logo

ສ້າງຜົນງານມະຫັດສະຈັນແມ່​ນ້ຳ​ແດງ

2026/1/10 | 17:00:00
(VOVWORLD) -  ນະຄອນຫຼວງ ຮ່າໂນ້ຍ ຫາກໍ່ເລີ່ມລົງມືກໍ່ສ້າງເຂດຕົວເມືອງກິລາ Olympic ແລະ ເສັ້ນທາງຫຼວງທິວທັດທຳມະຊາດແຄມແມ່ນ້ຳແດງ. ນີ້ແມ່ນ 2 ກິດຈະກຳທີ່ໄດ້ຮັບຄວາມຄາດຫວັງວ່າຈະແມ່ນຂີດໝາຍນຳໜ້າ ສ້າງບາດກ້າວຫັນປ່ຽນທີ່ດີທີ່ສຸດໃຫ້ແກ່ນະຄອນຫຼວງດ້ວຍຊື່ເອີ້ນວ່າ: ຜົນງານມະຫັດສະຈັນແມ່ນ້ຳແດງ.
 
(ພາບ: TTXVN)


    ໂຄງການກໍ່ສ້າງເສັ້ນທາງຫຼວງທິວທັດທຳມະຊາດແຄມແມ່ນ້ຳແດງ ພວມຄ່ອຍໆປະກົດຜົນເປັນຈິງ. ດ້ວຍເນື້ອທີ່ປະມານ 11.000 ເຮັກຕາ, ລວມມີສາຍທາງຄົມມະນາຄົມຍາວເກືອບ 80 ກມ, ລະບົບສວນສາທາລະນະມີເນື້ອທີ່ກວ່າ 3.300 ເຮັກຕາ ພ້ອມກັບເນື້ອທີ່ກວ້າງໃຫຍ່ຮັບໃຊ້ການສ້າງສາຕົວເມືອງຄືນໃໝ່. ໂຄງການໄດ້ຮັບຄວາມຄດຫວັງວ່າ ເມື່ອກໍ່ສ້າງສຳເລັດໃນປີ 2030 ຈະກາຍເປັນຈຸດພົ້ນເດັ່ນບຸກທະລຸ, ແມ່ນ “ໝາກຫົວໃຈ” ຂອງຜົນງານມະຫັດສະຈັນແມ່ນ້ຳແດງ.

   ຕາມທ່ານ ຈິ້ງຊວັນກວາງ, ຜູ້ແທນສະພາ ປຊຊ ນະຄອນ ຮ່າໂນ້ຍ ແລ້ວ, ໂຄງການແມ່ນບາດກ້າວບຸກທະລຸໃນຍຸດທະສາດພັດທະນານະຄອນຫຼວງ, ມຸ່ງໄປເຖິງການກໍ່ສ້າງເສັ້ນທາງລຽບແຄມແມ່ນ້ຳແດງ ກາຍເປັນສັນຍາລັກແຫ່ງການພັດທະນາໃໝ່ຂອງ ຮ່າໂນ້ຍ:

   ແນວຄວາມຄິດກ່ຽວກັບການສ້າງຕົວເມືອງໃຫຍ່ພັດທະນາ 2 ຝັ່ງແມ່ນ້ຳແດງໄດ້ລະເບີດຂຶ້ນຢ່າງແທ້ຈິງ ແລະ ກຳນົດຢ່າງຈະແຈ້ງທີ່ສຸດຫຼັງປີ 1954 ແລະ ພິເສດແມ່ນຊຸມປີ 2000 ດ້ວຍການວາງແຜນຜັງກໍ່ສ້າງນະຄອນຫຼວງ ຮ່າໂນ້ຍ ເປີດກວ້າງ, ຫັນປ່ຽນຈຸດໃຈກາງພັດທະນາໄປທິດເໜືອແມ່ນ້ຳແດງ ດ້ວຍວິທັດນະຄອນຫຼວງພັດທະນາແບບຍືນຍົງ. ໂຄງການນີ້ແມ່ນຄວາມຄາດຫວັງຂອງຊາວ ຮ່າໂນ້ຍ, ການນຳນະຄອນ ແລະ ປະເທດຊາດຫຼາຍລຸ້ນຄົນ.

ພິທີເລີ່ມລົງມືກໍ່ສ້າງໂຄງການ  (ພາບ: TTXVN)

    ຕາມການວາງແຜນຜັງ, ໂຄງການໄດ້ຜັນຂະຫຍາຍລຽບຕາມ 2 ຝັ່ງແມ່ນ້ຳແດງ, ຈາກຂົວ ຮົ່ງຮ່າ ໄປຮອດຂົວ ເມ້ເສີ, ຜ່ານ 19 ຕາແສງ, ປະກອບສ່ວນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມສຳເລັດສົມບູນ, ເປີດກວ້າງເຂດຕົວເມືອງ ແລະ ສ້າງໂສມໜ້າຕົວເມືອງທັນສະໄໝ, ຄົບຊຸດ.

   ເລື່ອງ ຮ່າໂນ້ຍ ຕັດສິນໃຈຜັນຂະຫຍາຍໂຄງການພັດທະນາແມ່ນ້ຳແດງ ໄດ້ສະແດງໃຫ້ເຫັນຄວາມຄາດຫວັງລວມຂອງນະຄອນ, ລັດຖະບານ ແລະ ທັງປະເທດຊາດ ຢ່າງຈະແຈ້ງ. ທ່ານ ເຈິ່ນຮຸແອັງ ກຳມະການຜູ້ປະຈຳການສະມາຄົມນັກສະຖາປານິກ ຮ່າໂນ້ຍ ຖືວ່າ:

  ນີ້ແມ່ນຈຸດເວລາເພື່ອບັນດານັກວິທະຍາສາດກໍ່ຄືທົ່ວສັງຄົມ ມີຄວາມຕັດສິນໃຈກວ່າອີກ ປະກອບສ່ວນທີ່ມີຜົນປະໂຫຍດກວ່າເພື່ອໃຫ້ອະນາຄົດນະຄອນ ຮ່າໂນ້ຍ ພັດທະນາຢ່າງວ່ອງໄວແຕ່ຕ້ອງມີຄວາມຍືນຍົງ.

    ພ້ອມກັບໂຄງການກໍ່ສ້າງເສັ້ນທາງຫຼວງທິວທັດທຳມະຊາດແຄມແມ່ນ້ຳແດງ, ໂຄງການກໍ່ສ້າງເຂດຕົວເມືອງກິລາ Olympic ກໍ່ໄດ້ຮັບການຕີລາຄາວ່າ ຈະສ້າງແຮງກະຕຸນໃຫ້ແກ່ເຂດທາງທິດໃຕ້ນະຄອນຫຼວງ. ໂຄງການນີ້ມີເນື້ອທີ່ທັງໝົດກ່ວາ 9.100 ເຮັກຕາ ດ້ວຍຍອດຈະນວນເງິນລົງທຶນໃນເບື້ອງຕົ້ນແມ່ນກວ່າ36.8 ຕື້ USD ຊື່ງແມ່ນໂຄງການກໍ່ສ້າງຕົວເມືອງຂອງ ຮ່າໂນ້ຍ ໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປັດຈຸບັນ.

   ຕາມແຜນການ, ເຂດກິລາປະສົມ ແລະ ສະໜາມກິລາສູນກາງຈະກໍ່ສ້າງສຳເລັດໃນໄຕມາດທີ 2 ປີ 2030, ໂຄງການທັງໝົດຈະກໍ່ສ້າງໃຫ້ສຳເລັດໃນປີ 2035 ຊື່ງມີເງື່ອນໄຂຢ່າງພຽງພໍເພື່ອຈັດບັນດາເຫດການກິລາລະດັບພາກພື້ນ ແລະ ສາກົນຄື ASIAD ຫຼື Olympic.

   ທ່ານ ຫງວຽນຢຸຍງອກ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ຊີ້ແຈ້ງວ່າ:

    ນິ້ແມ່ນສອງໂຄງການສຳຄັນພິເສດ, ປະກອບສ່ວນພັດທະນານະຄອນຫຼວງ, ເຂດທົ່ງພຽງແມ່ນ້ຳແດງ ແລະ ທົ່ວປະເທດ, ມຸ່ງໄປເຖິງໂຄງການຜົນງານມະຫັດສະຈັນແມນ້ຳແດງ, ຮັບໃຊ້ເປົ້າໝາຍການເຕີບໂຕ GRDP ແຕ່ 11% ຂຶ້ນໄປໃນປີ 2026 ແລະ ທັງອາຍຸການ 2026-2030, ສ້າງໂສມໜ້າໃໝ່ຂອງນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳ, ສີສັນ, ປະດິດຄິດສ້າງ, ບືນຕົວຂຶ້ນກາຍເປັນຕົວເມືອງໃຫຍ່ສີຂຽວ, ອັດສະລີຍະ, ເຊື່ອມຕໍ່ທົ່ວໂລກ.

  ໂຄງການກໍ່ສ້າງເສັ້ນທາງຫຼວງທິວທັດທຳມະຊາດແຄມແມ່ນ້ຳແດງ ເຂດຕົວເມືອງກິລາ Olympic ແມ່ນບັນດາໂຄງການທີ່ມີຂີດໝາຍສັນຍາລັກຂອງນະຄອນຫຼວງໃນສັງກາດໃໝ່. ການເຂົ້າຮ່ວມຢ່າງຮີບດ່ວນ, ຂ້ຽວຂາດ, ຖືກຈຸດສຸມຂອງບັນດາຂັ້ນ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ຈະຮັບປະກັນຄວາມຄຶບໜ້າ, ປະກອບສ່ວນຫັນປ່ຽນໂສມໜ້ານະຄອນຫຼວງ./.

TAG
VOV/VOVworld/ສ້າງຜົນງານມະຫັດສະຈັນແມ່​ນ້ຳ​ແດງ/ເຂດ​ຕົວ​ເມືອງ​ກິ​ລາ​Olympic/GRDP/ທ່ານ ຫງວຽນ​ຢຸຍງອກ ກຳ​ມະ​ການ​ກົມ​ການ​ເມືອງ/ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ/ທ່ານ ເຈິ່ນ​ຮຸຍ​ແອັງ ກຳ​ມະ​ການ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ນັກ​ສະ​ຖາ​ປາ​ນິກ ຮ່າ​ໂນ້ຍ/ທ່ານ ຈິ້ງ​ຊວັນ​ກວາງ/ຜູ້​ແທນ​​ສະ​ພາ ປ​ຊ​ຊ ນະ​ຄອນ ຮ່າ​ໂນ້ຍ/ໂຄງການກໍ່ສ້າງເສັ້ນທາງຫຼວງທິວທັດທຳມະຊາດແຄມແມ່ນ້ຳແດງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ