logo

ສຽງ​ເອີ້ນ​ເຮືອ​ນ້ອຍດັງກ້ອງ​ຢູ່​ຖະ​ໜົນ

2025/9/27 | 17:00:00
(VOVWORLD) - ຖ້າເບິ່ງນະຄອນທັນສະໄໝຢູ່ແຂວງ ກ່າເມົາ, ແຫ່ງທີ່ມີການຄົມມະນາຄົມທີ່ສະດວກສະບາຍ, ມີໜ້ອຍຄົນທີ່ຄິດວ່າ, ຢູ່ທາງຫຼັງບັນດາເຮືອນທີ່ໃຫ່ໂຕ ແລະ ສວຍງາມນັ້ນ ພັດມີບັນດາທ່າເຮືອທີ່ຍັງມີເຮືອນ້ອຍຫຼາຍລຳໄດ້ຂົນສົ່ງແຂກໂດຍສານຂ້າມຟາກແມ່ນ້ຳຕາມແຕ່ລະວັນຢູ່.

ລຸງ ຈິ້ງດຶກຟອງ (ພາບ: ຮ່ວຽນຈາງ/VOV5)

 ຢູ່ລຽບຕາມສອງາກຝັ່ງແມ່ນ້ຳ ກ່າເມົາ ຂຶ້ນກັບນະຄອນ ກ່າເມົາ ເກົ່າ, ປະຈຸບັນແມ່ນຕາແສງຈຳນວນໜຶ່ງໃນໃຈກາງແຂວງ ກ່າເມົາ, ຖ້າເບິ່ງດີໆກໍ່ຈະເຫັນວ່າ ມີທ່າເຮືອຫຼາຍແຫ່ງ ຊື່ງແມ່ນຢູ່ທາງຫຼັງຂອງເຮືອນຜູ້ພາຍເຮືອ, ເມື່ອກ່ອນ, ຊ ໄດ້ຂ້າມຟາກແມ່ນ້ຳດ້ວຍເຮືອນ້ອຍເປັນຕົ້ນ. ແຕ່ເຖິງແນວນັ້ນກໍ່ຕາມ, ເມື່ອທາງນະຄອນມີການພັດທະນາແລ້ວ, ຂົວ, ເສັ້ນທາງແຫ່ງຕ່າງໆກໍ່ໄດ້ຮັບການກໍ່ສ້າງຂຶ້ນເພື່ອເຊື່ອມຕໍ່ທຸກແຫ່ງ, ແຕ່ ຊ ຜູ້ດຳລົງຊີວິດຢູ່ມໍ່ກັບແມ່ນ້ຳ ຍັງເລືອກເອົາການໄປມາດ້ວຍເຮືອນ້ອຍຍ້ອນໄວ ແລະ ສະດວກສະບາຍ. ປ້າ ເລິມບິກຖຸຍ ໃຫ້ຮູ້ວ່າ:

ຖ້າຍ່າງໄປກໍ່ເມື່ອຍ, ເຂົາເຈົ້າມັກຂີ່ເຮືອນ້ອຍຖ້າຢາກຂ້າມແມ່ນ້ຳ ເສຍເງິນແຕ່ປະມານ 0.18 USD ເທົ່ານັ້ນ, ລາຄາຖືກທີ່ສຸດ.

ລຸງ ໂງແທັງເຈົາ (ພາບ: ຮ່ວຽນຈາງ/VOV5)

 ທ້າວ ຫງວຽວັນເຟີ້ນ ຜູ້ທີ່ໄດ້ຕິດພັນກັບການພາຍເຮືອສົ່ງແຂກຂ້າມແມ່ນ້ຳມາເປັນເວລາກ່ວາ 20 ປີໄດ້ເລົ່າສູ່ຟັງວ່າ ລາວໄດ້ເຫັນປະຈັກຕາຫຼາຍການປ່ຽນແປງໃນເຂດດິນແດນແຫ່ງນີ້, ປະຈຸບັນ,  ການໄປມາດ້ວຍເຮືອນ້ອຍບໍ່ຄັບຄາໜາແໜ້ນຄືເມືກ່ອນແລ້ວ, ແຕ່ບັນດາແມ່ຍິງ, ຜູ້ມີອາຍຸສູງ, ຜູ້ຍ່ ຫຼືຂີ່ລົບຖີບຍັງເລືອກເອົາການຂ້າມແມ່ນ້ຳດ້ວຍເຮືອຍນ້ອຍ. ມື້ໜຶ່ງລາວກໍ່ສາມາດຫາເງິນໄດ້ປະມານ 4 USD. ເຖິງວ່າຈຳນວນບໍ່ຫຼາຍກໍ່ຕາມແຕ່ລາວກໍ່ມີເງິນໃຊ້ໃນຊີວິດປະຈຳວັນຢ່າງພຽງພໍ. ທ້າວ ຫງວຽວັນເຟີ້ນ ໃຫ້ຮູ້ວ່າ:

ເມື່ອກ່ອນ, ທ່າເຮືອນີ້ກໍ່ຄືທ່າເຮືອຕະຫຼາດນ້ຳ ເກີນເທີ. ເຮືອນ້ອຍມີຫຼາຍ, ປະຈຸບັນກໍ່ໜ້ອຍລົງຫຼາຍແລ້ວ, ຖ້າບໍ່ສາມາດຂີ່ລົດຈັກໄດ້, ເຂົາເຈົ້າຈະຂີ່ເຮືອນ້ອຍ. ຂີ່ເຮືອນ້ອຍຈະໄວ, ບໍ່ເສຍເວລາຫຼາຍຄືຂີ່ລົດຈັກ.

(ພາບ: ຮ່ວຽນຈາງ/VOV5)

 ຄອບຄົວ ລຸງ ຈິ້ງດຶກຟອງ ໄດ້ດຳລົງຊີວິດມໍ່ກັບແມ່ນນ້ຳ ກ່າເມົາ, ລາວມີຮ້ານຂາຍເຄື່ອງປະມົງ. ແຕ່ລະເດືອນ, ລາວຕ້ອງໄປຊື້ສິນຄ້າຢູ່ບັນດາຕາແສງທີ່ຢູ່ຫ່າງຈາກບ້ານປະມານນັບສີບ ຫຼືຮ້ອຍ ກມ. ແຕ່ລະເທື່ອ, ລາວໄດ້ໃຊ້ເຮືອນ້ອຍທີ່ມີເຄື່ອງຈັກເພື່ອຂົນສິນຄ້າ ຊື່ງໄດ້ຊ່ວຍໃຫ້ຄອບຄົວລາວປະຢັດຄ່າໃຊ້ຈ່າຍໄດ້ຫຼາຍກ່ວາ. ລຸງ ຈິ້ງດຶກຟອງ ໃຫ້ຮູ້ວ່າ:

ສິນຄ້າຫຼາຍປະເພດຕ້ອງຂົນສົ່ງດ້ວຍເຮືອນ້ອຍຈະສະດວກສະບາຍກ່ວາ. ບາງເທື່ອກໍ່ຂົນສົ່ງດ້ວຍລົດ, ບາງເທື່ອກໍ່ຂົນສົ່ງດ້ວຍເຮືອນ້ອຍ.

   ການໄປມາທາງແມ່ນ້ຳດ້ວຍເຮືອນ້ອຍໄດ້ກາຍເປັນສິ່ງທີ່ຈັບໃຈສຳລັບແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ກ່າເມົາ, ທັງແມ່ນສຳລັບຊາວ ກ່າເມົາ ຜູ້ບໍ່ໄດ້ຢູ່ໃກ້ກັບແມ່ນ້ຳນຳອີກ. ຢູ່ທ່າມກາງເຂດຖະໜົນທີ່ທັນສະໄໝ, ຜູ້ຄົນທັງຫຼາຍກໍ່ສາມາດຊອກເຫັນເຮືອນ້ອຍຢູ່ບໍ່ວ່າແຫ່ງໃດ ເພື່ອສາມາດມີໂອກາດເຫັນປະຈັກຕາຄວາມຄຶກຄັກຢູ່ມູມໜຶ່ງຂອງແມ່ນ້ຳ. ຜູ້ພາຍເຮືອກໍ່ມີຄວາມຈູບຈ້າວຫ້າວຫັນ ເມື່ອເລົ່າບັນດາເລື່ອງລາວທີ່ຕິດພັນກັບແມ່ນ້ຳ, ຈາກນັ້ນ, ທຸກຄົນກໍ່ສາມາດເຂົ້າໃຈຕື່ມອີກກ່ຽວກັບເຂດດິນແດນຂອງບັນດາຜູ້ໃຈດີ ແລະ ເປັນມິດ. ທ່ານ ໂງແທັງເຈົາ ໃຫ້ຮູ້ວ່າ:

   ຫຼາຍຄົນມັກຂີ່ເຮືອນ້ອຍຂ້າມແມ່ນ້ຳ, ໂດຍສະເພາະແມ່ນຕອນເຊົ້າ ມີຄົນຫຼາຍທີ່ສຸດ, ຕອນແລງຈະໜ້ອຍກ່ວາ. ຍາມຕອນເຊົ້າເຂົາເຈົ້າມັກໄປຕະຫຼາດ, ໄປຊື້ຂອງກິນ. ບາງເມື່ອມີແຂກຕ່າງປະເທດໄປເລາະຫຼີ້ນ 2, 3 ຮອບເພື່ອຖ່າຍຮູບ, ມີນ້ອງນ້ອຍມາຈາກ ໄຊງ່ອນ ຢາກຮຽນພາຍເຮືອອີກ.

 ໃນທ່າມກາງເຂດຖະໜົນທີ່ອຶກກະທຶກຄຶກໂຄມ, ສຽງເອີ້ນເຮືອນ້ອຍ ຄືວ່າໄດ້ປຸກລຸກຄວາມລື້ງເຄີຍຂອງຫຼາຍຄົນ, ພາເຂົາເຈົ້າກັບຄືນມາເຂດດິນແດນທາງທິດຕາເວັນຕົກຂອງພາກໃຕ້ ຫວຽດນາມ, ສະຖານທີ່ທີ່ມີຊີວິດການເປັນຢູ່ໄດ້ຕິດພັນກັບແມ່ນ້ຳ./.

     

 

TAG
VOV/VOVworld/ສຽງ​ເອີ້ນ​ເຮືອ​ນ້ອຍດັງກ້ອງ​ຢູ່​ຖະ​ໜົນ/ລຸງ ຈິ້ງດຶກຟອງ/ທ່ານ ໂງແທັງເຈົາ/ທ້າວ ຫງວຽນວັນເຟີ້ນ/ປ້າ ເລິມບິກຖຸຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ