານມາ, VOV ມີຄວາມເອກອ້າງທະນົງໃຈໄດ້ວ່າ ບັນດານັກຂ່າວຂອງ VOV ຍາດໄດ້ບັນດາລາງວັນສູງສົ່ງທີ່ສຸດໃນເວທີແຂ່ງຂັນ. ອາດຢັ້ງຢືນໄດ້ວ່າ ໃນຜົນງານລວມຂອງປະເທດຊາດ, VOV ກໍມີການຮ່ວມເດີນທາງພ້ອມກັບການເຕີບໃຫຍ່, ພັດທະນາ, ເຊື່ອມໂຍງສາກົນຂອງ ຫວຽດນາມ”.

ເບື້ອງຫຼັງແຕ່ລະລາງວັນ ແມ່ນທັງວິວັດການປະດິດຄິດສ້າງ ແລະ ມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຖັນແຖວຜູ້ເຮັດການຂ່າວກະຈາຍສຽງຢູ່ VOV. ນັກຂ່າວ ບ໊າຢຸຍ, ສັງກັດພະແນກວັດທະນະທຳ - ສັງຄົມ ແລະ ຊົນເຜົ່າ (VOV2), ຜູ້ເຄີຍຍາດໄດ້ລາງວັນ ABU ທີ່ເປັນກຽດສະຫງ່າ ໄດ້ແບ່ງປັນວ່າ:

ເມື່ອເຂົ້າຮ່ວມບັນດາການແຂ່ງຂັນສື່ມວນຊົນສາກົນ ມັນໄດ້ໃຫ້ຄຸນຄ່າຫຼາຍວ່າລາງວັນອັນໜຶ່ງ, ມັນຄືກັນກັບການເດີນທາງທີ່ຍາວໄກເພື່ອໃຫ້ເຮົາສົມທຽບ, ຮຽນຮູ້ ແລະ ເບິ່ງຄືນຕົນເອງ. ການເຂົ້າຮ່ວມການແຂ່ງຂັນຊີງລາງວັນໃນແຕ່ລະຄັ້ງ ໄດ້ຊ່ວຍໃຫ້ຂ້າພະເຈົ້າໄດ້ຮຽນຮູ້ວິທີການເລົ່າເລື່ອງຂອເພື່ອນຮ່ວມງານສາກົນ”.

ຈາກການເປັນຜູ້ເຂົ້າຮ່ວມການແຂ່ງຂັນຊີງລາງວັນສື່ມວນຊົນລະດັບສາກົນ, ນັກຂ່າວ ບ໊າຢຸຍ ແລະ ນັກຂ່າວທີ່ມີປະສົບການຫຼາຍຄົນ ໄດ້ກາຍເປັນເພື່ອນຮ່ວມເດີນທາງ, ເສີມສ້າງກຳລັງໜູນໃຫ້ແກ່ເພື່ອນຮ່ວມງານໜຸ່ມຂອງ VOV  ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈນຳເອົາຜົນງານຂອງຕົນເຂົ້າຮ່ວມການເສັງ.

ເມື່ອມີໂອກາດໄດ້ໄປເກັບກຳຂ່າວຢູ່ຕ່າງປະເທດ, ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອແນະນຳວ່າ ຕົເອງເປັນນັກຂ່າວມາຈາກ VOV. ຂ້າພະເຈົ້າຄົ້ນຫາໄດ້ສິ່ງທີ່ຈັບອົກຈັບໃຈຫຼາຍຢ່າງ, ຈຸດທີ່ເປັນເອກະລັກສະເພາະກ່ຽວກັບວັດທະນະທຳ ແລະ ປະຊາຊົນຢູ່ຫຼາຍປະເທດທີ່ແຕກຕ່າງກັນ. ນັກຂ່າວ VOV ຍາມໃດກໍມີຄວາມໝັ້ນໃຈທີ່ຈະໄປເກັບຂ່າວຢູ່ພາຍໃນປະເທດ ຫຼື ຕ່າງປະເທດ”.

ເມື່ອໄປເກັບຂ່າວຢູ່ຕ່າງປະເທດດ້ວຍຖານະເປັນນັກຂ່າວຂອງ VOV, ຂ້າພະເຈົ້າຢາກສະແດງໃຫ້ເຫັນ 2 ຢ່າງ. ທີໜຶ່ງແມ່ນ, ຜະລິດຕະພັນຂອງຕົນບໍ່ໜ້ອຍໜ້າກວ່າວິທະຍຸຂອງປະເທເພື່ອນ. ທີ 2 ແມ່ນ, ຂ້າພະເຈົ້າຢາກນຳເອົາຈຸດທີ່ເປັນເອກະລັກສະເພາະຂອງມູມມອງນັກຂ່າວ ຫວຽດນາມ ແລະ ສົມທຽບກັບສາກົນ. ພວກຂ້າພະເຈົ້າໄດ້ສຳຜັດກັບສະພາບແວດລ້ອສາກົນ, ໄດ້ສຶກສາກ່ຽວກັບຜົນງານທີ່ເຂົາເຮັດ. ສຳຄັນກວ່າ ແມ່ນໄດ້ຮຽນຮູ້ວິທີເຮັດຂອງເຂົາເຈົ້າ ແຕ່ບໍ່ໝາຍຄວາມວ່າລອກແບບ.

ໄລຍະທາງຂອງວິທະຍຸກະຈາຍສຽງ ຫວຽດນາມ ໃນ 80 ປີຜ່ານມາ ແມ່ນພະຍານຫຼັກຖານໃຫ້ແກ່ຄຸນນທາດ, ການປ່ຽນແປງໃໝ່ ແລະ ຄວາມມານະພະຍາຍາມເຊື່ອມໂຍງຢ່າງບໍ່ຢຸດຢັ້ງ, ເພື່ອໃຫ້ສຽງເວົ້າ ຫວຽດນາມ ສືບຕໍ່ດັງກ້ອງອອກໄປທົ່ວ 5 ທະວີບ./.


 

TAG
VOV/VOVworld/ສະຫະສະມາຄົມກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU)/ວິທະຍຸກະຈາຍສຽງ​ຫວຽດນາມ​(VOV)

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ